Wednesday, January 28, 2015

ຜະຫຍາພາສິດບູຮານລາວ - ຕອນທີເຈັດ

ຕອນ - ທຸກຍາກ
-ທຸກຍາກໄຮ້                      ເຂີນຂາດແລງງາຍ
 ພິກຢູ່ເຮືອນເຫນືອ          ເກືອຢູ່ເຮືອນໃຕ້
 ຫົວສີງໃຄ                         ຢູ່ເຮືອນທົ່ງ
 ມີເຂົ້າແລ້ວ                      ເກືອຊີ່ຈ້ຳກໍ່ບໍ່ມີ



-ທຸກຍາກລ້ຳ                     ປາກກ່ຳກີນມັນມົກ
 ຄັນບໍ່ກີນມັນມົກ             ປາກບໍ່ກ່ຳປານນີ້

-ທຸກຍາກຮ້າຍ                  ກາຍກ່ຳຜອມໂຊ
 ຍາກເພາະໂຕບໍ່ມີເງີນ      ເພີ່ນບໍ່ຖາມເຖີງຊ້ຳ

-ທຸກຍາກຮ້າຍ                  ອາຍຫມູ່ຫມູຫມາ
 ຄັນເຫັນກາບີນມາ           ວ່າແຕ່ມັນຊີ່ມາທວ້ງ

-ທຸກຍາກງອ່ມງໍ້                ຂໍທານກີນກົ້ມກໍ່ສໍ່
 ໃຈດີເພີ່ນກໍ່ໃຫ້                 ໃຈຮ້າຍວ່າບໍ່ມີ

ຕອນ - ທັງຫຼາຍ
-ທັງຫຼາຍເພີ່ນກີນເຫຼົ້າ       ເມົາສຸຣາກໍ່ຍັງສວ່ງ
 ບາດວ່າຂອ້ຍມັກເຈົ້າ        ບໍ່ມີມື້ຊີ່ສວ່ງເປັນ

-ທັງຫຼາຍເພີ່ນເມົາເຫຼົ້າ      ໂຕພັດເມົານ້ຳທ່າ
 ເມົາແມ່ຮ້າງແມ່ຫມ້າຍ    ປານເອົ້າອູດກະແຕ

-ທັງຫຼາຍເພີ່ນກີນເຫຼົ້າ       ກີນຢາຈຶ່ງວຽນວີ່ງ
 ບາດຫ່າຟັງເຈົ້າເວົ້າ           ຕົວຂອ້ຍກໍ່ຊ່າງເມົາ

-ທັງຫຼາຍເພີ່ນນັ້ນລ້ຽງ       ງົວຄວຍໄວ້ໃຖຄາດ
 ບາດວ່າເຈົ້າ                       ສັງມາລ້ຽງແຕ່ຜູ້ຊາຍ

-ທັງຫຼາຍເພີ່ນນັ້ນເວົ້າ         ຊາຍດຽວແລ້ວເຕື້ອງຕໍ່
 ບາດຫ່າເຈົ້ານັ້ນນາ             ມີຫມື່ນຊູ້ ຊີ່ໄປເຕື້ອງຕໍ່ໃຜ

ຕອນ - ແນວວ່າ
-ແນວວ່າເປັນເສືອແລ້ວ         ລາຍບໍ່ລາຍເພີ່ນກໍ່ຕູ່
 ແຫນງສູ້ຫາຫມີ່ນຫມ້ໍ            ມາແຕ້ມຕື່ມລາຍ


-ແນວວ່າກົກຕານເນີ້້ງ            ໂງເງຢູ່ກາງທົ່ງ
 ເຄືອເຂືອງກໍ່ບໍ່ກ້ຽວ                 ໂທນໂທ້ຢູ່ຜູ້ດຽວ

-ແນວວ່າກາເຫັນກວ້ຍ            ໃນສວນສຸກເຮັ່ຍ
 ກາຫາກີນອີ່ມທອ້ງ                  ສາແລ້ວຈື່ງບີນຫນີ

