Sunday, February 21, 2016

ສຸພາສິດລາວ ທີ່ມີຄຳເວົ້າສັ້ນໆ

ສຸພາສິດລາວ ທີ່ມີຄຳເວົ້າສັ້ນໆ

ສະບາຍດີ ທ່ານຜູ້ອ່ານທີ່ຮັກແພງ ແລະນັບຖື
ສຸພາສິດລາວ ທີ່ມີຄຳເວົ້າສັ້ນໆ ແຕ່ມີຄວາມຫມາຍເລີກເຊີງ ເມື່ອອ່ານແລ້ວເຮັດໃຫ້ມີຄະຕິເຕືອນໃຈ ແລະ ທັງເປັນບົດຮຽນທີ່ຈະນຳໄປໃຊ້ໃນການດຳລົງຊີວິດໃຫ້ມີຄວາມຫມາຍແລະຖືກຕອ້ງໃນອານາຄົດ
ດັ່ງມີຕົວຢ່າງຢູ່ຂ້າລຸ່ມນີ້

1. ຕົກນ້ຳ     ຫົວພຽງກັນ








2. ກີນປູນ      ຮອ້ນທອ້ງ




3. ຢຽບເຮືອ       ສອງແຄມ








4. ຫນາມປັກ       ເອົາຫນາມບົ່ງ








5. ຖ່ານໄຟເກົ່າ       ບໍ່ເປົ່າກໍ່ລຸກ








6. ຈັບປາ        ສອງມື








7. ຕາບອດ        ຂີ້ແມ່ນປອ່ງ








8. ນົກ      ສອງຫົວ








9. ແກ່ງຄອ້ນ        ກາຍຫມາກມວ່ງ








10. ເຫຼັກຫຼາຍ      ກວ່າຖ່ານ









ດັ່ງນັ້ນຂ້າພະເຈົ້າຫວັງວ່າເມື່ອທ່ານໄດ້ອ່ານແລະສືກສາສຸພາສິດລາວຂ້າບົນແລ້ວ ກໍ່ຈະຮູ້ໄດ້ວ່າ
ລາວມີສີລປະວັດທະທຳອັນລ້ຳຄ່າມະຫາສານທີ່ບັນພະບູຣຸດຂອງລາວໄດ້ປະໄວ້ໃຫ້ລູກຫຼານໄດ້ຄົ້ນ
ຄວ້າແລະສືກສາຮ່ຳຮຽນ

ຖາ້ທ່ານໃດມັກຮັກແລະເຫັນຄຸນຄ່າຂອງວັນນະຄະດີລາວ ແລະຢາກເຜີຍແຜ່ໃຫ້ທຸກຄົນໄດ້ຮູ້ ໄດ້ອ່ານ
ກະຣຸນານຳໄປເຜີຍແຜ່ໄດ້ຕາມຄວາມຊອບໃຈ

ທ້າຍສຸດຂໍອ່ວຍພອນໃຫ້ທຸກທ່ານທີ່ກຳອ່ານຈົ່ງ
ມີສຸຂພາບແຂງແຮງ ອາຍຸຫມັ້ນຍືນ

ດວ້ຍຄວາມຮັກແພງ
ຂຽນ ບຸດວິເສດ

Melbourne, Australia
22/02/2016




Monday, November 23, 2015

ຜະຫຍາພາສິດລາວ - ຊຸດກຽ່ວກັບທັມມະ ແລະ ຄຳສັ່ງສອນ

ຜະຫຍາພາສິດລາວ - ຊຸດກຽ່ວກັບທັມມະ ແລະ ຄຳສັ່ງສອນ

ສະບາຍດີ
ຍີນດີຕອ້ນຮັບທຸກທ່ານທີ່ມັກຮັກໃນສິລປະວັນນະຄະດີລາວ ຂ້າພະເຈົ້າເຊື່ອວ່າທ່ານກໍ່ເປັນຜູ້ນື່ງ
ທີ່ສົນໃຈໃນເລື້ອງນີ້ ດັ່ງນັ້ນສຸພາສິດລາວ ຊຸດທັມມະສອນໃຈທີ່ຂ້າພະເຈົ້າໄດ້ບັນທືກໄວ້ຂ້າງລຸ່ມນີ້
ຄົງຈະຊ່ວຍໃຫ້ທ່ານໄດ້ຮຽນຮູ້ຫຼາຍສີ່ງຫຼາຍຢ່າງ ແລະທັງເປັນຄະຕິເຕືອນໃຈໃນການດຳລົງຊີວິດ
ໄປໃນພາຍຂ້າງຫນ້າ ສະນັ້ນຂໍເຊີນທ່ານຕິດຕາມອ່ານສຸພາສິດຢູ່ຂ້າງລຸ່ມໄດ້ເລີຍ....

