Wednesday, December 10, 2014

ເງີນເປັນພະເຈົ້າ

           ເງີນເປັນພະເຈົ້າ








   

    ສະບາຍດີ     ເພື່ອນຝູງທັງຫຼາຍ
    ຂໍບັນຍາຍ    ເງີນເປັນພະເຈົ້າ
    ສະໄມເກົ່າ     ຢູ່ປະເທດລາວ
    ບໍ່ໄດ້ກ່າວ      ເຖີງເລື່ອງເງີນຄຳ

    ທຸກຄົນທຳ     ໄຮ່ນາຮົ້ວສວນ
    ໃຜກໍ່ມວ່ນ     ຫນ້າເບີກຕາບານ
    ບໍ່ໄດ້ຢ້ານ       ຈະມີຫນີ້ສີນ
    ມີກໍ່ກີນ          ບໍ່ມີກໍ່ກີນ

    ລາວມີດີນ      ອຸດົມຮັ່ງມີ
    ເຮັດນາປີ        ກຸ້ມຫມົດທຸກຢ່າງ
    ແລ້ວຍູທ່າງ     ນັ່ງກີນນັ່ງທານ
    ລຽ້ງລູກຫຼານ   ເປັນສິບກໍ່ໄດ້

    ບໍ່ຕອ້ງໄຊ້        ຮອດກັບເງີນຕຼາ
    ຕື່ນຂື້ນມາ       ເອົາປາໃນຫວ້ຍ
    ເອົາຫມາກກວ້ຍ  ມາສູ່ກັນກີນ
    ບໍ່ໄດ້ຍິນ           ໃຜຈົ່ມເລື້ອງທຸກ

    ຕົກມາຍຸກ       ເງີນເປັນພະເຈົ້າ
    ໃຜກໍ່ເວົ້າ          ແຕ່ເລື້ອງເງີນຕຼາ
    ຫາໄດ້ມາ          ວ່າບໍ່ພໍໃຊ້
    ເລີຍຫັນໄປ       ຂາຍມູນພໍ່ແມ່

    ຄວາມເພື່ອແຜ່  ກໍ່ເລີຍຫມົດໄປ
     ຫມົດເຍື້ອໃຍ     ຄວາມເປັນພີ່ນອ້ງ
    ອ້າຍແລະນອ້ງ    ຍາດມູນຍາດມັງ
    ບໍ່ເຄີຍຟັງ          ເຖີງຄວາມຜີດຖືກ

    ມີແຕ່ນືກ          ເຖີງຄວາມຢາກໄດ້
    ຂໍແຕ່ໃຫ້            ໄດ້ມາເງີນຕຼາ
    ບໍ່ໄດ້ວ່າ              ເພື່ອນມິດສະຫາຍ
    ໃຜຈະຕາຍ         ກໍ່ບໍ່ເຄີຍຫວ່ງ

    ນີ້ແມ່ນຊວ່ງ       ເງີນເປັນພະເຈົ້າ
    ຖ້າຈະເລົ່າ          ບໍ່ສຸດຈັກເທື່ອ
    ເປັນຕາເບື່ອ       ຄົນບ້າເງີນຕຼາ
    ຂອ້ຍຂໍລາ           ໄປພຽງເທົ່ານີ້

    ໃຫ້ທ່ານມີ          ຄວາມສຸກທຸກຢ່າງ
    ເດີນຫຼືຢ່າງ         ໃຫ້ຮອດຈຸດຫມາຍ
    ມີເງີນຫຼາຍ         ກິນທານນຳແດ່
    ຄວາມສຸກແທ້     ຢູ່ທີ່ຈີດໃຈ   ທ່ານເອີຍ

                  ຈົບກອນ - ແຕ່ງໂດຍ: ຂ.ບຸດວິເສດ


                                       ເຊີນຟັງເພງ "ເງີນ" ຮອ້ງໂດຍ: ຄຳຫຼ້ານໍ່ແກ້ວ




2 comments: