Monday, December 29, 2014

ຜະຫຍາພາສິດບູຮານ - ຕອນສາມ


ຕອນ ຄັນແມ່ນ
-ຄັນແມ່ນທຳດີແລ້ວ              ໃຜຊີ່ຫຍັນກໍ່ຕາມຊ່າງ
ຄັນແມ່ນເຮັດຖືກແລ້ວ          ຊີ່ຫຍັນຫຍໍ້ກໍ່ຊ່າງໃຜ

-ຄັນແມ່ນຕາຍຍອ້ນໃຂ້         ຊີ່ຕາຍໄປກໍ່ຕາມຊ່າງ
ຄັນແມ່ນຕາຍຍອ້ນເຈົ້າຜູ້ຮູ້   ຕາຍຍອ້ນຊູ້ຜູ້ນີ້
ມີເງີນຮອດລ້ານ                     ທານໃຫ້ກໍ່ບໍ່ເອົາ

-ຄັນແມ່ນເຈົ້າຕົ໋ວະຂອ້ຍ        ໃຫ້ເຈົ້າຈົມລົງພື້ນ
ອະເວຈີຫມໍ້ໃຫຍ່                      ໄຟນາຣົກຮອ້ນໆ
ໃຫ້ເຜົາເຈົ້າ                             ຢູ່ສູ່ຍາມ




-ຄັນແມ່ນທາງນອ້ງເຕື້ອງ     ອ້າຍຊີ່ງ່ຽງຫູຟັງ
ຄັນນອ້ງຮັບວາຈາ                 ອ້າຍຊີ່ໂອມເອົານອ້ງ

-ຄັນແມ່ນເປັນຈັງຊັ້ນ           ກໍ່ສິບສວ່ນບຸນສວນ
ຄັນແມ່ນບຸນສວນມີ             ຊີ່ປູກປີກີນກວ້ຍ

-ຄັນແມ່ນທາງເຈົ້າເຕື້ອງ     ຂອ້ຍຊີ່ງຽ່ງກະບຸງຕັກ
ຄັນເຈົ້າໃຂກະທໍຢາ               ຊີ່ແລນຕຳກໍກວ້ຍ

-ຄັນແມ່ນເປັນຈັງຊັ້ນ          ກໍ່ສິບສວ່ນບຸນສວນ
ຄັນແມ່ນບຸນສວນມີ            ຊີ່ປູກທະນີຕຳສົ້ມ

-ຄັນແມ່ນເປັນຈັ່ງຊັ້ນ         ກໍ່ສິບສວ່ນບຸນເຈົ້າຫົວ
ຄັນແມ່ນບຸນຈົວມີ              ຊີ່ຄອຍເຄນພາເຂົ້າ

-ຄັນແມ່ນເປັນຕາໄດ້          ຊີ່ສານໃຊລົງໃສ່
ຄັນແມ່ນຊີ່ບໍ່ໄດ້                  ໃຊຊີ່ໃຫ້ຕໍ່ປາ

-ຄັນແມ່ນເປັນຕາໄດ້         ຊີ່ຂໍກີນງາຍຮວ່ມ
ຄັນຊີ່ໄດ້ຮວ່ມຫອ້ງ             ໃກໃກ້ກະຊີ່ມາ

-ຄັນແມ່ນຄິດຮອດອ້າຍ    ໃຫ້ຫຼຽວເບີ່ງດວງດາວ
ຂໍໃຫ້ສາຍຕາເຮົາ               ກອ່ມກັນຢູ່ເທີງຟ້າ

-ຄັນແມ່ນເຈົ້າຮັກຂອ້ຍ     ໃຫ້ຫຼຽວເບີ່ງດວງດາວ
 ຂໍໃຫ້ສາຍຕາເຮົາ              ກອ່ມກັນຢູ່ເທີງຟ້າ