-ແນວວ່າຄົນຈົນໄຮ້                  ອານາຖາທຸກຍາກ
 ແສນຊີ່ມາຫນ່ຽວນອ້ມ           ຫມົດມື້ກໍ່ເປົ່າດາຍ

-ແນວວ່າກາດຳປີ້                     ຊີ່ທຽມຫົງມັນຜີດຊາດ
 ກາກໍ່ຕອ້ງໄປຮວ່ມຊອ້ນ          ກາພຸ້ນຈັ່ງແມ່ນແນວ

-ແນວວ່າຂອ້ຍ                         ບັກຫອຍນາຫນ້າຕ່ຳ
 ມັນບໍ່ສົມສ່ຳເຊື້ອ                    ເຄືອເຄົ້າບ່າວພີ່ຊາຍ

-ແນວວ່າກວ້ຍຕີບນອ້ຍ         ບໍ່ໃຫ້ປູກຮວ່ມສວນ
 ແນວກວ້ຍຍວນ                     ບໍ່ໃຫ້ປູກຮວ່ມບ້ານ
 ແນວຂີ້ຄ້ານ                            ລູງປ້າເພີ່ນບໍ່ເອົາ

ຕອນ - ແນວນາມ -ແນວປານ - ແນວຄວາມ
-ແນວນາມຂອ້ຍ                       ບັກຫອຍນາຫນ້າຕ່ຳ
 ມັນບໍ່ສົມສ່ຳເຊື້ອ                      ເຄືອເຈົ້າຊາດຫົງ   ດອກນາ

-ແນວນາມເຊື້ອ                         ເສືອໃພພະນອມປ່າ
 ບໍ່ຫອ່ນອົດຢາກເນື້ອ                 ໃນດົງກວ້າງໃຫ່ຍຫຼວງ

-ແນວນາມເຊື້ອ                         ກວາງຟານໃຜກໍ່ຢາກ
 ບາດວ່າກີນອີ່ມແລ້ວ                ໂຄງເນື້ອກໍ່ບໍ່ຝັງ

-ແນວນາມເຊື້ອ                         ຄົນງາມໃຜກໍ່ຊ່າ
 ໃຈຄືດວ່າແມ່ນແລ້ວ                 ຕົວຂອ້ຍກໍ່ຈື່ງມາ

-ແນວນາມເຊື້ອ                         ຊາຍແຂ່ງຄົນເກ່ງ
 ຄັນແມ່ນເລ່ງໃສ່ນອ້ງ               ໃຫ້ມາພອ້ມພ່ຳໃຈ

ຕອນ - ບໍ່ໄດ້ໃລ
-ບໍ່ໄດ້ໃລນາງນອ້ງ                       ໄປມີສອງຊອ້ນອື່ນ
 ແມ່ນຊີ່ມີຫມື່ນສາວ                  ແມ່ນຊີ່ງາມຢາດຟ້າ
 ອາສາລ້ຽງ                                  ອ້າຍບໍ່ເອົາ    ນອ້ງເອີຍ








-ບໍ່ໄດ້ໃລເສັຍຖີ້ມ                        ພົງພັນພີ່ນອ້ງເກົ່າ
 ບໍ່ໄດ້ລະເຜົ່າເຊື້ອ                       ທາງພີ້ໃຫ້ຫງ່ວມເຫົງາ   ດອກນາ

-ບໍ່ໄດ້ໃລວາງຖີ້ມ                        ໃຫ້ປາຕາຍແຫ້ງເປົ່າ
 ບໍ່ໄດ້ລະປອ່ຍຖີ້ມ                       ໃຫ້ປາຢ້າງເຫົ່ນາເຫັມນ   ດອກນາ

-ບໍ່ໄດ້ໃລລາຊີ້ນ                          ຫນີໄປກີນປາແດກອື່ງ
 ບໍ່ໄດ້ລະຕອ່ນຊີ້ນ                      ໄປກີນກອ້ຍອອ່ມກະແຕ

-ບໍ່ໄດ້ໃລແຜຝ້າຍ                      ຫນີໄປຊົມແຜປ່ານ
 ບໍ່ໄດ້ລະມ່ານກັ້ງ                        ຫນີໄປຊົ້ນຮົ່ມມອງ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີແປດ


