Monday, November 23, 2015

ຜະຫຍາພາສິດລາວ - ຊຸດກຽ່ວກັບທັມມະ ແລະ ຄຳສັ່ງສອນ

ຜະຫຍາພາສິດລາວ - ຊຸດກຽ່ວກັບທັມມະ ແລະ ຄຳສັ່ງສອນ

ສະບາຍດີ
ຍີນດີຕອ້ນຮັບທຸກທ່ານທີ່ມັກຮັກໃນສິລປະວັນນະຄະດີລາວ ຂ້າພະເຈົ້າເຊື່ອວ່າທ່ານກໍ່ເປັນຜູ້ນື່ງ
ທີ່ສົນໃຈໃນເລື້ອງນີ້ ດັ່ງນັ້ນສຸພາສິດລາວ ຊຸດທັມມະສອນໃຈທີ່ຂ້າພະເຈົ້າໄດ້ບັນທືກໄວ້ຂ້າງລຸ່ມນີ້
ຄົງຈະຊ່ວຍໃຫ້ທ່ານໄດ້ຮຽນຮູ້ຫຼາຍສີ່ງຫຼາຍຢ່າງ ແລະທັງເປັນຄະຕິເຕືອນໃຈໃນການດຳລົງຊີວິດ
ໄປໃນພາຍຂ້າງຫນ້າ ສະນັ້ນຂໍເຊີນທ່ານຕິດຕາມອ່ານສຸພາສິດຢູ່ຂ້າງລຸ່ມໄດ້ເລີຍ....

ຕົວຢ່າງດັ່ງຕໍ່ໄປນີ້:

1. ເຮັດບຸນ         ຢ່າເລືອກມື້
    ຖືສິລ             ຢ່າເລືອກຍາມ
    ໃຫ້ທານ        ຢ່າເລືອກວັດ



2. ຍິນດີໃນສີ່ງ            ທີ່ຕົນໄດ້
    ພໍໃຈໃນສີ່ງ             ທີ່ຕົນມີ
    ເປັນຄົນໂຊກດີ       ທີ່ສຸດໃນໂລກ



3.  ມົວເມົາໃນສີ່ງ         ທີ່ຕົນໄດ້
     ຫຼົງໃຫຼໃນສີ່ງ          ທີ່ຕົນມີ
     ຄືສ້າງອະເວຈີ          ໄວ້ໃສ່ຕົນເອງ



4.  ມີສີ່ງຂອງ          ໄວ້ປະດັບບ້ານ
     ມີເພັດພອຍ      ໄວ້ປະດັບກາຍ
     ມີທັມມະ            ໄວ້ປະດັບໃຈ



5.  ຢ່າແກ້ງເຮັດດີ           ເພື່ອເອົາຫນ້າ
     ຢ່າເລຍແຂ່ງເລຍຂາ   ເພື່ອເອົາໃຈ
     ເຖີງແກ້ງເຮັດໄດ້        ແຕ່ໃຈກໍ່ເປັນທຸກ



6.  ຖ້າຢາກຫາ         ຄວາມສຸຂສຳຣານ
     ກໍ່ຢ່າເຜົາຜານ     ສົມບັດພໍ່ແມ່



7.  ຢູ່ຜູ້ດຽວ       ຢ່າງສະຫງົບ
     ດີກວ່າໄປ      ຄົບຄົນພານ



8.  ຖ້າເຮັດວຽກ         ເຫັນແກ່ຫນ້າ
     ຈະພົບບັນຫາ       ເລື້ອຍໆໄປ



9.  ຖ້າຕອ້ງການ        ເປັນອິດສະຣະ
     ໃຫ້ເອົາຊະນະ        ໃຈຕົນເອງ



10.  ຖ້າຂາດ             ຄວາມນຶກຄິດ
       ຊີວິດ                 ຈະຂາດຄວາມຫມາຍ



11.  ຄວາມຊີງຊັງ       ຄືເຂັມແທງຕາ
       ຄວາມອິດສາ      ຄືມີດຂີດໃຈ
       ການໃຫ້ອະໃພ    ຄືໃຈເມດຕາ



12.  ຄົນບຸນ...
       ຂົ່ມລົງເທົ່າໃດ      ກໍ່ແຫ່ງຟູຂື້ນ
       ປິດບັງເທົ່າໃດ      ກໍ່ແຫ່ງເຫັນແຈ້ງ
       ທຳລາຍເທົ່າໃດ     ກໍ່ແຫ່ງໄດ້ດີ

13.  ຄົນບາບ...
       ຍົກຂື້ນເທົ່າໃດ      ກໍ່ແຫ່ງຈົມລົງ
       ແນະນຳເທົ່າໃດ     ກໍ່ແຫ່ງມືດມົວ
       ຊວ້ນຊູເທົ່າໃດ      ກໍ່ແຫ່ງຕົກຕ່ຳ



14.  ສັດຕຼູທີ່ມາໃນຮູບສັດຕຼູ   ສູ້ໄດ້ງ່າຍ
       ສັດຕຼູທີ່ມາໃນຮູບມິດ      ສູ້ໄດ້ຍາກ



15.   ຄວາມສຸຂທຸກ        ເປັນຂອງຄູ່ກັນ

        ຢ່າມົວຫຼົງຕົວ         ເມື່ອມີສຸຂສັນ
        ຢ່າຟ້າວຄິດສັ້ນ       ເມື່ອມີຄວາມທຸກ


ສະບາຍດີທ່ານຜູ້ທີ່ກຳລັງອ່ານສຸພາສິນີ້ຢູ່ທຸກໆຄົນ
ຂ້າພະເຈົ້າຫວັງວ່າເມື່ອທ່ານໄດ້ອ່ານສຸພາສິດຂ້າງເທີງນີ້ແລ້ວ ຢ່າງນອ້ຍທ່ານກໍ່ຈະໄດ້
ຄະຕິເຕືອນໃຈບາງຢ່າງເພື່ອຊວ່ຍແຍງທາງໃນການດຳລົງຊີວິດໃນພາຍຂ້າຫນ້າ ແລະ
ຖ້າທ່ານໃດເຫັນວ່າມີປະໂຍດແລະຢາກນຳໄປເຜີຍແຜ່ໃຫ້ລູກຫຼານຂອງພວກເຮົາໄດ້ຮຽນ
ຮູ້ ແລະສືບຕໍ່ປົກປັກຮັກສາສິລປະວັນນະຄະດີລາວເຮົາ ກໍ່ມາມາດນຳໄປເຜີຍແຜ່ໄດ້ເລີຍ
ຕາມໃຈຊອບ