ຕົວຢ່າງດັ່ງຕໍ່ໄປນີ້:

1. ເຮັດບຸນ         ຢ່າເລືອກມື້
    ຖືສິລ             ຢ່າເລືອກຍາມ
    ໃຫ້ທານ        ຢ່າເລືອກວັດ



2. ຍິນດີໃນສີ່ງ            ທີ່ຕົນໄດ້
    ພໍໃຈໃນສີ່ງ             ທີ່ຕົນມີ
    ເປັນຄົນໂຊກດີ       ທີ່ສຸດໃນໂລກ



3.  ມົວເມົາໃນສີ່ງ         ທີ່ຕົນໄດ້
     ຫຼົງໃຫຼໃນສີ່ງ          ທີ່ຕົນມີ
     ຄືສ້າງອະເວຈີ          ໄວ້ໃສ່ຕົນເອງ



4.  ມີສີ່ງຂອງ          ໄວ້ປະດັບບ້ານ
     ມີເພັດພອຍ      ໄວ້ປະດັບກາຍ
     ມີທັມມະ            ໄວ້ປະດັບໃຈ



5.  ຢ່າແກ້ງເຮັດດີ           ເພື່ອເອົາຫນ້າ
     ຢ່າເລຍແຂ່ງເລຍຂາ   ເພື່ອເອົາໃຈ
     ເຖີງແກ້ງເຮັດໄດ້        ແຕ່ໃຈກໍ່ເປັນທຸກ



6.  ຖ້າຢາກຫາ         ຄວາມສຸຂສຳຣານ
     ກໍ່ຢ່າເຜົາຜານ     ສົມບັດພໍ່ແມ່



7.  ຢູ່ຜູ້ດຽວ       ຢ່າງສະຫງົບ
     ດີກວ່າໄປ      ຄົບຄົນພານ



8.  ຖ້າເຮັດວຽກ         ເຫັນແກ່ຫນ້າ
     ຈະພົບບັນຫາ       ເລື້ອຍໆໄປ



9.  ຖ້າຕອ້ງການ        ເປັນອິດສະຣະ
     ໃຫ້ເອົາຊະນະ        ໃຈຕົນເອງ



10.  ຖ້າຂາດ             ຄວາມນຶກຄິດ
       ຊີວິດ                 ຈະຂາດຄວາມຫມາຍ



11.  ຄວາມຊີງຊັງ       ຄືເຂັມແທງຕາ
       ຄວາມອິດສາ      ຄືມີດຂີດໃຈ
       ການໃຫ້ອະໃພ    ຄືໃຈເມດຕາ



12.  ຄົນບຸນ...
       ຂົ່ມລົງເທົ່າໃດ      ກໍ່ແຫ່ງຟູຂື້ນ
       ປິດບັງເທົ່າໃດ      ກໍ່ແຫ່ງເຫັນແຈ້ງ
       ທຳລາຍເທົ່າໃດ     ກໍ່ແຫ່ງໄດ້ດີ

13.  ຄົນບາບ...
       ຍົກຂື້ນເທົ່າໃດ      ກໍ່ແຫ່ງຈົມລົງ
       ແນະນຳເທົ່າໃດ     ກໍ່ແຫ່ງມືດມົວ
       ຊວ້ນຊູເທົ່າໃດ      ກໍ່ແຫ່ງຕົກຕ່ຳ



14.  ສັດຕຼູທີ່ມາໃນຮູບສັດຕຼູ   ສູ້ໄດ້ງ່າຍ
       ສັດຕຼູທີ່ມາໃນຮູບມິດ      ສູ້ໄດ້ຍາກ



