Tuesday, December 23, 2014

ຜະຫຍາພາສິດບູຮານລາວ

ຜະຫຍາພາສິດບູຮານລາວເປັນວັນນະຄະດີບູຮານອັນເກົ່າແກ່ ທີ່ນັກປາດລາວໄດ້ໄຊ້ສື່ສານ ໃນຊີວີດປະຈຳວັນ

 ແລະໄດ້ບັນທືກໄວ້ໃນຄຳພີໃບລານມາເປັນເວລາ ຫຼາຍພັນປີ ແລະພໍສະລູບໄດ້ເປັນສາມຫົວຂໍ້ໃຫ່ຍໆດັ່ງຕໍ່ລົງໄປນີ້


ຫົວຂໍ້້ທີນື່ງ ແມ່ນໃຊ້ສຳຫຼັບກຽ້ວພາລາສີຣະຫຼວ່າງຜູ້ບ່າວແລະຜູ້ສາວ ເອີ້ນວ່າ ຜະຫຍາຮັກ

ຫົວຂໍ້ທີສອງ ໃຊ້ເປັນຄະຕິເຕືອນໃຈ ເອີ້ນວ່າ ຜະຫຍາພາສີດ




ຫົວຂໍ້ທີສາມ ໃຊ້ໃຫ້ຄົນເອົາໄປຄິດພິຈາຣະນາເພື່ອເປັນແສງທຽນແຍງທາງໃນການດຳລົງຊີວີດປະຈຳ
ວັນ ເອີ້ນວ່າ ຜະຫຍາປິສນາ

ຕົວຢ່າງ ຜະຫຍາຮັກ
ຍີງ    ອ້າຍນັ້ນກຽ້ງແຕ່ນອກ   ທາງໃນເປັນຫມາກເດືອ
         ອ້າຍນັ້ນກຽ້ງປາກບັ້ງ     ຂັງຂໍ້ປາກກະທໍ   ນັ້ນແລ້ວ
ຊາຍ  ອ້າຍນີ້ກຽ້ງຮອດໃສ້      ໃສຮອດກະດູກ
         ກຽ້ງຮອດລູກອອ່ນນອ້ຍ  ຫຼານຊີ່ຫອ້ຍກໍ່ບໍ່ມີ

ຄຳກຽ້ວສາວ ຄັນເຈົ້າມີຊູ້ແລ້ວ    ຢ່າລືມຊາຍຜູ້ຖາມໄຖ່
                     ຄັນເຈົ້າມີໃຫ່ມແລ້ວ  ຢ່າລືມອ້າຍຜູ້ຄອຍ  ນອ້ງເອີຍ

ຍີງ     ຢ່າມາຕິຖະແລງລົ້ມ      ຕົມບໍ່ມີພະລາດມື່ນ
         -ຢ່າມາຕົ໋ວະຫຼອກຫຼໍ້       ລວງນອ້ງແລ້ວບໍ່ເອົາ
ຊາຍ  ບໍ່ໄດ້ຕິຖະແຫຼງເວົ້າ        ຄັນບໍ່ເອົາອ້າຍບໍ່ວ່າ
         -ຮັບຟ້າຜ່າກໍ່ໄດ້             ໃຈອ້າຍຮັກແຕ່ນາງ...ນອ້ງເອີຍ




ຕົວຢ່າງ ຜະຫຍາພາສິດ
ສອນຊາວບ້ານ ຄັນເຈົ້າເປັນສາວນັ້ນ   ຄອງທຳໃຫ້ຫມັ່ນຖອ່ງ
                         ຕີນຜົມໃຫ້ຫຼ່ຳກຽ້ງ     ຕີນສີ້ນໃຫ້ຫຼ່ຳພຽງ

ສອນຂ້າຣາຊການ   ຄັນຊີ່ເປັນຂຸນໃຫ້   ຖາມດູພວກໃຜ່
                                ຄັນແມ່ນໃຜ່ບໍ່ພອ້ມ   ແປງບ້ານບໍ່ເຮືອງ

ສອນປັນຍາຊົນ        ແມ່ນຊີ່ມີຄວາມຮູ້     ເຕັມພຸງພຽງປາກກໍ່ຕາມທອ້ນ
                                 ຄັນສອນໂຕເອງບໍ່ໄດ້   ໃຜຊີ່ຍອ້ງວ່າດີ

ສອນພະສົງ              ອັນວ່າສັງໂຄເຈົ້າ           ບໍ່ຖືຄອງຄຳສວດ
                                 ແມ່ນຊີ່ບວດຮອດເຖົ້າ   ບຸນເຈົ້າກໍ່ບໍ່ມີ  ດອກນ໋າ