ທ້າຍສຸດນີ້ຂໍອ່ວຍພອນໃຫ້ທຸກທ່ານທີ່ໄດ້ອ່ານຈົ່ງໂຊກດີ
ມີສຸຂພາບແຂງແຮງ ປາດສະຈາກໂຣກໃພໃຂ້ເຈັບ

ດວ້ຍຄວາມຮັກແພງ
ອຈ. ຂຽນ ບຸດວິເສດ

Melbourne, Australia. 2015


Monday, August 31, 2015

ຜະຫຍາພາສິດລາວ - ຊຸດກຽ່ວກັບແຟສບຸກ

ຜະຫຍາພາສິດລາວ - ຊຸດກຽ່ວກັບແຟສບຸກ

ຕົວຢ່າງດັ່ງຕໍ່ໄປນີ້:

1- ແຟສບຸກນີ້           ມີທັງດີແລະຊົ່ວ
    ຢ່າໄດ້ເມົາເກືອກກົ້ວ   ຫຼົງຫຼີນບໍ່ຫວ່ງງານ


2- ສິບຊີ່ຍຸ້ງຊາວຊີ່ຍາກ       ໃຫ້ໄດ້ເປີດເບີ່ງແຟສບຸກ
    ພໍໄດ້ມີຄວາມສຸຂ           ໄດ້ທັກທາຍກັບເພື່ອນ


3- ຜົວຍໍ່ກັບບ້ານ          ເມຍເຂົ້າອ່ານແຟສບຸກ
    ພໍໄດ້ຄາຍຄວາມທຸກ    ໃຫ້ຊວ່ງໃຈໃນຍາມກຸ້ມ


4- ຜົວໄປມີຊູ້          ເພາະເມຍຢູ່ກັບແຟສບຸກ
    ບໍ່ຫວ່ງຄວາມສຸຂທຸກ   ບາດວ່າຜົວມາບ້ານ


5- ໂລກເຮົາໃນຍຸກນີ້     ຕິດຕໍ່ກັນວອ່ງໄວ
    ໃຜຈະຢູ່ໂລກໃດ        ວ່າໃກກໍ່ຄືໃກ້
    ເພາະເຮົາມີແຟສບຸກໃຊ້   ເປີດເຂົ້າໄປກໍ່ພໍ້ຫມູ່
    ເຫມືອນວ່າຢູ່ຮວ່ມບ້ານ    ຍາມຈາຕ້ານຕໍ່ກັນ...ເຈົ້າເອີຍ


6- ລາວເອີຍ...
     ຄັນເຈົ້າມີແຟສບຸກໃຊ້       ສັງມາພີີມພາສາໄທໃສ່
     ພາສາລາວພີມຂໍ້ຄວາມກໍ່ໄດ້   ສັງມາໄຊ້ແຕ່ໂຕໄທ...ແທ້ນໍ



7- ເມຍຫນີໄປມີຊູ້         ເພາະຜົວງົມຢູ່ນຳແຟສບຸກ
    ເຮັດໃຫ້ເມຍມີທຸກ    ຈື່ງຫ່າງໃກໃລເຈົ້າ


8- ເຖີງຜົວຈະຢູ່ບ້ານ      ເມຍກໍ່ອ່ານແຟສບຸກ
    ຜົວຊີ່ສຸກຫຼືທຸກ          ເມຍບໍ່ສົນພໍລີ້
    ຂໍໃຫ້ມີແຟສບຸກຫຼີ້ນ   ຫົວໃຈເມຍກໍ່ສົດຊື່ນ
    ເດີກດື່ນຍັງນັ່ງຫຼີ້ນ     ປອ່ຍຜົວນອນຖ້າຢູ່ຜູ້ດຽວ


ສະບາຍດີທຸກໆທ່ານພອ້ມດວ້ຍລູກຫຼານທຸກໆຄົນ ທີ່ມັກຮັກໃນສີລປະວັນນະຄະຄີຂອງລາວເຮົາ
ຜະຫຍາພາສິດຊຸດແຟສບຸກກໍ່ເປັນສະພາບການທີ່ເປັນຈີງໃນປັດຈຸບັນ ຊື່ງຂ້າພະເຈົ້າແຕ່ງຂື້ນ
ມາເພື່ອສະທອ້ນໃຫ້ເຫັນຊີວິດແລະສັງຄົມການເປັນຢູ່ຂອງຄົນເຮົາໃນຍຸກນີ້ ໂດຍບັນລະຍາຍຜ່ານ
ຜະຫຍາພາສິດລາວ

ດັ່ງນັ້ນເມື່ອຄົນລຸ້ນລູກ ລຸ້ນຫຼານອີກ 100 ຫາ 200ປີໄດ້ອ່ານກໍ່ຈະວາດພາບເຫັນໄດ້ເຖີງສະພາບຕົວ
ຈິງຂອງຊີວິດຂອງພວກເຮົາໃນຍຸກນີ້

ຖາ້ທ່ານໃດແຕ່ງຫຼືມີສຸພາສິດດີໆແລະຢາກມາໃຫ້ຂ້າພະເຈົ້າເຜີຍແຜ່ໃຫ້ທຸກຄົນໄດ້ອ່ານແລະສຶກສາ
ເປັນຄະຕິເຕືອນໃຈແລະທັງໄດ້ທັງຄວາມມວ່ນຊື່ນດວ້ຍ ກໍ່ຢ່າລືມສົ່ງມາປະກອບສວ່ນນຳກັນ

ທ້າຍສຸດຂໍອວ່ຍພອນໃຫ້ທຸກທ່ານມີສຸຂພາບເຂັ້ມແຂງ ໃຫ້ໂຊກດີປາສຈາກໂຣກໃພໃຂ້ເຈັບ ອ່ານຜະ
ຫຍາພາສິດແລ້ວໃຫ້ມີຄວາມເບີກບານມວ່ນຊື່ນ