Monday, January 26, 2015

ຜະຫຍາພາສິດບູຮານລາວ - ຕອນທີຫົກ

ຕອນ - ຕາມໃຈ


-ຕາມໃຈນ້ຳ                       ໃຫຼໄປກໍ່ຕາມຊ່າງ
 ເຫັນແຕ່ນ້ຳລອ່ງໃຕ້          ຊີ່ໃຫຼຂື້ນແມ່ນບໍ່ມີ

-ຕາມໃຈເຜີ້ງ                    ຂາງໄຟຫາກຊີ່ເສື່ອມ
 ເອົາແຕ່ເຜີ້ງຊີ່ຍອ້ຍ          ໂຕຂອ້ຍຊີ່ຄອ່ຍສີ

- ຕາມໃຈນ້ຳ                      ໃຫຼເວີນກໍ່ມີຢູ່
 ບໍ່ແມ່ນຊີ່ລອ່ງໃຕ້              ເວີນຂື້ນກໍ່ຫາກມີ

-ຕາມໃຈນ້ຳ                       ຊີ່ໃຫຼລົງແຕ່ທາງລຸ່ມ
 ມີແຕ່ນ້ຳລອ່ງໃຕ້               ຊີ່ເວີນຂື້ນກໍ່ບໍ່ໃກ

-ຕາມໃຈແຮ້ງ                    ຊີ່ກຸມກີນແຕ່ຫມາເຫົ່ນາ
 ມີເຂົ້າຫນຽວເຂົ້າຈ້າວ       ເຕັມເລົ້າກໍ່ບໍ່ສົນ

-ຕາມໃຈກຸ້ງ                      ຊີ່ກຸມກີນປາບືກໃຫ່ຍ
  ຄັນແມ່ນກີນບໍ່ໄດ້           ຊີ່ເອົາພ້າຊວ່ຍຟັນ

-ຕາມໃຈແຂ້                     ຊີ່ກີນຫີນກໍ່ຕາມຊ່າງ
 ປາມີຢູ່ແທ້ໆ                     ຊີ່ກີນໄມ້ກໍ່ຊ່າງມັນ

-ຕາມໃຈເຈົ້າ                     ເອົາບໍ່ເອົາກໍ່ບໍ່ວ່າ
  ຄັນແມ່ນຄິດແມ່ນແລ້ວ  ຊີ່ເອົາອ້າຍບໍ່ວ່າຫຍັງ

-ຕາມໃຈເຈົ້າ                     ຊີ່ເອົາໃຜກໍ່ຕາມຊ່າງ
 ຄັນເຈົ້າເຊົາຝ່າຍພຸ້ນ        ມາພີ້ພີ່ຊີ່ເອົາ

-ຕາມໃຈຖວ້ຍ                   ໃຫ້ຕັກແກງລົງໃສ່
 ຄັນແມ່ນບວ່ງບໍ່ຊວ້ນ       ຊີ່ລົງທອ້ງໄດ້ຢ່າງໃດ

-ຕາມໃຈອ້າຍ                     ຫມົດກາຍຊີ່ຍໍມອບ
 ຄັນແມ່ນເຊື່ອອ້າຍໄດ້       ໃຈນອ້ງຊີ່ມອບນຳ

-ຕາມໃຈອ້າຍ                     ຊີ່ເປັນຕາຍກໍ່ບໍ່ວ່າ
 ວ່າແຕ່ທາງອ້າຍລ້ຽງ         ຕົວຂອ້ຍຊີ່ຄອ່ຍຕາມ

-ຕາມໃຈແລ້ວ                    ແຫຼວແດງຊີ່ກີນຮຸ້ງໃຫ່ຍ
 ຢ້ານແຕ່ໃຈບໍ່ກ້າ               ກາແຮ້ງຊີ່ໂຫ່ແຫຼວ   ນັ້ນແລ້ວ

