Tuesday, February 3, 2015

ພະຫຍາພາສິດບູຮານລາວ - ຕອນທີເກົ້າ

ຕອນ - ວ່າແຕ່
-ວ່າແຕ່ເຈົ້ານັ້ນຮູ້                    ທຸກບອ່ນທາງໄປ
 ບາດວ່າໃຈຂອງໂຕ                ທໍ່ພູບໍ່ມີຮູ້











-ວ່າແຕ່ຫົວໃຈເຈົ້າ                      ບໍ່ໄດ້ແບ່ງເປັນສອງ
 ຂອ້ຍຊີ່ມີຈິດດຽວ                       ຝາກໃຈໄວ້ນຳເຈົ້າ

-ວ່າແຕ່ທາງເຈົ້າຮອ້ງ                 ຊີ່ຂານຮັບວາຈາ
 ວ່າແຕ່ເຈົ້າຕົກລົງ                     ຊີ່ແຕ່ງຂັນມາຫມັ້ນ

-ວ່າແຕ່ເຈົ້າ                               ຍັງຢູ່ເປັນສາວ
 ບວດໄດ້ຊາວພັນສາ                 ສິກອອກມາເອົາເຈົ້າ

-ວ່າແຕ່ທາງຂອ້ຍຮ້າຍ              ເຈົ້າແຫ່ງໂຫດຫນັກຫນາ
 ຂອ້ຍຕົກລົງຊີ່ມາຂໍ                  ເຈົ້າພັດມາຂໍເລື່ອນ

-ວ່າແຕ່ໄຟນັ້ນຮອ້ນ                 ໃຈຂອ້ຍແຫ່ງກວ່າໄຟ
 ວ່າຢາກເດັດດວງໃຈ               ຜູ້ເຈົ້າພາໃຫ້ມັນຮອ້ນ










-ວ່າແຕ່ຄືດຮອດຂອ້ຍ             ຈົດຫມາຍຕອບບໍ່ມີເຫັນ
 ວ່າແຕ່ມີໃຈຮັກ                       ແຕ່ບໍ່ຫວ່ງໃຍພໍນອ້ຍ

-ວ່າແຕ່ໃຊຫຼັງຫຼ້າ                    ບໍ່ຫມານປາຖືກແຕ່ເຕົາ
 ບາດວ່າໃຊຕົ້ນເຄົ້າ                 ສັງມາເຂົ້າຕັ້ງແຕ່ງູ

-ວ່າແຕ່ເຈົ້ານັ້ນຮູ້                    ທຸກບອ່ນທາງໄປ
 ບາດວ່າໃຈຂອງໂຕ                ທໍ່ພູບໍ່ມີຮູ້

-ວ່າແຕ່ເຈົ້າ                           ມີຜົວແລ້ວຫຼືບໍ
 ຫຼືວ່າມີແຕ່ຊູ້                        ຜົວຊີ່ຊອ້ນຫາກບໍ່ມີ

ຕອນ - ເວົ້າຊູ້ຕ່າງບ້ານ
-ເວົ້າຊູ້ຕ່າງບ້ານ                    ມັນລຳບາກເຫຼືອຊະນັດ
 ມັນບໍ່ຄືບ້ານດຽວ                  ຄ່ຳມາກໍ່ເຫັນຫນ້າ

-ເວົ້າຊູ້ຕ່າງບ້ານ                   ຄືຝາກໃຂ່ໄວ້ນຳກາ
 ຝາກປາໄວ້ນຳແມວ            ບໍ່ແມ່ນແນວຊີ່ເຫຼືອຄ້າງ
 ມີແຕ່ມັນຊີ່ຫຍ້ຳ                 ກີນລົງໃນຂີ້ໂຜ່ນ
 ກີນໃຫ້ທອ້ງແຕກໂປ້ງ        ເສັຍແລ້ວຈື່ງຄອຍເຊົາ  ພຸ້ນແລ້ວ

-ເວົ້າຊູ້ຕ່າງບ້ານ                  ຢາ້ນແຕ່ເພີ່ນບໍ່ເປັນໃຈ
 ບໍ່ຈັກໃຜຊີ່ມາຊົມ               ຍາດເອົາໄປຊອ້ນ

-ເວົ້າຊູ້ຕ່າງບ້ານ                 ປານເອົາຄ່າງໄວ້ນຳລີງ
 ປານເອົາຍີງຝາກຊາຍ       ບໍ່ຫອ່ນເຫຼືອມາໄດ້

-ເວົ້າຊູ້ຕ່າງບ້ານ                   ຄັນແມ່ນເພີ່ນບໍ່ຫຼາຍໃຈ
 ຄັນແມ່ນນາງບໍ່ຫຼາຍຊາຍ   ກໍ່ບໍ່ມີແນວຢ້ານ       ດອກນ໋າ

-ເວົ້າຊູ້ຕ່າງບ້ານ                  ຢ້ານແຕ່ຖືກຂອງເຂົາ
 ວ່າຊີ່ເອົາແຕ່ວາຈາ             ແຕ່ສວນໃຈບໍ່ມີເຕື້ອງ