-ຄັນແມ່ນເຈົ້າຂີ່ຊ້າງ         ຂອ້ຍຊີ່ຂີ່ແມວຂັດ
ບາດຫ່າບຸນແມວມີ           ຊີ່ໃຫ່ຍສູງພຽງຊ້າງ

-ຄັນແມ່ນເຈົ້າຂີ່ມ້າ           ຂອ້ຍຊີ່ຂີ່ຫມາຂັດ
ລາງເທືອບຸນຫມາມີ          ຊີ່ແລ່ນໄວຄືມ້າ

-ຄັນເຈົ້າຢູ່ເຮືອນຫ້າງ        ຂອ້ຍຊີ່ຢູ່ຖຽງນາ  
ຄັນແມ່ນບຸນຖຽງມີ           ຊີ່ໃຫ່ຍພຽງເຮືອນຫ້າງ

-ຄັນອ້າຍຄິດຮອດນອ້ງ      ໃຫ້ຫຼຽວເບີ່ງເມຄາ
ກອ້ນຂີ້ເຝື້ອມັນໃຫຼ             ກໍ່ດັ່ງໃຈຂອງນອ້ງ  

ຕອນ ຄັນຊີ່
ຄັນຊີ່ເປັນຂຸນໃຫ້                ຖາມເບີງພວກໃຜ່
ຄັນແມ່ນບໍ່ພອ້ມ                ແປງບ້ານບໍ່ເຮືອງ
   
-ຄັນຊີ່ເດີນໄປຫນ້າ              ໃຫ້ຫຼຽວຫຼັງເບີ່ງສາກອ່ນ
ຄັນຟ້າບົດມືດຄື້ມ              ເຊົາຖອ້ນເຈົ້າຢ່າໄປ

-ຄັນຊີ່ຖາມຂ່າວເຈົ້າ           ມີແຟນແລ້ວຫຼືບໍ
ຫຼືວ່າມີແຕ່ຊູ້                       ຜົວຊີ່ຊອ້ນຫາກບໍ່ມີ

-ຄັນຊີ່ກີນ                           ກີນແຕ່ມັນຍັງຮອ້ນ
ແກງບອນບໍ່ຄັນປາກ         ຄັນມັນເຢັນຈື່ງຄຸ້ຍ
ເປືອງອອ້ຍ                         ອອ່ຍບໍ່ລົງ     ເຈົ້າເອີຍ

-ຄັນຊີ່ກີນຕັບຟ້າ               ແຂນບໍ່ຍາວຢື້ບໍ່ຮອດ
ຄັນຊີ່ກີນປອດຟ້າ              ແຂນສັ້ນຢື້ບໍ່ເຖີງ

ຕອນ ໃຈປະສົງ
ໃຈປະສົງສ້າງ                      ກາງດົງກໍ່ວ່າທົ່ງ
ຄັນໃຈບໍ່ຢາກໄດ້                  ກາງບ້ານກໍ່ວ່າດົງ

-ໃຈປະສົງແລ້ວ                   ເມືອງແກວກໍ່ດັ້ນຮອດ
ໃຈປະສົງຍອດແກ້ວ            ໃນຖ້ຳກໍ່ກົ່ນຫາ

-ໃຈປະສົງລ້ຽງມອ້ນ             ຈຶ່ງຄອນມອນນຳສົ່ງ
ໃຈປະສົງເຮັດນາຮວ່ມແລ້ວ  ຈຶ່ງຄອນກ້າແຂ່ງຝົນ

-ໃຈປະສົງຢາກໄດ້ນ້ຳ            ຈຶ່ງຄອນຄຸມາຫາ
ໃຈປະສົງປູປາ                      ຈຶ່ງເອົາສະນາງລົງສອ້ນ

-ໃຈປະສົງຕໍ່ເຈົ້າ                   ໃຜມາກວນກໍ່ບໍ່ຂຸ່ນ
ໃຈປະສົງຕໍ່ເຈົ້າ                     ໃຜມາຕອ້ງຂຸ່ນບໍ່ເປັນ