ຕອນ - ຕິຖະແຫຼງ


-ຢ່າມາຕິຖະແຫຼງເວົ້າ        ເອົາເລົາມາປູກ
 ບໍ່ແມ່ນເຊື້ອຊາດອອ້ຍ      ກີນໄດ້ກໍ່ບໍ່ຫວານ

-ຢ່າມາຕິຖະແຫຼງລົ້ມ         ຕົມບໍ່ມີພະລາດມື່ນ
 ຢ່າມາຕິພະລາດລື້ນ         ເດືອນຫ້າກອ່ນຝົນ

-ຢ່າມາຕິຖະແຫຼງລົ້ມ         ຕົມບໍ່ມີພະລາດມື່ນ
 ຢ່າມາຕິວາດເວົ້າ              ລວງຂອ້ຍແລ້ວບໍ່ເອົາ

-ຢ່າມາຕິຖະແຫຼງແປ້ງ      ແປງເປັນຫຼາຍວາດ
 ຢ່າມາຕົ໋ວະອີນອ້ງ             ໃຫ້ນອນແລ້ງຢູ່ຜູ້ດຽວ

-ຢ່າມາຕິຖະແຫຼງຫຼີ້ນ         ເຫັນເຮົາເປັນຄົນໂງ່
 ຢ່າມາເຮັດອວດໂອ້            ວ່າໂຕນັ້ນເກ່ງຫຼາຍ

-ຢ່າມາຕິຖະແຫຼງຣວ້ມ      ຄວາມບໍ່ມີຢ່າຫາວ່າ
 ຢ່າມາຕິອີນອ້ງ                 ວ່າມີຊູ້ຈາກພີ່ຊາຍ

-ບໍ່ໄດ້ຕິຖະແຫຼງຣວ້ມ        ຄວາມບໍ່ມີບໍ່ຫາວ່າ
ຮັບຟ້າຜ່າກໍ່ໄດ້                  ໄຟໄຫມ້ກໍ່ຮັບເອົາ

-ບໍ່ໄດ້ຕິຖະແຫຼງເວົ້າ          ຖ້າບໍ່ເອົາອ້າຍບໍ່ວ່າ
 ຮັບຫ່າກີນກໍ່ໄດ້                ໃຈອ້າຍຫມັ້ນຕໍ່ນາງ

-ຢ່າມາຕິຖະແຫຼງວ່າ         ເຫັນປາວ່າແມ່ນນາກ
 ເຫັນຄັນຄາກແທ້ໆ          ຊີ່ໄປເອີ້ນວ່າກົບ   ໄດ້ຢ່າງໃດ

-ຢາ່ມາຕິຖະແຫຼງເອີ້ນ      ເຊີນໆເຂົ້າໄປນັ່ງ
 ບາດວ່າອ້າຍນັ່ງແລ້ວ      ນ້ຳຈັກຈອກຊີ່ໄດ້ກີນບໍ່ນໍ

-ຢ່າມາຕິຖະແຫຼງຍູ້          ເຫັນງູວ່າແມ່ນອ່ຽນ
 ບາດມັນຂົບຕອດເຈົ້າ     ຍັງຊີ່ຮູ້ວ່າແມ່ນງູ ດອກນາ

-ຢ່າມາຕິຖະແຫຼງເຫຼັ້ນ      ນອນເວັນກໍ່ວ່າຫມັ່ນ
 ເຮັດກໍ່ຈື່ງແລ້ວ                ບໍ່ເຮັດກໍ່ບໍ່ແລ້ວ
 ຊີ່ຕົ໋ວະຂອ້ຍ                      ເຮັດອີຫຍັງ

-ຢ່າມາຕິຖະແຫຼງລົ້ມ        ກີນຫມາກຍົມ ຫມົດມື້ລະກະຕ່າ
 ກີນຫມາກຂາມ               ຫມົດມື້ລະຕົ້ນ
 ຄວາມສົ້ມ                        ແມ່ນບໍ່ມີ

-ບໍ່ໄດ້ຕິຖະແຫຼງເວົ້າ          ເມົານ້ຳລາຍເວົ້າລ່າຍ
 ບໍ່ໄດ້ຫມາຍຫຼອກຫຼໍ້          ລວງຫຼີ້ນໃຫ້ເພີ່ນຫຍັນ  ດອກນາ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີເຈັດ

Saturday, January 10, 2015

ຜະຫຍາພາສິດບູຮານລາວ - ຕອນທີຫ້າ

ຕອນ - ຊ່າງມາ
-ສັງມາຫຼົກກ້າໄວ້              ເທີງໂພນໃຫ້ນ້ຳແຊ່
ສັງມາແຊ່ກ້າໄວ້                ໃນນ້ຳໃຫ້ປວກກີນ











-ຊ່າງມາປູກຜັກແປ້ນ         ແທນຫນານຜັກບົວ
ຂອງເກົ່າຍັງບໍ່ທັນໄດ້ກູ້        ສັງມາປູກໃຫ່ມແທນ

-ຊ່າງມາປູກຜັກແປ້ນ         ແທນຫນານຜັກອີເລີດ
ຂອ້ຍສັງມາເປີດເຈົ້າແທ້     ມີຊູ້ວ່າບໍ່ມີ

-ຊ່າງມາເວົ້າໃສ່ອ້າຍ           ໃຫ້ຈຳຈາກໃກຫນີ
ຊ່າງມາຫາຕິ                       ວ່າພີ່ຊາຍນັ້ນມີຊູ້
ໃຫ້ເຈົ້າດູສີຫນ້າ                  ຫູຕາອ້າຍມັນຫຼ່າ   ຊັ້ນບໍ
ຄັນມັນເຫຼືອງຫຼ່າແທ້         ມີຊູ້ຈັ່ງຊີ່ຄື  ນອ້ງເອີຍ

-ຊ່າງມາຫາເວົ້າ                 ວ່າກະຕ່າຍມີເຂົາ
ວ່າແມງເງົາມີມົນ              ບີນບົນຢູ່ຄືຮຸ້ງ
ຈິດໃຈມຸ້ງ                          ຂອງຊາຍຍັງຫມັ້ນທ່ຽງ
ວ່າແມ່ນທ່ຽງແທ້              ສະເມີດ້າມດັ່ງກົ້ນຫອຍ

ຕອນ - ຕົກກະເທີນ
-ຕົກກະເທີນ                      ໄດ້ກຳຂໍແຂ້
ບໍ່ມີວາງ                            ໃຫ້ຫາງຟາດ
ມີຕັ້ງແຕ່ຊີ່ເນັ້ນ                 ຄໍແຂ້ໃສ່ຂີ້ຕົມ   ນັ້ນແລ້ວ

-ຕົກກະເທີນວ່າ                ວ່າໄດ້ປ້ຳ
ຊີ່ນຳຮອນ                        ຫມົດທຸກງ່າ
ພ້າບໍ່ບ່ານ                         ຂວານບໍ່ເປ້
ບໍ່ຈຳປອ້ງ                         ຂອ້ຍບໍ່ເຊົາດອກນ໋າ

-ຕົກກະເທີນ                ວ່າໄດ້ຈ້ຳ
ຊີ່ເປັນແກງ                  ຫຼືປົ່ນກໍ່ຕາມທອ້ນ
ມີຕັ້ງແຕ່ຊີ່ຄຸ້ຍ             ຫມົດຖວ້ຍຈື່ງຊີ່ເຊົາ   ເຈົ້າເອີຍ

-ຕົກກະເທີນ                ວ່າໄດ້ເປັນເສືອແລ້ວ
ລາຍບໍ່ລາຍ                   ເຂົາກໍ່ຕູ່
ວ່າຊີ່ຫາຫມິ່ນຫມ້ໍ        ມາແຕ້ມຕື່ມລາຍ

-ຕົກກະເທີນ                     ວ່າໄດ້ກວນແລ້ວ
ຊີ່ກວນລົງ                          ໃຫ້ມັນຂຸ່ນ
ຄັນແມ່ນກວນຂຸ່ນແລ້ວ    ຊີວກຸ້ງຫາກຊີ່ງອມ  ຢູ່ຕີ໋