ພົບກັນໃຫມ່ໃນກອນຕອນຕໍ່ໄປ
ດວ້ຍຄວາມຮັກແພງ

ລູງ ຂຽນ

Melbourne, Australia
01-09-2015



Sunday, August 23, 2015

ຜະຫຍາໂບຮານລາວ - ຜະຫຍາຍອ່ຍ - 1

ຜະຫຍາໂບຮານລາວ - ຜະຫຍາຍອ່ຍ - 1

ສະບາຍດີ
ຍີນດີຕອ້ນຮັບທຸກທ່ານທີ່ເຂົ້າມາອ່ານຜະຫຍາພາສິດໂບຮານລາວໃນທີ່ນີ້ ແລະຫວັງຢ່າຍີງວ່າ
ທ່ານຈະໄດ້ທັງຄວາມຮູ້ແລະຄະຕິເຕືອນໃຈ ເພື່ອຈະເປັນແວນແຍງໃນການດຳລົງຊີວິດໄປໃນ
ພາຍຄັ້ງຫນ້າ ສນັ້ນຂໍອວ່ຍພອນໃຫ້ທ່ານມີຄວາມສຸຂແລະໂຊກດີ ເຊີນເລື່ອນລົງໄປອ່ານສຸພາ
ສິດໄດ້ເລີຍ.

ຕົວຢ່າງຂ້າງລຸ່ມນີ້

1- ລາວເອີຍ...ຄັນເຈົ້າມີແຟສບຸກໃຊ້   ສັງມາພີມພາສາໄທໃສ່
   ພາສາລາວພີມຂໍ້ຄວາມກໍ່ໄດ້   ສັງມາໃຊ້ແຕ່ໂຕໄທ...ແທ້ນໍ


2- ໃຜວ່າວຽງຈັນເສົ້າ    ເຊົາເດີຢ່າຟ້າວວ່າ
     ມັນຊີ່ໂປ້ບາດຫຼ້າ      ຫມາກແຕງຊ້າງນວ່ຍປາຍ


3- ຢ່າໄດ້ໃລລາຖີ້ມ     ສັນຊາດລາວເດີມເກົ່າ
     ຢ່າໄດ້ປະສັນຊາດເຄົ້າ   ຫັນໄປເຂົ້າຊາດອື່ນແທນ


4- ເຈົ້າຢ່າໃລລາຖີ້ມ       ເມືອງລາວບ້ານພໍ່ແມ່ ເຮົາເດີ
    ໃຫ້ເຈົ້າແວຕ່າວໂຄ້ງ   ມາຊວ້ນຊວ່ຍຊູ
    ໃຫ້ເຈົ້າມາຟູເຟື້ອງ     ເມືອງເຄີຍຝັງສາຍແຫ່
    ຢ່າມົວແຕ່ຕິນັ້ນນີ້     ດີຮ້າຍກໍ່ບ້ານເຮົາ...ເຈົ້າເອີຍ


5- ພີ່ນອ້ງເອີຍ  ເພີ່ນວ່າ     ຕົກມາຮອດສະໃມນີ້
     ມີດີນ ແຕ່ບໍ່ມີປ່າໄມ້      ດີນຊີ່ແຕກເປັນຄອງ
     ມີຫນອງ ແຕ່ບໍ່ມີນຳ້ຂັງ  ຊີ່ແຫ້ງເປັນທະເລແລ້ງ
    ນ້ຳຫວ້ຍເຊ ຊີ່ບົກແຫ້ງ    ແສງຕາເວັນຊີ່ເຜົາຈີ່
    ຊີວິດສັດໃຫຍ່ນອ້ຍ        ຊີ່ສູນເຊື້ອເຜົ່າພັນ...ເຈົ້າເອີຍ


6- ເພີ່ນວ່າ...ຄົນທຸກ     ຊື້ຫວຍ
                   ຄົນຣວຍ     ຊື້ຫຸ້ນ
                   ຄົນມີທຸນ    ຊື້ດີນ
                   ຄົນບໍ່ມີກີນ  ຊື້ເຫຼົາ


7- ໄທຕາຍ    ຍອ້ນຂ່າວ
    ລາວຕາຍ  ຍອ້ນກຽດ
    ວຽດຕາຍ  ຍອ້ນຂູຊີ


8- ຊ່າງມາດົກກ້າໄວ້      ເທີງໂພນໃຫ້ນ້ຳແຊ່
     ຊ່າງມາແຊ່ກ້າໄວ້      ໃນນ້ຳໃຫ້ປວກກີນ


9- ຄັນບໍ່ຈີງເຈົ້າຢ່າເວົ້າ      ຄັນບໍ່ເອົາເຈົ້າຢ່າວ່າ
    ຢ້ານຄືຕອກມັດກ້າ      ດຳນາແລ້ວຢຽບໃສ່ຕົມ


10- ຂອ້ຍນີ້ ປຽບດັ່ງໃກ່ຜູ້ນອ້ຍ    ຫາກໍ່ແອບຮຽນຂັນ
       ຕົບປີກຍັງບໍ່ດັງ         ສຽງຂັນຍັງບໍ່ກ້າ
                                      ຈາເວົ້າກໍ່ບໍ່ເປັນ...ເຈົ້າເອີຍ


ຂອບໃຈທີ່ຕິດຕາມອ່ານສຸພາສິດຂອງລາວເຮົາ ແລະຖ້າຢາກໃຫ້ສິລປະວັນນະຄະດີຂອງ
ລາວເຮົາຍັງຄົງຢູ່ ແລະຕົກທອດໄປຮອດເຊັ່ນລູກເຊັ່ນຫຼານ ພວກເຮົາທຸກຄົນມີຫນ້າ
ຕອ້ງຊວ່ຍກັນເຜີຍແຜ່ໃຫ້ທຸກໆຄົນໄດ້ຮູ້ ໄດ້ອ່ານ ແລະໄດ້ເຫັນຢ່າງກວ້າງຂວງ
ຂໍໃຫ້ໂຊກດີ ແລະມີຄວາມສຸຂຫຼາຍໆເດີ
ດວ້ຍຄວາມຮັກແພງ
ພົບກັນໃຫມ່ໃນຕອນຕໍ່ໄປ
Bye-Bye