15.   ຄວາມສຸຂທຸກ        ເປັນຂອງຄູ່ກັນ

        ຢ່າມົວຫຼົງຕົວ         ເມື່ອມີສຸຂສັນ
        ຢ່າຟ້າວຄິດສັ້ນ       ເມື່ອມີຄວາມທຸກ


ສະບາຍດີທ່ານຜູ້ທີ່ກຳລັງອ່ານສຸພາສິນີ້ຢູ່ທຸກໆຄົນ
ຂ້າພະເຈົ້າຫວັງວ່າເມື່ອທ່ານໄດ້ອ່ານສຸພາສິດຂ້າງເທີງນີ້ແລ້ວ ຢ່າງນອ້ຍທ່ານກໍ່ຈະໄດ້
ຄະຕິເຕືອນໃຈບາງຢ່າງເພື່ອຊວ່ຍແຍງທາງໃນການດຳລົງຊີວິດໃນພາຍຂ້າຫນ້າ ແລະ
ຖ້າທ່ານໃດເຫັນວ່າມີປະໂຍດແລະຢາກນຳໄປເຜີຍແຜ່ໃຫ້ລູກຫຼານຂອງພວກເຮົາໄດ້ຮຽນ
ຮູ້ ແລະສືບຕໍ່ປົກປັກຮັກສາສິລປະວັນນະຄະດີລາວເຮົາ ກໍ່ມາມາດນຳໄປເຜີຍແຜ່ໄດ້ເລີຍ
ຕາມໃຈຊອບ

ທ້າຍສຸດນີ້ຂໍອ່ວຍພອນໃຫ້ທຸກທ່ານທີ່ໄດ້ອ່ານຈົ່ງໂຊກດີ
ມີສຸຂພາບແຂງແຮງ ປາດສະຈາກໂຣກໃພໃຂ້ເຈັບ

ດວ້ຍຄວາມຮັກແພງ
ອຈ. ຂຽນ ບຸດວິເສດ

Melbourne, Australia. 2015


Monday, August 31, 2015

ຜະຫຍາພາສິດລາວ - ຊຸດກຽ່ວກັບແຟສບຸກ

ຜະຫຍາພາສິດລາວ - ຊຸດກຽ່ວກັບແຟສບຸກ

ຕົວຢ່າງດັ່ງຕໍ່ໄປນີ້:

1- ແຟສບຸກນີ້           ມີທັງດີແລະຊົ່ວ
    ຢ່າໄດ້ເມົາເກືອກກົ້ວ   ຫຼົງຫຼີນບໍ່ຫວ່ງງານ


2- ສິບຊີ່ຍຸ້ງຊາວຊີ່ຍາກ       ໃຫ້ໄດ້ເປີດເບີ່ງແຟສບຸກ
    ພໍໄດ້ມີຄວາມສຸຂ           ໄດ້ທັກທາຍກັບເພື່ອນ


3- ຜົວຍໍ່ກັບບ້ານ          ເມຍເຂົ້າອ່ານແຟສບຸກ
    ພໍໄດ້ຄາຍຄວາມທຸກ    ໃຫ້ຊວ່ງໃຈໃນຍາມກຸ້ມ


4- ຜົວໄປມີຊູ້          ເພາະເມຍຢູ່ກັບແຟສບຸກ
    ບໍ່ຫວ່ງຄວາມສຸຂທຸກ   ບາດວ່າຜົວມາບ້ານ


5- ໂລກເຮົາໃນຍຸກນີ້     ຕິດຕໍ່ກັນວອ່ງໄວ
    ໃຜຈະຢູ່ໂລກໃດ        ວ່າໃກກໍ່ຄືໃກ້
    ເພາະເຮົາມີແຟສບຸກໃຊ້   ເປີດເຂົ້າໄປກໍ່ພໍ້ຫມູ່
    ເຫມືອນວ່າຢູ່ຮວ່ມບ້ານ    ຍາມຈາຕ້ານຕໍ່ກັນ...ເຈົ້າເອີຍ


6- ລາວເອີຍ...
     ຄັນເຈົ້າມີແຟສບຸກໃຊ້       ສັງມາພີີມພາສາໄທໃສ່
     ພາສາລາວພີມຂໍ້ຄວາມກໍ່ໄດ້   ສັງມາໄຊ້ແຕ່ໂຕໄທ...ແທ້ນໍ



7- ເມຍຫນີໄປມີຊູ້         ເພາະຜົວງົມຢູ່ນຳແຟສບຸກ
    ເຮັດໃຫ້ເມຍມີທຸກ    ຈື່ງຫ່າງໃກໃລເຈົ້າ


8- ເຖີງຜົວຈະຢູ່ບ້ານ      ເມຍກໍ່ອ່ານແຟສບຸກ
    ຜົວຊີ່ສຸກຫຼືທຸກ          ເມຍບໍ່ສົນພໍລີ້
    ຂໍໃຫ້ມີແຟສບຸກຫຼີ້ນ   ຫົວໃຈເມຍກໍ່ສົດຊື່ນ
    ເດີກດື່ນຍັງນັ່ງຫຼີ້ນ     ປອ່ຍຜົວນອນຖ້າຢູ່ຜູ້ດຽວ


ສະບາຍດີທຸກໆທ່ານພອ້ມດວ້ຍລູກຫຼານທຸກໆຄົນ ທີ່ມັກຮັກໃນສີລປະວັນນະຄະຄີຂອງລາວເຮົາ
ຜະຫຍາພາສິດຊຸດແຟສບຸກກໍ່ເປັນສະພາບການທີ່ເປັນຈີງໃນປັດຈຸບັນ ຊື່ງຂ້າພະເຈົ້າແຕ່ງຂື້ນ
ມາເພື່ອສະທອ້ນໃຫ້ເຫັນຊີວິດແລະສັງຄົມການເປັນຢູ່ຂອງຄົນເຮົາໃນຍຸກນີ້ ໂດຍບັນລະຍາຍຜ່ານ
ຜະຫຍາພາສິດລາວ

ດັ່ງນັ້ນເມື່ອຄົນລຸ້ນລູກ ລຸ້ນຫຼານອີກ 100 ຫາ 200ປີໄດ້ອ່ານກໍ່ຈະວາດພາບເຫັນໄດ້ເຖີງສະພາບຕົວ
ຈິງຂອງຊີວິດຂອງພວກເຮົາໃນຍຸກນີ້

ຖາ້ທ່ານໃດແຕ່ງຫຼືມີສຸພາສິດດີໆແລະຢາກມາໃຫ້ຂ້າພະເຈົ້າເຜີຍແຜ່ໃຫ້ທຸກຄົນໄດ້ອ່ານແລະສຶກສາ
ເປັນຄະຕິເຕືອນໃຈແລະທັງໄດ້ທັງຄວາມມວ່ນຊື່ນດວ້ຍ ກໍ່ຢ່າລືມສົ່ງມາປະກອບສວ່ນນຳກັນ

ທ້າຍສຸດຂໍອວ່ຍພອນໃຫ້ທຸກທ່ານມີສຸຂພາບເຂັ້ມແຂງ ໃຫ້ໂຊກດີປາສຈາກໂຣກໃພໃຂ້ເຈັບ ອ່ານຜະ
ຫຍາພາສິດແລ້ວໃຫ້ມີຄວາມເບີກບານມວ່ນຊື່ນ

ພົບກັນໃຫມ່ໃນກອນຕອນຕໍ່ໄປ
ດວ້ຍຄວາມຮັກແພງ

ລູງ ຂຽນ

Melbourne, Australia
01-09-2015



Sunday, August 23, 2015

ຜະຫຍາໂບຮານລາວ - ຜະຫຍາຍອ່ຍ - 1

ຜະຫຍາໂບຮານລາວ - ຜະຫຍາຍອ່ຍ - 1

ສະບາຍດີ
ຍີນດີຕອ້ນຮັບທຸກທ່ານທີ່ເຂົ້າມາອ່ານຜະຫຍາພາສິດໂບຮານລາວໃນທີ່ນີ້ ແລະຫວັງຢ່າຍີງວ່າ
ທ່ານຈະໄດ້ທັງຄວາມຮູ້ແລະຄະຕິເຕືອນໃຈ ເພື່ອຈະເປັນແວນແຍງໃນການດຳລົງຊີວິດໄປໃນ
ພາຍຄັ້ງຫນ້າ ສນັ້ນຂໍອວ່ຍພອນໃຫ້ທ່ານມີຄວາມສຸຂແລະໂຊກດີ ເຊີນເລື່ອນລົງໄປອ່ານສຸພາ
ສິດໄດ້ເລີຍ.