-ຕົກກະເທີນວ່າໄດ້ສູ້         ບໍ່ມີຖອຍໃຫ້ເຂົາດ່າ
ນັບແຕ່ມື້ຊີ່ເດີນຫນ້າ        ຊີ່ຖອຍກົ້ນນັ້ນຢ່າຫວັງ

-ຕົກກະເທີນວ່າໄດ້ກີນແລ້ວ    ຊີ່ກີນໄປໃຫ້ມັນອີ່ມ
ຢ້ານແຕ່ກ່ອງເຂົ້ານອ້ຍ           ບໍ່ມີເຂົ້າຊີ່ໃຫ້ກີນ   ນັ້ນແລ້ວ

-ຕົກກະເທີນວ່າໄດ້ກີນກອ້ຍ     ບໍ່ມີອາຍຄັນບໍ່ອີ່ມ
ມີຕັ້ງແຕ່ຊີ່ຄຸ້ຍ                         ໃຫ້ຄຳເຂົ້າສວດກາງ   ພຸ້ນແລ້ວ

-ຕົກກະເທີນເຮັດນາແລ້ວ       ຊີ່ທັງໄຖທັງຄາດ
ຄັນແມ່ນໄຖຄາດແລ້ວ            ນາງນອ້ງໃຫ້ຄ່ອຍດຳ

-ຕົກກະເທີນມາເຖີງແລ້ວ       ບໍ່ຄືນເມືອມືເປົ່າ
ວ່າຊີ່ເອົາແຈ່ມເຈົ້າ                  ເມືອບ້ານໃຫ້ແມ່ຊົມ

-ຕົກກະເທີນວ່າໄດ້ກ້ຽວ          ຊີ່ຂໍເອົາເປັນຄູ່
ແມ່ນເຈົ້າມີຫມື່ນຊູ້                 ຕົວຂອ້ຍຊີ່ຍາດເອົາ

-ຕົກກະເທີນວ່າໄດ້ກຳແຂນແລ້ວ    ບໍ່ມີວາງໃຫ້ຄົນອື່ນ
ມີຕັ້ງແຕ່ຊີ່ທື້ນ                       ດືງເຈົ້າເຂົ້າໃສ່ຄີງ

-ຕົກກະເທີນໄດ້ຕຳແຈ່ວແລ້ວ    ຊີ່ຕຳໄປໃຫ້ມັນແຫຼກ
ຄັນແມ່ນສາກບໍ່ຫ້ຽນ               ສຸດດ້າມແມ່ນບໍ່ເຊົາ

-ຕົກກະເທີນໄດ້ມານຳແລ້ວ       ບໍ່ຄືນເມືອໃຫ້ແມ່ດ່າ
ຄັນເຈົ້າປະປອ່ຍຖີ້ມ                  ຕົວຂອ້ຍສ່ວນຊີ່ຕາຍ

-ຕົກກະເທີນໄດ້ເດີນແລ້ວ        ຊີ່ເດີນໄປໃຫ້ມັນຮອດ
ຄັນແມ່ນໄປຮອດແລ້ວ            ແນວຢາກໄດ້ຫາກຊີ່ເຫັນ

-ຕົກກະເທີນໄດ້ງົມແລ້ວ          ຊີ່ຄວາຫາປາຄໍ່ໃຫ່ຍ
ຄັນບໍ່ໄດ້ແທ້ໆ                           ປາຫຼົດນອ້ຍກໍ່ຊີ່ເອົາ

-ຕົກກະເທີນໄດ້ມາຮອດແລ້ວ    ຊີ່ຂໍຝານພະໃມຈິດ
ພັນທະນັງຕິດ                          ຫມື່ນປີບໍ່ໃລເຈົ້າ
ວ່າຊີ່ເອົາໃຈເຂົ້າ                        ຫມາຍຕາຍເກີດຮ່ວມ
ບໍ່ໄດ້ລະຄາດແຄ້ວ                    ຊີ່ຫມາຍຫມັ້ນຮ່ວມຫມອນ