Wednesday, May 20, 2015

ຜະຫຍາໂບຮານລາວ - ຜະຫຍາຍອ່ຍ

ຕົວຢ່າງ: ຜະຫຍາຍອ່ຍ 

-ລາວເອີຍ...
 ຄັນເຈົ້າມີບຸນໄດ້                    ໄປຢູ່ເມືອງອະເມຣິກາ
 ເຈົ້າຢ່າລືມບ້ານນາ                ບອ່ນເຄີຍຂີ່ຄວຍແລະຫຼົກກ້າ


-ນົກພາກຄູ່                     ມັນຍັງຮອ້ງສຽງດັງ
 ກາພາກຮັງ                     ມັນຍັງຮອ້ງສຽງກອ້ງ
 ບາດວ່າອ້າຍພາກນອ້ງ   ຄຳດຽວບໍ່ເອີ້ນສັ່ງ
 ຄັນບໍ່ໄດ້ສັ່ງໄວ້                 ໃຈນອ້ງແຫ່ງຫວ່ງນຳ  ອ້າຍເອີຍ


-ໃຈບໍ່ຮັກມັກແລ້ວ        ເວົ້າແມ່ນກໍ່ເປັນຜີດ
 ໃຈບໍ່ເຄີຍຄິດນຳ           ເວົ້າດີກໍ່ເປັນຮ້າຍ
 ໃຈບໍ່ເຄີຍຫມາຍຫມັ້ນ  ແສນຊີ່ອອຍກໍ່ປານດ່າ
 ໃຈບໍ່ສັດທາຢູ່ແລ້ວ       ເຮັດດີໃຫ້ກໍ່ບໍ່ເອົາ  ເຈົ້າເອີຍ


-ລາວເອີຍ...ຄັນເຈົ້າມີແຟສບຸກໃຊ້     ສັງມາພີມພາສາໄທໃສ່
 ພາສາລາວພີມຂໍ້ຄວາມກໍ່ໄດ້              ສັງຫັນໄປໃຊ້ແຕ່ໂຕໄທ...ແທ້ນໍ


-ເດີນທາງບໍ່ສຸດເສັ້ນ                       ຢ່າຖອຍຫຼັງໃຫ້ເຂົາຢຽບ
 ຕາຍຂໍໃຫ້ຕາຍຫນ້າພຸ້ນ                ເຂົາຈີ່ງເອີ້ນວ່າແມ່ນຄົນ...ເຈົ້າເອີຍ


-ຊາດທີ່ແນວນາມບົ້ງ            ແປນໂຕກາຊີ່ຕອດ
  ໃຫ້ເຈົ້າເຮັດດັ່ງມອ້ນ            ໃຍຫຸ້ມຫໍ່ໂຕ...ໄວ້ເດີ


-ຄັນແມ່ນເຮັດດີແລ້ວ           ໃຜຊີ່ຫຍັນກໍ່ຕາມຊ່າງ
 ຄັນແມ່ນເຮັດຖືກແລ້ວ         ຊີ່ຫຍັນຫຍໍ້ກໍ່ຊ່າງໃຜ...ເຈົ້າເອີຍ


-ລາວເອີຍ...
 ຄັນເຈົ້າມີບຸນໄດ້                    ໄປຢູ່ເມືອງອະເມຣິກາ
 ເຈົ້າຢ່າລືມບ້ານນາ                ບອ່ນເຄີຍຂີ່ຄວຍແລະຫຼົກກ້າ


Thursday, February 5, 2015

ພະຫຍາພາສິດບູຮານລາວ - ຕອນທີສີບເອັດ

ຕອນ - ອົດສາ
-ອົດສາລ້ຽງຊ້າງເຖົ້າ             ຂາຍງາຍັງມີຄ່າ
 ດີກວ່າລ້ຽງຊ້າງນອ້ຍ           ຂາຍແລ້ວຂາດທືນ


-ອົດສາລ້ຽງ                           ຄວາຍບັກເລໄວ້ຖ້າຫ່າ
 ຄັນວ່າຫ່າບໍ່ພໍ້                       ຍັງຊີ່ໄດ້ແກ່ໄຖ

-ອົດສາເຍື້ອນ                        ນອນເຮືອນຝາກໄມ້ໃຜ່
 ບາດໂຊກໃຫ່ຍມາແລ່ນເຂົ້າ  ຊີ່ນອນແປ້ນແຜ່ນຂະຍູງ

-ອົດສາສູ້                               ກີນປາທູຕ່າງປາແດກ
 ອົດສາກີນນ້ຳຕົ້ມ                 ຊາມໄດ້ກີນນ້ຳນົມ

-ອົດສາເຍື້ອນ                        ກີນຂີງຕ່າງຄ່າ
 ອົດສາມັກອ້າຍ                     ຊາມໄດ້ແຕ່ງດອງ

- ອົດສາເຍື້ອນ                      ກີນລີງຕ່າງກະຕ່າຍ
 ອົດສາເວົ້າຜູ້ຮ້າຍ                 ຊາມພໍ້ຜູ້ດີ

-ອົດສາລ້ຽງຊ້າງເຖົ້າ             ຂາຍງາຍັງມີຄ່າ
 ດີກວ່າລ້ຽງຊ້າງນອ້ຍ           ຂາຍແລ້ວຂາດທືນ

ຕອນ - ຢ່າຊີ່ມາ
-ຢ່າຊີ່ມາລວງລໍ້                     ໃຫ້ຄິດຕໍ່ນຳຫຼາຍ
 ຢ່າຊີ່ມາຕົ໋ວະຊາຍ                 ໃຫ້ຄີດນຳແລງເຊົ້າ

-ຢ່າຊີ່ມາເວົ້າ                          ອວດເກ່ງວ່າມີເງີນ
 ຢ່າຊີ່ມາສຳຫາວ                    ວ່າເຈົ້າມີເງີນລ້ານ
 ເພາະວ່າຄົນລວຍນີ້               ບໍ່ມີໃຜຊີ່ມາອວດ
 ຄືດັ່ງຖັງໃສ່ນ້ຳ                       ຕີໄດ້ກໍ່ບໍ່ດັງ  ທ່ານເອີຍ