ຕົວຢ່າງຂ້າງລຸ່ມນີ້

1- ລາວເອີຍ...ຄັນເຈົ້າມີແຟສບຸກໃຊ້   ສັງມາພີມພາສາໄທໃສ່
   ພາສາລາວພີມຂໍ້ຄວາມກໍ່ໄດ້   ສັງມາໃຊ້ແຕ່ໂຕໄທ...ແທ້ນໍ


2- ໃຜວ່າວຽງຈັນເສົ້າ    ເຊົາເດີຢ່າຟ້າວວ່າ
     ມັນຊີ່ໂປ້ບາດຫຼ້າ      ຫມາກແຕງຊ້າງນວ່ຍປາຍ


3- ຢ່າໄດ້ໃລລາຖີ້ມ     ສັນຊາດລາວເດີມເກົ່າ
     ຢ່າໄດ້ປະສັນຊາດເຄົ້າ   ຫັນໄປເຂົ້າຊາດອື່ນແທນ


4- ເຈົ້າຢ່າໃລລາຖີ້ມ       ເມືອງລາວບ້ານພໍ່ແມ່ ເຮົາເດີ
    ໃຫ້ເຈົ້າແວຕ່າວໂຄ້ງ   ມາຊວ້ນຊວ່ຍຊູ
    ໃຫ້ເຈົ້າມາຟູເຟື້ອງ     ເມືອງເຄີຍຝັງສາຍແຫ່
    ຢ່າມົວແຕ່ຕິນັ້ນນີ້     ດີຮ້າຍກໍ່ບ້ານເຮົາ...ເຈົ້າເອີຍ


5- ພີ່ນອ້ງເອີຍ  ເພີ່ນວ່າ     ຕົກມາຮອດສະໃມນີ້
     ມີດີນ ແຕ່ບໍ່ມີປ່າໄມ້      ດີນຊີ່ແຕກເປັນຄອງ
     ມີຫນອງ ແຕ່ບໍ່ມີນຳ້ຂັງ  ຊີ່ແຫ້ງເປັນທະເລແລ້ງ
    ນ້ຳຫວ້ຍເຊ ຊີ່ບົກແຫ້ງ    ແສງຕາເວັນຊີ່ເຜົາຈີ່
    ຊີວິດສັດໃຫຍ່ນອ້ຍ        ຊີ່ສູນເຊື້ອເຜົ່າພັນ...ເຈົ້າເອີຍ


6- ເພີ່ນວ່າ...ຄົນທຸກ     ຊື້ຫວຍ
                   ຄົນຣວຍ     ຊື້ຫຸ້ນ
                   ຄົນມີທຸນ    ຊື້ດີນ
                   ຄົນບໍ່ມີກີນ  ຊື້ເຫຼົາ


7- ໄທຕາຍ    ຍອ້ນຂ່າວ
    ລາວຕາຍ  ຍອ້ນກຽດ
    ວຽດຕາຍ  ຍອ້ນຂູຊີ


8- ຊ່າງມາດົກກ້າໄວ້      ເທີງໂພນໃຫ້ນ້ຳແຊ່
     ຊ່າງມາແຊ່ກ້າໄວ້      ໃນນ້ຳໃຫ້ປວກກີນ


9- ຄັນບໍ່ຈີງເຈົ້າຢ່າເວົ້າ      ຄັນບໍ່ເອົາເຈົ້າຢ່າວ່າ
    ຢ້ານຄືຕອກມັດກ້າ      ດຳນາແລ້ວຢຽບໃສ່ຕົມ


10- ຂອ້ຍນີ້ ປຽບດັ່ງໃກ່ຜູ້ນອ້ຍ    ຫາກໍ່ແອບຮຽນຂັນ
       ຕົບປີກຍັງບໍ່ດັງ         ສຽງຂັນຍັງບໍ່ກ້າ
                                      ຈາເວົ້າກໍ່ບໍ່ເປັນ...ເຈົ້າເອີຍ


ຂອບໃຈທີ່ຕິດຕາມອ່ານສຸພາສິດຂອງລາວເຮົາ ແລະຖ້າຢາກໃຫ້ສິລປະວັນນະຄະດີຂອງ
ລາວເຮົາຍັງຄົງຢູ່ ແລະຕົກທອດໄປຮອດເຊັ່ນລູກເຊັ່ນຫຼານ ພວກເຮົາທຸກຄົນມີຫນ້າ
ຕອ້ງຊວ່ຍກັນເຜີຍແຜ່ໃຫ້ທຸກໆຄົນໄດ້ຮູ້ ໄດ້ອ່ານ ແລະໄດ້ເຫັນຢ່າງກວ້າງຂວງ
ຂໍໃຫ້ໂຊກດີ ແລະມີຄວາມສຸຂຫຼາຍໆເດີ
ດວ້ຍຄວາມຮັກແພງ
ພົບກັນໃຫມ່ໃນຕອນຕໍ່ໄປ
Bye-Bye

Wednesday, May 20, 2015

ຜະຫຍາໂບຮານລາວ - ຜະຫຍາຍອ່ຍ

ຕົວຢ່າງ: ຜະຫຍາຍອ່ຍ 

-ລາວເອີຍ...
 ຄັນເຈົ້າມີບຸນໄດ້                    ໄປຢູ່ເມືອງອະເມຣິກາ
 ເຈົ້າຢ່າລືມບ້ານນາ                ບອ່ນເຄີຍຂີ່ຄວຍແລະຫຼົກກ້າ


-ນົກພາກຄູ່                     ມັນຍັງຮອ້ງສຽງດັງ
 ກາພາກຮັງ                     ມັນຍັງຮອ້ງສຽງກອ້ງ
 ບາດວ່າອ້າຍພາກນອ້ງ   ຄຳດຽວບໍ່ເອີ້ນສັ່ງ
 ຄັນບໍ່ໄດ້ສັ່ງໄວ້                 ໃຈນອ້ງແຫ່ງຫວ່ງນຳ  ອ້າຍເອີຍ


-ໃຈບໍ່ຮັກມັກແລ້ວ        ເວົ້າແມ່ນກໍ່ເປັນຜີດ
 ໃຈບໍ່ເຄີຍຄິດນຳ           ເວົ້າດີກໍ່ເປັນຮ້າຍ
 ໃຈບໍ່ເຄີຍຫມາຍຫມັ້ນ  ແສນຊີ່ອອຍກໍ່ປານດ່າ
 ໃຈບໍ່ສັດທາຢູ່ແລ້ວ       ເຮັດດີໃຫ້ກໍ່ບໍ່ເອົາ  ເຈົ້າເອີຍ


-ລາວເອີຍ...ຄັນເຈົ້າມີແຟສບຸກໃຊ້     ສັງມາພີມພາສາໄທໃສ່
 ພາສາລາວພີມຂໍ້ຄວາມກໍ່ໄດ້              ສັງຫັນໄປໃຊ້ແຕ່ໂຕໄທ...ແທ້ນໍ


-ເດີນທາງບໍ່ສຸດເສັ້ນ                       ຢ່າຖອຍຫຼັງໃຫ້ເຂົາຢຽບ
 ຕາຍຂໍໃຫ້ຕາຍຫນ້າພຸ້ນ                ເຂົາຈີ່ງເອີ້ນວ່າແມ່ນຄົນ...ເຈົ້າເອີຍ


-ຊາດທີ່ແນວນາມບົ້ງ            ແປນໂຕກາຊີ່ຕອດ
  ໃຫ້ເຈົ້າເຮັດດັ່ງມອ້ນ            ໃຍຫຸ້ມຫໍ່ໂຕ...ໄວ້ເດີ


-ຄັນແມ່ນເຮັດດີແລ້ວ           ໃຜຊີ່ຫຍັນກໍ່ຕາມຊ່າງ
 ຄັນແມ່ນເຮັດຖືກແລ້ວ         ຊີ່ຫຍັນຫຍໍ້ກໍ່ຊ່າງໃຜ...ເຈົ້າເອີຍ


-ລາວເອີຍ...
 ຄັນເຈົ້າມີບຸນໄດ້                    ໄປຢູ່ເມືອງອະເມຣິກາ
 ເຈົ້າຢ່າລືມບ້ານນາ                ບອ່ນເຄີຍຂີ່ຄວຍແລະຫຼົກກ້າ