Saturday, December 27, 2014

ພະຫຍາບູຮານລາວ - ຕອນສອງ

ຕອນ ຄອງຄອຍ


-ຄອງຄອຍເເຈົ້າ       ຄອຍຫຼາຍຈົນວ່າເບື່ອ
ຄວາມເວົ້າວ່າ          ຊີ່ຫມັ້ນພັນມື້ກໍ່ບໍ່ມາ

-ຄອງຄອຍຖ້າ              ຜີຕາຍບໍ່ກັບເກີດມາດອກ
ໃຫ້ເຈົ້າຫາໃຫ່ມຊອ້ນ   ຊອນໄວ້ດັ່ງກາຍປີ   ນອ້ງເອີຍ

-ຄອງຄອຍເຈົ້າ            ຈົນຫມົດເຂດພັນສາ
ວ່າຊີ່ສິກອອກມາ          ພັດວ່າກາຖີນທອດ
ຫມົດກາຖີນແລ້ວ       ກໍ່ຍັງເສີຍຢູ່ຄືເກົ່າ
ຊີ່ໃຫ້ຄອຍຮອດເຖົ້າ     ເຊົາແລ້ວນອ້ງບໍ່ຄອຍ




-ຄອງຄອຍເຈົ້າ            ຈົນເຂົ້າໃຫມ່ມາເຖີງ
ຄອງຄອຍເຫີງ             ຈົນເຂົ້າປານາແລ້ວ
ແນວນາມເຈົ້າ             ຄົມຄາຍຕົ໋ວະງ່າຍ
ຂອ້ຍຊີ່ເຊົາເຈົ້າໄວ້        ໄປເວົ້າບ່າວໃຫມ່ແທນ

-ຄອງຄອຍເຈົ້າ            ຢູ່ຫົວນາຂອງເກົ່າ
ນົກເຂົາຂັນ                 ກະແຕດແຕ້
ແຈນແວນຮອ້ງ          ແຫ່ງຄິດຫຼາຍ  ອ້າຍເອີຍ

-ຄອງຄອຍເຈົ້າ            ຄືກົບຂຽດຄອຍຝົນ
ຄືຄົນຈົນ                     ຄອຍຄົນຣວຍ
ຢ້ານແຕ່ຕາຍ             ບໍ່ເຫັນຊ້ຳ    ອ້າຍເອີຍ

ຕອນ  ຄັນເຈົ້າ


ຄັນເຈົ້າມີຊູ້ແລ້ວ         ຢ່າລືມຊາຍຜູ້ຖາມໃຖ່
ຄັນເຈົ້າມີໃຫມ່ແລ້ວ    ຢ່າລືມອ້າຍຜູ້ນັ່ງຄອຍ

-ຄັນເຈົ້າເປັນພະຍາແລ້ວ   ຢ່າລືມໃຜ່ເສນາ
ບາດຫ່າສົງຄາມມາ            ຊີ່ເພີ່ງຄົນທັງຄ້າຍ

-ຄັນເຈົ້າໄດ້ກີນເຂົ້າ           ໃຫ້ຝາກໄປນຳກາ
ຄັນເຈົ້າໄດ້ກີນປາ              ໃຫ້ຝາກໄປນຳແຮ້ງ
ຄັນເຈົ້າກີນຊີ້ນແຫ້ງ         ໃຫ້ເຈົ້າແກ່ວງນຳລົມ  ມາເດີ

-ຄັນເຈົ້າເນົາເຮືອນຫ້າງ    ໃຫ້ຫຼຽວລົງທາງລຸ່ມ ແດ່ເນີ
ລາງເທື່ອລົມພັດຍູ້            ຊີ່ໄປຊົ້ນຮົ່ມຮັງ   ກໍ່ບໍ່ຮູ້

-ຄັນເຈົ້າໄດ້ຂີ່ຊ້າງ             ກັ້ງຮົ່ມເປັນພະຍາ
ເຈົ້າຢ່າລືມເສນາ              ຜູ້ແຫ່ນຳຕີນຊ້າງ
ບາດວ່າເສີກມາມ້າງ        ຕີເມືອງໃຜຊີ່ຊອ່ຍ
ພວກເສນາຜູ້ນອ້ຍ          ຊີ່ພອຍໄດ້ຊວ່ຍແຮງ












-ຄັນເຈົ້າມີຜູ້ເຝົ້າ             ຢ່າລືມຊາຍຜູ້ນັ່ງເຈົ່າ
ຄັນເຈົ້າມີຄູ່ເວົ້າ               ຢ່າລືມອ້າຍຜູ້ນັ່ງຄອຍ

-ຄັນເຈົ້າເວົ້າຈັ່ງຊັ້ນ          ກໍ່ໃຫ້ແມ່ນຄຳສາ
ຄັນແມ່ນຊາຕາມີ            ຊີ່ຢູ່ດີເມືອຫນ້າ

-ຄັນເຈົ້າກີນຊີ້ນເນື້ອ       ກໍ່ໃຫ້ຫວ່ງຄຸນຫມາ
ບາດຫ່າໂຈນມັນມາ         ຊີ່ເພີ່ງຫມາກັດໃຫ້

-ຄັນໄດ້ກີນປາແລ້ວ      ຢ່າລືມເອົາແຫຕາກ
ບາດວ່າແຫຂາດສອ້ຍ     ປາຊີ່ຄ້າງຢູ່ບອ່ນໃດ













-ຄັນເຈົ້າໄດ້ກີນເຂົ້າ          ຢ່າລືມຄວາຍຜູ້ໃຖຄາດ
ບາດຄວາຍເຮັດບໍ່ໄດ້       ຊີ່ນອນໃຫ້ນົບຄວາຍ  ແທ້ແລ້ວ

-ຄັນເຈົ້າຫນີໄປແລ້ວ       ກົກຫມິ່ງໃຜຊີ່ແທນ
ກົກແນນໃຜຊີ່ເຝົ້າ         ເຮືອນຂອງເຮົາໃຜຊີ່ຢູ່
ໃຜຊີ່ເປັນຫມູ່ຂອ້ຍ         ຍາມຊີ່ເຂົ້າບອ່ນນອນ

-ຄັນເຂົາຫມີໄປແລ້ວ      ກົກຫມີ່ງອ້າຍຊີ່ແທນ
ກົກແນນອ້າບຊີ່ເຝົ້າ       ເຮືອນຂອງເຮົາອ້າຍຊີ່ຢູ່
ຄົນຊີ່ເປັນຄູ່ນອ້ງ             ເຮືອນນີ້ແມ່ນພີ່ຊາຍ   ນອ້ງເອີຍ

-ຄັນເຈົ້າໄປບວດແລ້ວ     ນອ້ງຊີ່ຢູ່ກັບໃຜ
ໃຈນໍໃຈ                             ກະຊ່າງດຳຄືຫມື້

-ຄັນເຂົາໄປບວດແລ້ວ      ນອ້ງກໍ່ຢູ່ນຳອ້າຍ  ນີ້ແລ້ວ
ແນວໃດມີ                         ໃຫ້ຄອ່ຍຈານຳອ້າຍ

-ຄັນເຈົ້າຊີ່ຕາຍ                 ກໍ່ໃຫ້ຕາຍໄປທອ້ນ
ຕາຍໄປເປັນກະຕ່າຍ        ຂອ້ຍກໍ່ຊີ່ຕາຍ
ໄປເປັນຫນ່າງກອ້ມໆ        ນຳອອ້ມຢູ່ສູ່ດອນ

-ຄັນເຈົ້າຕາຍ                   ເປັນຂີ້ຫມີ້ນ
ຫົວດົງຊົນ                        ຂອ້ຍຊີ່ນຳໄປກົ່ນ
ເກີດເປັນຄົນ                    ຄັນບໍ່ໄດ້ກອ່ມກີ້ງ    
ຕາຍເປັນຂີ້ຫມີ້ນ             ຍັງຊີ່ໄດ້ກອ່ມຄີງ