-ຢ່າຊີ່ມາຕົ໋ວະຂອ້ຍ                ກີນແກງບອນໃຫ້ຄັນປາກ
 ຢ່າຊີ່ມາຝາກລົມປາກໄວ້      ແຕ່ໃຈເຈົ້າບໍ່ເອົານຳ

-ຢ່າຊີ່ມາທຽບຂອ້ຍ                ໃສ່ຄົນອື່ນທັງຫຼາຍ
 ເພາະວ່າໃຈຂອງນາງ             ແມ່ນບໍ່ຄືໃຈເຈົ້າ
 ເຈົ້າຫາກມີຫຼາຍຊູ້                 ຫຼາຍຄົນຊອ້ນຢູ່
 ເຈົ້າຊີ່ຄີດວ່າຂອ້ຍ                 ຄືເຈົ້າຢ່າຊີ່ຝັນ    ອ້າຍເອີຍ

ຕອນ - ຢ່າຊີ່ໃລ
-ຢ່າຊີ່ໃລເສັຍຖີ້ມ                    ທາງເຮົາເຄີຍທອ່ງ
 ຢ່າຊີ່ລະພີ່ນອ້ງ                       ຫນີໄປຍອ້ງຜູ້ອື່ນດີ

-ຢ່າຊີ່ໃລຂອ້ຍຖີ້ມ                   ຄືແຕງກາງໄຮ່
 ເຈົ້າຫາກກີນຫນ່ວຍແລ້ວ     ຊີ່ໃລຖີ້ມແຕ່ເຄືອ

-ຢ່າຊີ່ໃລເສັຍຖີ້ມ                    ພົງພັນເຊື້ອເກົ່າ
 ຢ່າຊີ່ລະເຜົ່າເຊື້ອ                    ເມືອຍອ້ງວ່າເພີ່ນດີ

-ຢ່າຊີ່ໃລຂອ້ຍໄວ້                      ໃນໄຮ່ແກມຫມູ່ກາ
 ຢ່າຊີ່ປະໄວ້ໃນນາ                     ແກມຫມູ່ໃກ່
 ຢ່າຊີ່ໃລຂອ້ຍຖີ້ມ                    ກາງບ້ານເພີ່ນຂີ່ຫຫຍັນ

-ຢ່າຊີ່ໃລອ້າຍຖີ້ມ                    ໄປຄວງແຟນຄົນໃຫ່ມ
 ບາດເຂົາປະປອ່ຍນອ້ງ           ຊີ່ນອນໃຫ້ໃສ່ຫມອນ  ນອ້ງເອີຍ

ຕອນ - ອັດສະຈັນ
-ອັດສະຈັນໃຈເຈົ້າ                      ປາກວ່າບໍ່ຄືໃຈ
 ບອກຮັກກັບຊາຍໃດ                 ກໍຊ່າງຫຼົງລືມໄດ້
 ຕົ໋ວະໃຫ້ຫຼາຍຄົນເກີ້                  ລະເມີເປັນບ້າປວ່ງ
 ຫຼົງຄາລົມປາກເວົ້າ                   ແຕ່ໃຈເຈົ້າບໍ່ເອົາຈີງ











-ອັດສະຈັນໃຈເຈົ້າ                     ດວງດຽວບໍ່ຄືຫມູ່
 ຫົວໃຈດຽວແທ້ໆ                      ເອົາຊາຍເຂົ້າໄດ້ຫມື່ນຄົນ

-ອັດສະຈັນໃຈເຈົ້າ                      ປາກວ່າບໍ່ຄືໃຈ
 ບອກຮັກກັຍຄົນໃດ                  ກໍຊ່າງຫຼົງລືມໄດ້

-ອັດສະຈັນໃຈເຈົ້າ                     ຕົ໋ວະຊາຍມື້ຮອ້ຍເທື່ອ
 ຍາມໃດຊີ່ເວົ້າຈີງແທ້               ສັງຕົ໋ວະໄດ້ຄູ່ສູ່ຍາມ

-ອັດສະຈັນໃຈແຂ້                    ຫາງຍາວສັງບໍ່ໄວ້ຮອງນັ່ງ
 ບາດກະຕ່າຍຫາງກອ້ມໆ         ສັງມາໄດ້ນັ່ງຮອງ

-ອັດສະຈັນໃຈກຸ້ງ                     ຫຼັງງໍຢຽດບໍ່ອອກ
 ສາກກະເບືອບໍ່ມາຢຽດໃຫ້       ຫຼັງກຸ້ງຢຽດບໍ່ເປັນ

-ອັດສະຈັນໃຈກຸ້ງ                     ຊີ່ກຸມກີນປາບຶກໃຫ່ຍ
 ປາຊີວໃລ່ສວບແຂ້                 ຫນີໄປຊົ້ນຢູ່ເຫີບຫີນ
 ອ່ຽນເປີດນ້ຳ                           ຫນີຈາກບວດວັງຕົມ
 ມັນໄປແປງຮວງຮັງ               ຢູ່ເທີງປາຍໄມ້

ຕອນ - ເອົາຍາວໄວ້
-ເອົາຍາວໄວ້                              ຄືສາຍໂທຣະເລກ
 ບາດຫ່າເກີດເຫດຮອ້ນ            ຍັງຊີ່ໄດ້ເພີ່ງສາຍ

-ເອົາຍາວໄວ້                              ຄືສີນໃຊຟັນໄຮ່
 ປີນີ້ປ້ຳ                                      ປີຫນ້າຈີ່ງຄອ່ຍຮອນ

-ເອົາຍາວໄວ້                              ຄືປາໃຫຼຍາວອ່ຽນ
 ຕົ້ມໃສ່ຫມໍ້                               ກີນແລ້ວຈັ່ງແມ່ນແນວ

ຕອນ - ຮຽມນີ້
-ຮຽມນີ້ຄົນຂີ້ຄ້ານ                     ປະສົງຫາແຕ່ນາເກົ່າ
 ນາຊ່າວມີບໍ່ແພ້                        ໃຈຂອ້ຍບໍ່ຢາກທຳ

-ຮຽມນີ້ຄືດັ່ງດວງດອກໄມ້         ບານຢູ່ກາງດົງ
 ຝົນບໍ່ຕົກລົງໂຮຍ                     ຊີ່ຫຼົ່ນຂຸຄາຕົ້ນ