-ຕົກກະເທີນໄດ້ລົງເຮືອແລ້ວ     ຊີ່ພາຍໄປໃຫ້ເຖີງຝັ່ງ
ຄັນແມ່ນຝັ່ງນ້ຳກວ້າງ             ຕົວເຈົ້າໃຫ້ຊ່ອຍພາຍ  ແນ່ເດີ

-ຕົກກະເທີນໄດ້ແຕ້ມ              ຊີ່ຂຽນລາຍໃຫ້ເຈົ້າເບີ່ງ
ທັງລາຍລຸ່ມລາຍເທີງ                ໃຫ້ມັນງາມຍີ່ງແຍ້ມ
ຄືລາຍແຕ້ມ                             ຈື່ງຊີ່ເຊົາເຈົ້າເອີຍ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີຫົກ


ຜະຫຍາພາສິດບູຮານລາວ-ຕອນສີ່

ຕອນ-ເຈົ້າຢ່າ
-ເຈົ້າຢ່າປະຂອ້ຍໄວ້         ກາງໄຮ່ເປັນຫມູ່ກາ
ເຈົ້າຢ່າປະຂອ້ຍໄວ້         ກາງນາເປັນຫມູ່ໃກ່
ເຈົ້າຢ່າປົງຂອ້ຍໄວ້         ໃລຖີ້ມໃຫ້ປຽ່ວພອຍ

-ເຈົ້າຢ່າປະຂອ້ຍໄວ້         ກາງໄຮ່ເປັນຫມູ່ກາ
ເຈົ້າຢ່າປະຂອ້ຍໄວ້         ກາງນາເປັນຫມູ່ໃກ່
ເຈົ້າຢ່າປະຂອ້ຍໄວ້         ໃຫ້ນອນໃຫ້ຢູຸຜູ້ດຽວ ອ້າຍເອີຍ












-ເຈົ້າຢ່າຄອງຄອຍຖ້າ      ຜີຕາຍບໍ່ກັບເກີດມາແລ້ວ
ໃຫ້ເຈົ້າຫາໃຫມ່ຊອ້ນ      ຊອນໄວ້ດັ່ງກາບປີ

-ເຈົ້າຢ່າປູກດອກຊອ້ນ    ຊອນດອກກະດັນງາ
ເຈົ້າຢ່າມາລວງຕົ໋ວະ        ຫຼອກອີນາງໃຫ້ເປັນຮ້າງ

-ເຈົ້າຢ່າເກັບດອກຫວ້ານ   ບ້ານເພີ່ນມາຊົມ
ໃຫ້ເຈົ້າງອຍຊານເກັບ         ດອກກະຈຽວກາງບ້ານ

-ເຈົ້າຢ່າພາທີເວົ້າ             ວ່າງູເຫົ່າເປັນປາໃຫຼ
ເຈົ້າຢ່າມາຖະແລງໃຂ        ວ່າຮັກຊາຍດຽວແທ້
ເພາະວ່າຫົວໃຈເຈົ້າ           ມີຊາຍຫຼາຍຊື່
ຄືດັ່ງຝັງກຽ່ວໄວ້               ໃນຫັ້ນຫມື່ນດວງ

-ເຈົ້າຢ່າເວົ້າຈັງຊັ້ນ           ມັນຜີດຮີດຄອງທັມ
ຄອງໂບຮານ                    ເພີ່ນສັ່ງສອນໄວ້
ບ່າວສາວນີ້                      ກູມືງຢ່າໄດ້ວ່າ
ແມ່ນຊີ່ຊັງເທົ່າຟ້າ           ຄວາມຮ້າຍຢ່າຊີ່ຈາ

-ເຈົ້າຢ່າເວົ້າຈັງຊັ້ນ           ມັນຜີດຮີດຄອງທັມ
ຄອງໂບຮານ                    ເພີ່ນສັ່ງສອນໄວ້
ຜົວເມຍນີ້                       ກູມືງຢ່າໄດ້ວ່າ
ໃຫ້ເຈົ້າເອີ້ນ                      ຂອ້ຍແລະເຈົ້າ
ຕະຜອງເທົ້າ                    ຊົ່ວຊີວັງ   ເຈົ້າເອີຍ

ຕອນ-ຊາຕາ
-ຊາຕາມາເຖີງນີ້           ຈຳຫນີກໍ່ຂໍຢູ່
ແມ່ນແຜ່ນດີນ            ທໍ່ນວ່ຍຫມາກບ້າ
ແມ່ນແຜ່ນຟ້າ             ທໍ່ກະກົ້ງມອ້ນ
ຊີ່ຂໍມ້ຽນ                        ກະດູກດອມ










-ຊາຕານອ້ຍ                 ຊີ່ຄອຍໄປຮອ້ຍຊາດ
ຄັນຊາດນີ້ບໍ່ພໍ້              ຊາດຫນ້າຫາກຊີ່ເຫັນ  ຢູ່ຕິ໋

-ຊາຕາຂອງນອ້ງນີ້        ຢ້ານຄືແຕງກາງໄຮ່
ອ້າຍຫາກກີນຫນ່ວຍແລ້ວ  ຊີ່ໃລຖີ້ມດັ່ງເຄືອ

-ຊາຕາຄາດຊີ່ໄດ້            ບີນມາຄືນົກເຈົ່າ
ຊາຕາຄາດບໍ່ໄດ້              ຊີ່ບີນເຈີ້ຍເຈີດຫນີ

-ຊາຕາມາຕົກນີ້            ຈຳຫນີກໍ່ຂໍຢູ່
ຊາຕາຕົກໃຕ້ຄີ້ວ          ປີຫນ້າຊີ່ເພີ່ງດັງ

-ຊາຕານອ້ຍ                  ບັກຫອຍນາຫນ້າຕ່ຳ
ມັນບໍ່ສົມຊ່ຳເຊື້ອ           ແນວເຈົ້າຊາດຫົງ

ຕອນ-ຊາດທີ່
-ຊາດທີ່ເປັນເສືອແລ້ວ    ລາຍບໍ່ລາຍເຂົາກໍ່ຕູ່
ແຫນງສູ້ຫາຫມິ່ນຫມ້ໍ      ມາແຕ້ມຕື່ມລາຍ










-ຊາດທີ່ກາເຫັນກວ້ຍ      ສຸກຢູ່ເຕັມສວນ
ກາຊີ່ທຽວມາກີນ           ບໍ່ໃຫ້ມັນເຫຼືອຄ້າງ

-ຊາດທີ່ໄຟເດືອນຫ້າ      ບໍ່ໃຂທວນຊີ່ຮອ້ນເຫັ່ງ  ຕາຍແລ້ວ
ນາກບໍ່ໃຂປອ່ງນ້ຳ          ປາຊີ່ເອົ້າອັ່ງຕາຍ  ແທ້ໃດ

-ຊາດທີ່ຂຽດໂມ້ນອ້ຍ      ປະສົງອ່ານໂຄງສານ
ຝູງຫມູ່ງູເງົາພິດ             ບໍ່ຮອ່ນກົວເກງຢາ້ນ

 -ຊາດທີ່ເປັນຊາຍນີ້        ວາຈາຄືກຽດ
ຄຳປາກວ່າອອກແລ້ວ   ປະກັນດວ້ຽຊາດຕະກຸນ  ເຈົ້າເອີຍ















-ຊາດທີ່ເປັນຫົງແລ້ວ     ບໍ່ລົດຕ່ຳ ລົງເປັນກາ
ຄຳທີ່ພາທີໃຂ                  ບໍ່ຫຼອກລວງຕົ໋ວະເຈົ້າ
ຄຳວ່າເອົານັ້ນ                ຄືສັດຈະຫມັ້ນ ພະຍາຫົງຜູ້ສູງສົ່ງ
ບໍ່ລົດຄວາມໄດ້ເວົ້າ        ໃຫ້ເຂົາເອີ້ນວ່າກາ  ດອກນ໋າ

-ຊາດທີ່ເປັນຊາຍນີ້        ວາຈາຄືກຽດ
ຄຳປາກວ່າອອກແລ້ວ   ຍໍ່ມີປີ້ນປ່ຽນຄວາມ  ເຈົ້າເອີຍ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີຫ້າ