-ຄັນເຈົ້າເປັນງູ                 ກະບາຮ້າຍ
ປະສົງຫາ                          ກັດຕອດຄົນນັ້ນ
ຂອ້ຍຊີ່ຟັນ                      ເປັນທອ່ນນັ້ນ
ສັບເປັນທອ່ນນີ້               ໂຍນຖີ້ມທົ່ວດີນ

-ຄັນເຈົ້າມີຮົ້ວຂັ້ນ           ສາມພັນວາໄມ້ໃຜ່ປ່າ
ຂອ້ຍຊີ່ເອົາພ້າອີໂຕ້        ຖາງຫມົ້ນເຂົ້າໄປຫາ   ນອ້ງເອີຍ

-ຄັນເຈົ້າເປັນດັ່ງຟ້າຫມື່ນຊັ້ນ   ແສນໂງ່ນຣະງຳດີນ  ກໍ່ຕາມທອ້ນ
ຂອ້ຍຊີ່ເປັນເມຄາ             ເລື່ອນໃຫຼໄປຫາເຈົ້າ

-ຄັນເຈົ້າເອົາພູຜາກັ້ນ      ເຫວຊັນຕັນຊອ່ງ
ຂອ້ຍຊີ່ຕິດປີກເປື້ອງ        ມາກີນເຂົ້າຮວ່ມງາຍ   ນອ້ງເອີຍ

-ຄັນເຈົ້າລອ້ມຮົ້ວຊັ້ນ        ຈິກແກ່ນລຽນລຳ
ຄັນເອົາຫມາມປົກເທີງ     ຂອ້ຍຊີ່ລົງທາງໃຕ້
ຄັນແມ່ນໄປບໍ່ໄດ້               ເຫຼັກກົງກວາຍຊີ່ລົງຊວ່ຍ
ຄັນແມ່ນກວ່າຍບໍ່ໄດ້         ຊີ່ເຊີນຟ້າຜ່າລົງ

-ຄັນເຈົ້າມີເຮຶອນຫ້າງ       ຢ່າລືມຫມູ່ຫມູຫມາ
 ບາດຂະໂມຍມາລັກ          ຊີ່ເຫົ່າຫອນໃຫ້ມັນຢ້ານ














-ຄັນນອ້ງໃຂທາງໃຫ້          ຂອນເຕັມວັງອ້າຍຊີ່ໂຕນຜ່າ
ຝູງຫມູ່ເງືອກແລະແຂ້       ຊີ່ກີນອ້າຍຕາຍບໍ່ແຫນງ   ນອ້ງເອີຍ

ຕອນ ຄັນບໍ່

-ຄັນບໍ່ຈິງເຈົ້າຢ່າເວົ້າ          ຄັນບໍ່ເອົາເຈົ້າຢ່າວ່າ

ຢ້ານຄືຕອກມັດກ້າ           ດຳນາແລ້ວຢຽບໃສ່ຕົມ

-ຄັນບໍ່ເປັນຕາເວົ້າ             ເຊົາສາເວົ້າຜູ້ໃຫມ່
ຊູ້ຊີ່ຮ້າງ                              ຊາວຍ້ານເພີ່ນຊີ່ຫຍັນ

-ຄັນບໍ່ເປັນຕາສົ້ມ             ງົມໄປກໍ່ຄືເກົ່າ
ຄັນບໍ່ເປັນຕາເວົ້າ             ຕົວເຈົ້າຢ່າຊີ່ຈາ

-ຄັນບໍ່ມີຂອນຂວງ           ຊາວແຫກໍ່ຊີ່ຄວ່ງ
ຄັນບໍ່ມີຜູ້ທວ້ງ                 ທາງຂອ້ຍຊີ່ຫວ່ານແຫ

ຄັນບໍ່ເປັນຕາຫຼ້າງ            ຊີ່ລານາງເລີກນ່າງ
ຄັນເປັນຕາຊີ່ໄດ້               ຊີ່ໂງໂຄ້ງຕ່າວຄືນ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສາມ



No comments:

Post a Comment