-ຮຽມນີ້ເປັນດັ່ງສາຂາໄມ້           ລຳດຽວບໍ່ມີຄູ່
 ໄມ້ຫາກມີແຕ່ຕົ້ນ                     ເຄືອຊີ່ກ້ຽວຫາກບໍ່ມີ

-ຮຽມນີ້ບໍ່ໄດ້ຫວັງສຸກຍອ້ນ         ບຸນໃຜມາເຫຼື່ອມ
 ສຸກກໍ່ສຸກເພີ່ ນພຸ້ນ                    ບໍ່ມີກຸ້ມຮອດເຮົາດອກນ໋າ

-ຮຽມນີ້ຄືດັ່ງຫມາກຟັກນອ້ຍ     ລີ້ຢູ່ໃນຫນາມ
 ຄັນຊີ່ຕີງຄີງແຮງ                       ຢ້ານແຕ່ຫນາມເກາະເນື້ອ

-ຮຽມນີ້ເຫືມອນດັ່ງຫົງຄຳຝ້າຍ         ຫນອງສະໂນບີນເວີ່ນ
 ລົງກະລົງບໍ່ໄດ້                                   ສະໂນລົ້ມຂວ່າຍຂີນ

-ຮຽມນີ້ປຽບດັ່ງແນວນາມເຫມັ້ນ       ເຫມັນກຸຍຮອດກະດູກ
 ແມ່ນຊີ່ປູກຕົ້ນອົ້ມໄວ້                        ທຽມຂ້າງກໍ່ບໍ່ຫອມ

ຕອນທີສີບສອງຍັງບໍ່ທັນແລ້ວເທື່ອ......Coming soon.....


         

Tuesday, February 3, 2015

ພະຫຍາພາສິດບູຮານລາວ - ຕອນທີສີບ

ຕອນ - ສິບຊີ່ - ຊາວຊີ່
-ສິບຊີ່ຮ້າງ ຊາວຊີ່ຮ້າງ                      ໃຫ້ຮ້າງໄຮ່ນາສວນ
 ສວ່ນວ່າສອງຄົນເຮົາ                       ຢ່າໄດ້ມີຍາມຮ້າງ

-ສິບຊີ່ຮ້າງ ຊາວຊີ່ຮ້າງ                      ຢ່າໄດ້ຫ່າງໃກກັນ
 ຂໍໃຫ້ພໍຫຼຽວເຫັນ                            ໃຫ້ຊວ່ງໃຈແລງເຊົ້າ

-ສິບຊີ່ເວົ້າ ຊາວຊີ່ເວົ້າ                      ໃຫ້ເວົ້າແຕ່ຄວາມຊີ່ເອົາ
 ຢ່າຊີ່ພາທີໃຂ                                  ໃສ່ແຕ່ຄວາມບໍ່ດີໄວ້

-ສິບຊີ່ຖີ້ມ ຊາວຊີ່ຖີ້ມ                     ຢ່າໂຍນໃສ່ຫມາມຫວາຍ
 ສິບຊີ່ຕາຍ ຊາວຊີ່ຕາຍ                  ຊາດຊີ່ມາໃຫ້ເຫັນເຈົ້າ

-ສິບຊີ່ຍອ້ງ ຊາວຊີ່ຍອ້ງ                 ກໍ່ໃຫ້ວ່າແຕ່ຄວາມຈີງ
 ແນວວ່າຍີງຄືລີງ                          ຊີ່ວ່າຫົງມັນເກີນຍອ້ງ

-ສິບຊີ່ຂ້າ ຊາວຊີ່ຂ້າ                        ໃຫ້ເອົາໄມ້ຄະຍູງຕີ
 ຢ່າເອົາຫົວໃຈຕີ                            ຊີ່ເນົ່ານູມໃນເນື້ອ

-ສິບຊີ່ໄດ້ ຊາວຊີ່ໄດ້                        ໃຫ້ໄດ້ເພີ່ນຫມົດໃຈ
 ຄັນບໍ່ໄດ້ຫມົດໃຈ                         ສ່ຳໄດ້ຜີມານອນຊອ້ນ

ຕອນ - ໂສ
-ໂສເສັຍແລ້ວ                               ໂສຕາຍຊ້ຳຕື່ມ
 ໂສທຸກຍາກໄຮ້                             ຊີ່ລົງມວ້ນບອ່ນດຽວ

-ໂສໄດ້ແລ້ວ                                 ບໍ່ວາງນາງໃຫ້ຊາຍອື່ນ
 ແມ່ນຊີ່ມີຫມື່ນຊູ້                        ຊີ່ໂສແຍ້ງຍາດເອົາ

-ໂສທຸກແລ້ວ                               ໂສຍາກບໍ່ກົວຫຍັງ
 ວາສນາຍັງມີ                              ຊີ່ຄອຍດີເມືອຫນ້າ

-ໂສວາງແລ້ວ                              ບໍ່ເອົາຄືນໃຫ້ເຂົາວ່າ
 ໂສຢ່າແລ້ວ                                ບໍ່ເອົາໄວ້ໃຫ້ເພີ່ນຫຍັນ

-ໂສສູ້ແລ້ວ                                  ຊີ່ນຳຮອດເຮືອນຊານ
 ຢ້ານແຕ່ໂສພານາງ                   ຊີ່ບໍ່ຈີງກັບອ້າຍ

-ໂສເດີນແລ້ວ                             ໂສໄປໃຫ້ມັນຮອດ
 ວ່າຊີ່ຂໍຍອດແກ້ວ                       ມາເປັນໃພ້ພໍ່ແມ່ເຮົາ

-ໂສຕາຍແລ້ວ                            ຊີ່ຈັບປືນຂື້ນມາລັ່ນ
 ຄັນບໍ່ແມ່ນຂອ້ຍກໍ່ເຈົ້າ             ຊີ່ຫາມເຂົ້າສູ່ກອງພອນ

ຕອນ - ເຫັນວ່າ
-ເຫັນວ່າຂອ້ຍຜູ້ຮ້າຍ                 ຢ່າຟ້າວນ່າຍແຫ່ນງຊັງ
 ບາດຫ່າບຸນຍັງມີ                      ຊີ່ຮູ່ງເຮືອງເມືອຫນ້າ