-ເວົ້າຊູ້ຕ່າງບ້ານ                 ຢ້ານແຕ່ເພີ່ນຫຼາຍໃຈ
 ຍາມເມື່ອເຮົາຫນີເມືອ      ເພີ່ນກໍ່ມີຊາຍຊອ້ນ


ຕອນ - ວ່າບໍ່ມີ
- ວ່າບໍ່ມີຄວາມເວົ້າ               ເຈົ້າເອົາຫຍັງມາວ່າ
 ວ່າບໍ່ມີຜູ້ຖ້າ                         ແມ່ນໃຜແທ້ນັ່ງຢູ່ນຳ

- ວ່າບໍ່ມີຊາຍຊອ້ນ               ເຊີງແພສັງມາກ່ານ
 ຫຼືວ່າລູກເຈົ້າຊົນ                 ຫຼືວ່າຫຼານເຈົ້າດື້
 ແພຂອງເຈົ້າ                     ຈື່ງກ່ານເຊີງ

- ວ່າບໍ່ມີເຄືອກ້ຽວ               ສັງມາເປັນຍາມຍ່າມ
 ວ່ານ້ຳແກ່ງບໍ່ຂື້ນ                ສັງມາໄດ້ຊວ່ງເຮືອ

- ວ່າບໍ່ມີເຄືອກ້ຽວ              ສັງມາເປັນຍາມຍ່າມ
 ວ່າໃຕ້ລ່າງບໍ່ກວ້າງ            ສັງມາໄດ້ຜູກຄວາຍ

 -ວ່າບໍ່ມີຊາຍຊູ້                  ຫົວຂັ້ນໃດ ສັງມາກ້ຽງມືນລື່ນ
 ຊາຍຍ່າງເຂົ້າມື້ຮອ້ຍ        ຊູ້ຍ່າງອອກມື້ຮອ້ຍ ຕົ໋ວະໄດ້ວ່າບໍ່ມີ

ຕອນ - ວ່າຊີ່
-ວ່າຊີ່ນຳເງີນພອ້ມ               ນຳຄຳມາແຕ່ງ
 ວ່າແຕ່ເຈົ້າເປີດປອ່ງໃຫ້      ຊີ່ເອົາເຖົ້າສູ່ຂໍ

-ວ່າຊີ່ແປງຂົວຂ້າມ              ສະພານທອງທຽວໃຕ່
 ຕ່າງໃຫ້ມີພີ່ນອ້ງ                 ທຽວຢື້ຢອ່ງຢາມ

-ວ່າຊີ່ສູບປີກເປື້ອງ              ບີນເວີ່ນຫານາງ
 ຊີ່ໄປຫາເມຄາ                     ເສີ່ນຫາພະອວນນອ້ງ

-ວ່າຊີ່ປູກດອກຊອ້ນ            ຊອນດອກກະດັນງາ
 ແມ່ນວ່າມີຫຼາຍຊາຍ           ຊີ່ຍາດເອົາຈົນໄດ້

-ວ່າຊີ່ໄປບວດສ້າງ               ກໍ່ຢ້ານຫ່າງນາງຫນີ
 ວ່າຊີ່ໄປເປັນຊີ                    ກໍ່ຢ້ານນາງມີຊູ້

-ວ່າຊີ່ທົດນ້ຳຂື້ນ                  ໃຫ້ໃຫຼທັ່ງຫົວໃຈ
 ປ້ານຄັນແທກໍ່ພໍໃຫວ        ແຕ່ປ້ານຫົວໃຈບໍ່ມີໄດ້

ຕອນ - ສັດຈະ
-ສັດຈະເວົ້າ                             ຄຳໃດບໍ່ມີປ່ຽນ
 ຄວາມຈີງບອກເຈົ້າແລ້ວ       ບໍ່ມີປີ້ນປ່ຽນໄປ

-ສັດຈະຂອ້ຍໃຫ້ເຈົ້າ                 ຄືຈິດໃຈຂອ້ຍທຸກຢ່າງ
 ສັດຈະຂອ້ຍວ່າແລ້ວ              ຊີ່ມາມ້າງບໍ່ເປັນ  ແທ້ໃດ

-ສັດຈະຫມັ້ນ                          ອະທິຖານຕັ້ງທ່ຽງ
 ບໍ່ຫາຄວາມຫຼອກຫຼໍ້               ມາເວົ້າໃຫ້ນ່າຍກັນ

-ສັດຈະເຈົ້າ                            ຄືກວຍກະຕ່າຫ່າງ
 ຖີ້ມໃສ່ນ້ຳ                              ຈົມແລ້ວກໍ່ຫາກຟູ
 ສັດຈະຂອ້ຍ                          ຄືຫີນຫນັກຫຼາຍຫມື່ນ
 ຖີ້ມໃສ່ນ້ຳ                             ຈົມແລ້ວບໍ່ຟູ

-ສັດຈະເຈົ້າ                            ຄືກວຍກະຕ່າຫ່າງ
 ຖີ້ມໃສ່ນ້ຳ                              ໃຫຼເຂົ້າສູ່ທາງ
 ສັດຈະຂອ້ຍ                          ຄືຫີນກອ້ນໃຫ່ຍ
 ຖີ້ມໃສ່ນ້ຳ                             ຊີ່ໃຫຼເຂົ້າບໍ່ມີ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສິບ


No comments:

Post a Comment