ຕົວຢ່າງ ຜະຫຍາປິສນາ
ຍີງ     ຢ່າມາຕົກກ້າໄວ້   ເທີງໂພນໃຫ້ນ້ຳແຊ່
          ຢ່າມາຫວ່ານກ້າໄວ້  ໃນນ້ຳໃຫ້ພວກກີນ (ຜູ້ຍີງຢ້ານຖືນຫຼອກຈຶ່ງເວົ້າຄຳນີ້ອອກມາ)
ຊາຍ   ເປັນຊາຍນີ້        ວາຈາຕອ້ງຫມັ້ນທຽ່ງ
          ຄວາມເວົ້າຫຼຸດອອກຈາກປາກແຕ່ລະຄັ້ງ  ເປັນຄວາມຫມັ້ນທຽ່ງຈິງ  (ຜູ້ຊາຍຕອບ)

ຜະຫຍາປິສນາເປັນຄຳສອນໃຫ້ຄິດ
-ໂຕບຸນນັ້ນ   ຫົວດຳກົ້ນກ່ານ
ໂຕບາບນັ້ນ  ຫົວສັ້ນຮົ່ມເຫຼືອງ

-ຢາກກີນເຂົ້າ   ໃຫ້ປູກໃສ່ພະລານຫີນ
ຢາກມີສີນ       ໃຫ້ຂ້າພໍ່ຕີແມ່

-ຢາກອຸ່ນໃຫ້      ອາບນ້ຳຍາມຫນາວ
ຢາກກີນປາຂາວ  ໃຫ້ແບກແຫຂື້ນໂຄກ

ຜະຫຍາຂອງລາວ ເປັນວັນນະຄະດີບູຮານທີ່ມີຄຸນຄ່າມະຫາສານ ຍາກທີ່ຈະປະເມີນໄດ້ ແລະຢູ່ແຕ່ລະພາກຂອງ ປະເທດລາວ ກໍ່ມີຜະຫຍາປະຈຳທອ້ງຖີ່ນຂອງໃຜມັນ ຊື່ງຍາກທີ່ຈະເກັບກຳໄດ້ຫມົດ ສະນັ້ນຂ້າພະເຈົ້າຈື່ງຂໍນຳ
ເອົາບາງສວ່ນຂອງຜະຫຍາບູຮານລາວ ມາໃຫ້ທ່ານໄດ້ສືກສາ ແລະແບ່ງອອກເປັນຕອ່ນໆດັ່ງຕໍ່ໄປນີ້

ຕອ່ນ ໄ
-ໄກຂໍໃຫ້ໄກແຕ່ບ້ານ    ຮົ້ວໄຮ່ນາສວນ
 ໄກຂໍໃຫ້ແຕ່ມວນ        ຫມູ່ເຮືອນກັບເລົ້າ
 ສວ່ນວ່າວາຈາເວົ້າ       ສອງຄົນເຮົາຢ່າໄດ້ຫ່າງ
 ຕ່າງຄົນແມ່ນຊີ່ຢູ່ຕ່າງບ້ານ  ແຕ່ຄວາມເວົ້າຢ່າຕ່າງກັນ



-ໄກຂໍໃຫ້ໄກແຕ່ຫນ້າ    ຊີ່ໄປມາບໍ່ໃຫ້ຫ່າງ
ສວ່ນຈີດໃຈຂອ້ຍຢູ່ພີ້    ຊີ່ໄປພຸ້ນແຕ່ຮາງຄີງ

-ໄກກາຍເຈົ້າ               ແຕ່ໃຈຢູ່ນຳນາງ
ບໍ່ມີທາງໄກກັນ            ໃຫ້ພາກຫນີໄກຂ້າງ
ແມ່ນຊີ່ຢູ່ຝາກຟ້າ        ຊີ່ຫຍໍ້ເປັນແຜ່ນດີນດຽວ
ຄາວສິບຄືນຊາວຄືນ    ຊີ່ຫຍໍ້ເປັນຄາວມຶ້
ຄັນຄວາມຮັກມັນຄືເຂົ້າ ຊີ່ຂໍກີນໃຫ້ມັນອີ່ມ
ຄັນຄວາມຮັກຄວາມມັກ ຄືນ້ຳບໍ່ແກ້ວ  ຊີ່ລົງລ້າງອາບສົງ  ນອ້ງເອີຍ

-ໄກມື້ນີ້                   ມື້ອື່ນຊີ່ມາຫາ
ຄັນແມ່ນຊີວາຍັງ      ຊີ່ຫມັ່ນມາຫາເຈົ້າ

-ໄກໄປຫນ້າ              ບໍ່ມີວັນຊີ່ມາຈວບ
ຫຼາຍຂວບເຂົ້າ          ພັນມື້ພັດແຫ່ງໄກ

-ໄກໄປຫນ້າ              ບໍ່ຄືນມາບອ່ນເກົ່າ
ເຮັດຜິດກໍ່ແມ່ນເຈົ້າ  ເວົ້າບໍ່ຟັງກໍ່ແມ່ນເຈົ້າ
ຢາກເຫັນຂອ້ຍ          ໃຫ້ເບີ່ງຫມອນ  ອ້າຍເອີຍ

ຕອນ ກຽ້ງແຕ່
-ກຽ້ງແຕ່ປາກ                  ທາງໃນເປັນຫມາກເດືອ
ຫວານແຕ່ທາງນອກເນື້ອ  ໃນສົ້ມດັ່ງຫມາກນາວ

-ກຽ້ງແຕ່ປາກເຈົ້າເວົ້າ       ໃຈເຈົ້າເລົ່າໂງຄົດ
ໃຈຄົດໄປຄົດມາ                  ປຽບດັ່ງງູລອຍນ້ຳ


-ກຽ້ງແຕ່ຍາມຢາກໄດ້        ຄວາມໃດດີເອົາມາວ່າ
ບາດວ່າໄດ້ຂອ້ຍແລ້ວ         ມີມ້າຢາກຂີ່ຫນີ 

-ກຽ້ງແຕ່ປາກ                    ຄວາມຕົ໋ວະເຕັມກະຕ່າ
ບາດວ່າຈັບໄດ້ແລ້ວ            ຊີ່ຂາຍຫນ້າທົ່ວເມືອງ  ຄົນຂີ້ຕົ໋ວະເອີຍ 

ຕອ່ນ ຂອ້ຍນີ້
-ຂອ້ຍນິ້ຄືດັ່ງເຊື້ອຊາດແຮ້ງ   ເຫມັນສາບກຸຍຜົງ
ບໍ່ແມ່ນແນວນາມຫົງ           ຊີ່ຫອ່ນທຽມພະຈັນໄດ້

-ຂອ້ຍນີ້ຄືດັ່ງບົວຢູ່ນ້ຳ        ຮາກຢັ່ງບໍ່ເຖີງດີນ
ໃຫຼວຽນໄປເວີນມາ               ກໍ່ບໍ່ມີເຟືອຍຄ້າງ











-ຂອ້ຍນີ້ຄົນຂີ້ຮ້າຍ               ຄືເຮືອແຕກຢາຂີ້ຊີ
ຢາທາງຫົວ                         ຫົ່ວລົງທາງທ້າຍ
ຄັນຊີ່ໃຊ້                             ຢາໃຫ້ດີ ຢ່າໃຫ້ຫົ່ວ
ຂ້າມແມ່ນ້ຳ                        ທະເລກວ້າງກໍ່ປອດໃພ

-ຂອ້ຍນີ້ຄືດັ່ງໃກ່ຜູ້ນອ້ຍ       ພໍແຕ່ກໍ່ຮຽນຂັນ
ຕົບປີກຍັງບໍ່ດັງ                  ສຽງຂັນຍັງບໍ່ກ້າ   ຈາເວົ້າກໍ່ຍໍ່ເປັນ

-ຂອ້ຍນີ້ຄືດັ່ງໃຊຫຼັງຫຼ້າ        ບໍ່ຫມານປານຳເພີ່ນ
ຖືກກໍ່ໃສ່ຄ້າງໄວ້                 ບໍ່ຖືກກໍ່ໃສ່ຄ້າງໄວ້  ສຸດແລ້ວແຕ່ປາ  ເຈົ້າເອີຍ

-ຂອ້ຍນີ້ຄືດັ່ງປາເຂງຂອ້ນ   ຫນອງນານ້ຳເຂີນຂາດ
ຄັນແມ່ນຝົນບໍ່ມາຢາດໃຫ້  ຊີ່ຕາຍຍອ້ນແດດເຜົາ

-ຂອ້ຍນີ້ຄືດັ່ງບົວຫວັງນ້ຳ    ຊີ່ນຳໄປທຸກບອ່ນ
ຄັນວ່ານ້ຳແກ່ງຂື້ນ             ບົວຊີ່ຢື້ຢືດນຳ

-ຂອ້ຍນີ້ຄືດັ່ງພູລາມຄ້າງ    ປາຍຊານຕາກແດດ
ຄັນບໍ່ຕັກນ້ຳພົມ               ຄັນບໍ່ອົມນ້ຳພູດ
ພູຊີ່ແຫ້ງ                         ຫຽ່ວຕາຍເຈົ້າເອີຍ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສອງ


1 comment:

  1. Online casino site ᐈ Casinos - BoGOCasino
    Play at the best gambling site ᐈ Casinos 카지노 online with BoGOCasino ⚡ Sign up today for free spins ✓ 제왕카지노 Welcome Bonuses ✓ Quick 메리트 카지노 주소 Registration.

    ReplyDelete