-ເຫັນວ່າດຳຂີ້ຫຼີ້                        ຢ່າຟ້າວຂີ່ເຮືອກາຍ
 ເຫັນວ່າດຳພອຍລອຍ             ຢ່າຟ້າວພາຍເຮືອເວັ້ນ
 ບາດວ່າເຮືອຄາແກ້ງ               ພອຍລອຍຊີ່ໄດ້ຍູ້ຊອ່ຍ
 ຄັນບໍ່ເອີ້ນໃສ່ຂອ້ຍ                   ຊີ່ໄປເອີ້ນໃສ່ຜູ້ໃດ












-ເຫັນວ່າຜັກຫົມຫ້ຽນ              ກາງທາງຢ່າຊີ່ຟ້າວຢຽບຢ່ຳ
 ບາດຫ່າຖອດຍອດຂື້ນ            ຍັງຊີ່ໄດ້ກ່າຍເກີນ

-ເຫັນວ່າຂອ້ຍຜູ້ຮ້າຍ                ຄອງວັດຍັງວ່າງາມ
 ເຫັນວ່າຂອ້ຍຮູບຊາມ              ຮີດຄອງກໍ່ຍັງຮູ້

- ເຫັນວ່າພູລາມຄ້າງ                ປາຍຊານຕາກແດດ
 ເຈົ້າບໍ່ຕັກນ້ຳພົມ                    ເຈົ້າບໍ່ອົມນ້ຳພູດ
 ພູຊີ່ແຫ້ງ                                 ຫ່ຽວຕາຍ ເຈົ້າເອີຍ

-ເຫັນວ່າທຸກຍາກຮ້າຍ             ເຂີນຂາດເງີນທອງ
 ຂອ້ຍກໍ່ມີໃຈດຽວ                     ຮັກນາງຈີງແທ້
 ດີກວ່າເສດຖີເຖົ້າ                    ເງີນທອງເຕັມກະຕ່າ
 ເອົາເງີນມາຫຼອກເຈົ້າ              ກີນແລ້ວກໍ່ເຫຼົ່າຫນີ
                     
ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສິບເອັດ

ພະຫຍາພາສິດບູຮານລາວ - ຕອນທີເກົ້າ

ຕອນ - ວ່າແຕ່
-ວ່າແຕ່ເຈົ້ານັ້ນຮູ້                    ທຸກບອ່ນທາງໄປ
 ບາດວ່າໃຈຂອງໂຕ                ທໍ່ພູບໍ່ມີຮູ້











-ວ່າແຕ່ຫົວໃຈເຈົ້າ                      ບໍ່ໄດ້ແບ່ງເປັນສອງ
 ຂອ້ຍຊີ່ມີຈິດດຽວ                       ຝາກໃຈໄວ້ນຳເຈົ້າ

-ວ່າແຕ່ທາງເຈົ້າຮອ້ງ                 ຊີ່ຂານຮັບວາຈາ
 ວ່າແຕ່ເຈົ້າຕົກລົງ                     ຊີ່ແຕ່ງຂັນມາຫມັ້ນ

-ວ່າແຕ່ເຈົ້າ                               ຍັງຢູ່ເປັນສາວ
 ບວດໄດ້ຊາວພັນສາ                 ສິກອອກມາເອົາເຈົ້າ

-ວ່າແຕ່ທາງຂອ້ຍຮ້າຍ              ເຈົ້າແຫ່ງໂຫດຫນັກຫນາ
 ຂອ້ຍຕົກລົງຊີ່ມາຂໍ                  ເຈົ້າພັດມາຂໍເລື່ອນ

-ວ່າແຕ່ໄຟນັ້ນຮອ້ນ                 ໃຈຂອ້ຍແຫ່ງກວ່າໄຟ
 ວ່າຢາກເດັດດວງໃຈ               ຜູ້ເຈົ້າພາໃຫ້ມັນຮອ້ນ










-ວ່າແຕ່ຄືດຮອດຂອ້ຍ             ຈົດຫມາຍຕອບບໍ່ມີເຫັນ
 ວ່າແຕ່ມີໃຈຮັກ                       ແຕ່ບໍ່ຫວ່ງໃຍພໍນອ້ຍ

-ວ່າແຕ່ໃຊຫຼັງຫຼ້າ                    ບໍ່ຫມານປາຖືກແຕ່ເຕົາ
 ບາດວ່າໃຊຕົ້ນເຄົ້າ                 ສັງມາເຂົ້າຕັ້ງແຕ່ງູ

-ວ່າແຕ່ເຈົ້ານັ້ນຮູ້                    ທຸກບອ່ນທາງໄປ
 ບາດວ່າໃຈຂອງໂຕ                ທໍ່ພູບໍ່ມີຮູ້

-ວ່າແຕ່ເຈົ້າ                           ມີຜົວແລ້ວຫຼືບໍ
 ຫຼືວ່າມີແຕ່ຊູ້                        ຜົວຊີ່ຊອ້ນຫາກບໍ່ມີ

ຕອນ - ເວົ້າຊູ້ຕ່າງບ້ານ
-ເວົ້າຊູ້ຕ່າງບ້ານ                    ມັນລຳບາກເຫຼືອຊະນັດ
 ມັນບໍ່ຄືບ້ານດຽວ                  ຄ່ຳມາກໍ່ເຫັນຫນ້າ

-ເວົ້າຊູ້ຕ່າງບ້ານ                   ຄືຝາກໃຂ່ໄວ້ນຳກາ
 ຝາກປາໄວ້ນຳແມວ            ບໍ່ແມ່ນແນວຊີ່ເຫຼືອຄ້າງ
 ມີແຕ່ມັນຊີ່ຫຍ້ຳ                 ກີນລົງໃນຂີ້ໂຜ່ນ
 ກີນໃຫ້ທອ້ງແຕກໂປ້ງ        ເສັຍແລ້ວຈື່ງຄອຍເຊົາ  ພຸ້ນແລ້ວ

-ເວົ້າຊູ້ຕ່າງບ້ານ                  ຢາ້ນແຕ່ເພີ່ນບໍ່ເປັນໃຈ
 ບໍ່ຈັກໃຜຊີ່ມາຊົມ               ຍາດເອົາໄປຊອ້ນ