-ໃຈປະສົງຕັ້ງ                       ນຳນາງທຸກບາດຢ່າງ
ຊີ່ບໍ່ວາງນາດນອ້ງ                ໃລຖີ້ມໃຫ້ແກ່ໃຜ       ນອ້ງເອີຍ

-ໃຈປະສົງແລ້ວ                    ຫວັງຊົມແກ້ມອອ່ນ
ໃຜຊີ່ຊົມກອ່ນອ້າຍ              ຄອງຖ້າເບີ່ງມື
ອ້າຍຊີ່ເພພັງມ້າງ                ຝາແດນກາງໃຫ້ຂາດຖອ່ງ
ພັງເຖີງອຸແອ່ງນ້ຳ               ໃຫ້ເປັນເຟື້ອງທົ່ວເຮືອນ

-ໃຈປະສົງປ້ຳ                       ຊີ່ນຳຮອນຫມົດທຸກງ່າ
ຫມາຍຊີ່ຟັນໃຫ້ມຸດມອ້ຍ    ກອງໄວ້ແລ້ວຈຶ່ງເຜົາ

ຕອນ ເຈົ້າຜູ້
-ເຈົ້າຜູ້ຜັກອີຕູ່ເຕັ້ຍ             ຕົ້ນຕ່ຳໃບດົກ
ກົກບໍ່ທັນຝັງແຫນ້ນ          ສັງມາຈີຈູມດອກ
ຮາກບໍ່ທັນຢັ່ງພື້ນ               ສັງມາປີ້ນປົ່ງໃບ

-ຜັກອີຕູ່ເຕັ້ຍ             ຕົ້ນຕ່ຳໃບດົກ
ກົກບໍ່ທັນຝັງແຫນ້ນ          ສັງມາຈີຈູມດອກ
ຮາກບໍ່ທັນຢັ່ງພື້ນ               ສັງມາປີ້ນປົ່ງໃບ



-ເຈົ້າຜູ້ເຄືອຜັກສົ້ມ             ບໍ່ສົມເຄືອຜັກໃສ່
ຂອ້ຍຜູ້ຮ້າຍ                         ບໍ່ສົມເຈົ້າຜູ້ດີ

-ເຈົ້າຜູ້ຕີນມືສ້ວຍ               ຫຍິບຊວຍຄືຊີ່ຄອ່ງ
ຄັນແຕ່ງຂອງຂື້ນຮ້ານ        ຄືຊີ່ໃຂ້ບໍ່ເປັນ

-ເຈົ້າຜູ້ດອກເກດກ້ານ        ກາບກອ່ງໃນສວນ
ພໍຢາກເດັດມາຊົມ              ໃຫ້ຊວ່ງໃຈບັກຊຽງນອ້ຍ

-ເຈົ້າຜູ້ຝົນຕົກຫົ້ງ               ໃຫຼລົງໂຮມແຕ່ບອ່ນໂຄກ
ບອ່ນຕ່ຳມີບໍ່ແພ້                 ສັງມາຫົ້ງແຕ່ບອ່ນສູງ

-ເຈົ້າຜູ້ຄຳເຫຼືອບ້ານ             ຄືບໍ່ສານກະຕ່າໃສ່
ບາດຫ່າໄຟໃຫມ້ບ້ານ          ຍັງໄດ້ຫີ້ວກະຕ່າຄຳ

-ເຈົ້າຜູ້ຈຳປີຕົ້ນ                   ລົມມາຢ່າໃຫວຫວັ່ນ
ໃຜຊີ່ມາສັ່ນຕົ້ນ                  ພະອວນເຈົ້າຢ່າຫວັ່ນໃຫວ
ຄັນໄດ້ຝັງຫຼັກແຫນ້ນ         ແສນຊີ່ລົມກໍ່ບໍ່ຫວ່ງ
ອ້າຍຊີ່ນັ່ງຢູ່ກອ້ງ                 ນອນເທີ້ງເບີ່ງລົມ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສີ່


No comments:

Post a Comment