-ເວົ້າຊູ້ຕ່າງບ້ານ                 ປານເອົາຄ່າງໄວ້ນຳລີງ
 ປານເອົາຍີງຝາກຊາຍ       ບໍ່ຫອ່ນເຫຼືອມາໄດ້

-ເວົ້າຊູ້ຕ່າງບ້ານ                   ຄັນແມ່ນເພີ່ນບໍ່ຫຼາຍໃຈ
 ຄັນແມ່ນນາງບໍ່ຫຼາຍຊາຍ   ກໍ່ບໍ່ມີແນວຢ້ານ       ດອກນ໋າ

-ເວົ້າຊູ້ຕ່າງບ້ານ                  ຢ້ານແຕ່ຖືກຂອງເຂົາ
 ວ່າຊີ່ເອົາແຕ່ວາຈາ             ແຕ່ສວນໃຈບໍ່ມີເຕື້ອງ

-ເວົ້າຊູ້ຕ່າງບ້ານ                 ຢ້ານແຕ່ເພີ່ນຫຼາຍໃຈ
 ຍາມເມື່ອເຮົາຫນີເມືອ      ເພີ່ນກໍ່ມີຊາຍຊອ້ນ


ຕອນ - ວ່າບໍ່ມີ
- ວ່າບໍ່ມີຄວາມເວົ້າ               ເຈົ້າເອົາຫຍັງມາວ່າ
 ວ່າບໍ່ມີຜູ້ຖ້າ                         ແມ່ນໃຜແທ້ນັ່ງຢູ່ນຳ

- ວ່າບໍ່ມີຊາຍຊອ້ນ               ເຊີງແພສັງມາກ່ານ
 ຫຼືວ່າລູກເຈົ້າຊົນ                 ຫຼືວ່າຫຼານເຈົ້າດື້
 ແພຂອງເຈົ້າ                     ຈື່ງກ່ານເຊີງ

- ວ່າບໍ່ມີເຄືອກ້ຽວ               ສັງມາເປັນຍາມຍ່າມ
 ວ່ານ້ຳແກ່ງບໍ່ຂື້ນ                ສັງມາໄດ້ຊວ່ງເຮືອ

- ວ່າບໍ່ມີເຄືອກ້ຽວ              ສັງມາເປັນຍາມຍ່າມ
 ວ່າໃຕ້ລ່າງບໍ່ກວ້າງ            ສັງມາໄດ້ຜູກຄວາຍ

 -ວ່າບໍ່ມີຊາຍຊູ້                  ຫົວຂັ້ນໃດ ສັງມາກ້ຽງມືນລື່ນ
 ຊາຍຍ່າງເຂົ້າມື້ຮອ້ຍ        ຊູ້ຍ່າງອອກມື້ຮອ້ຍ ຕົ໋ວະໄດ້ວ່າບໍ່ມີ

ຕອນ - ວ່າຊີ່
-ວ່າຊີ່ນຳເງີນພອ້ມ               ນຳຄຳມາແຕ່ງ
 ວ່າແຕ່ເຈົ້າເປີດປອ່ງໃຫ້      ຊີ່ເອົາເຖົ້າສູ່ຂໍ

-ວ່າຊີ່ແປງຂົວຂ້າມ              ສະພານທອງທຽວໃຕ່
 ຕ່າງໃຫ້ມີພີ່ນອ້ງ                 ທຽວຢື້ຢອ່ງຢາມ

-ວ່າຊີ່ສູບປີກເປື້ອງ              ບີນເວີ່ນຫານາງ
 ຊີ່ໄປຫາເມຄາ                     ເສີ່ນຫາພະອວນນອ້ງ

-ວ່າຊີ່ປູກດອກຊອ້ນ            ຊອນດອກກະດັນງາ
 ແມ່ນວ່າມີຫຼາຍຊາຍ           ຊີ່ຍາດເອົາຈົນໄດ້

-ວ່າຊີ່ໄປບວດສ້າງ               ກໍ່ຢ້ານຫ່າງນາງຫນີ
 ວ່າຊີ່ໄປເປັນຊີ                    ກໍ່ຢ້ານນາງມີຊູ້

-ວ່າຊີ່ທົດນ້ຳຂື້ນ                  ໃຫ້ໃຫຼທັ່ງຫົວໃຈ
 ປ້ານຄັນແທກໍ່ພໍໃຫວ        ແຕ່ປ້ານຫົວໃຈບໍ່ມີໄດ້

ຕອນ - ສັດຈະ
-ສັດຈະເວົ້າ                             ຄຳໃດບໍ່ມີປ່ຽນ
 ຄວາມຈີງບອກເຈົ້າແລ້ວ       ບໍ່ມີປີ້ນປ່ຽນໄປ

-ສັດຈະຂອ້ຍໃຫ້ເຈົ້າ                 ຄືຈິດໃຈຂອ້ຍທຸກຢ່າງ
 ສັດຈະຂອ້ຍວ່າແລ້ວ              ຊີ່ມາມ້າງບໍ່ເປັນ  ແທ້ໃດ

-ສັດຈະຫມັ້ນ                          ອະທິຖານຕັ້ງທ່ຽງ
 ບໍ່ຫາຄວາມຫຼອກຫຼໍ້               ມາເວົ້າໃຫ້ນ່າຍກັນ

-ສັດຈະເຈົ້າ                            ຄືກວຍກະຕ່າຫ່າງ
 ຖີ້ມໃສ່ນ້ຳ                              ຈົມແລ້ວກໍ່ຫາກຟູ
 ສັດຈະຂອ້ຍ                          ຄືຫີນຫນັກຫຼາຍຫມື່ນ
 ຖີ້ມໃສ່ນ້ຳ                             ຈົມແລ້ວບໍ່ຟູ

-ສັດຈະເຈົ້າ                            ຄືກວຍກະຕ່າຫ່າງ
 ຖີ້ມໃສ່ນ້ຳ                              ໃຫຼເຂົ້າສູ່ທາງ
 ສັດຈະຂອ້ຍ                          ຄືຫີນກອ້ນໃຫ່ຍ
 ຖີ້ມໃສ່ນ້ຳ                             ຊີ່ໃຫຼເຂົ້າບໍ່ມີ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສິບ