ຕົວຢ່າງ: ຜະຫຍາຍອ່ຍ
-ລາວເອີຍ...
ຄັນເຈົ້າມີບຸນໄດ້ ໄປຢູ່ເມືອງອະເມຣິກາ
ເຈົ້າຢ່າລືມບ້ານນາ ບອ່ນເຄີຍຂີ່ຄວຍແລະຫຼົກກ້າ
-ນົກພາກຄູ່ ມັນຍັງຮອ້ງສຽງດັງ
ກາພາກຮັງ ມັນຍັງຮອ້ງສຽງກອ້ງ
ບາດວ່າອ້າຍພາກນອ້ງ ຄຳດຽວບໍ່ເອີ້ນສັ່ງ
ຄັນບໍ່ໄດ້ສັ່ງໄວ້ ໃຈນອ້ງແຫ່ງຫວ່ງນຳ ອ້າຍເອີຍ
-ໃຈບໍ່ຮັກມັກແລ້ວ ເວົ້າແມ່ນກໍ່ເປັນຜີດ
ໃຈບໍ່ເຄີຍຄິດນຳ ເວົ້າດີກໍ່ເປັນຮ້າຍ
ໃຈບໍ່ເຄີຍຫມາຍຫມັ້ນ ແສນຊີ່ອອຍກໍ່ປານດ່າ
ໃຈບໍ່ສັດທາຢູ່ແລ້ວ ເຮັດດີໃຫ້ກໍ່ບໍ່ເອົາ ເຈົ້າເອີຍ
-ລາວເອີຍ...ຄັນເຈົ້າມີແຟສບຸກໃຊ້ ສັງມາພີມພາສາໄທໃສ່
ພາສາລາວພີມຂໍ້ຄວາມກໍ່ໄດ້ ສັງຫັນໄປໃຊ້ແຕ່ໂຕໄທ...ແທ້ນໍ
-ເດີນທາງບໍ່ສຸດເສັ້ນ ຢ່າຖອຍຫຼັງໃຫ້ເຂົາຢຽບ
ຕາຍຂໍໃຫ້ຕາຍຫນ້າພຸ້ນ ເຂົາຈີ່ງເອີ້ນວ່າແມ່ນຄົນ...ເຈົ້າເອີຍ
-ຊາດທີ່ແນວນາມບົ້ງ ແປນໂຕກາຊີ່ຕອດ
ໃຫ້ເຈົ້າເຮັດດັ່ງມອ້ນ ໃຍຫຸ້ມຫໍ່ໂຕ...ໄວ້ເດີ
-ຄັນແມ່ນເຮັດດີແລ້ວ ໃຜຊີ່ຫຍັນກໍ່ຕາມຊ່າງ
ຄັນແມ່ນເຮັດຖືກແລ້ວ ຊີ່ຫຍັນຫຍໍ້ກໍ່ຊ່າງໃຜ...ເຈົ້າເອີຍ
-ລາວເອີຍ...
ຄັນເຈົ້າມີບຸນໄດ້ ໄປຢູ່ເມືອງອະເມຣິກາ
ເຈົ້າຢ່າລືມບ້ານນາ ບອ່ນເຄີຍຂີ່ຄວຍແລະຫຼົກກ້າ
Wednesday, May 20, 2015
Thursday, February 5, 2015
ພະຫຍາພາສິດບູຮານລາວ - ຕອນທີສີບເອັດ
ຕອນ - ອົດສາ
-ອົດສາລ້ຽງຊ້າງເຖົ້າ ຂາຍງາຍັງມີຄ່າ
ດີກວ່າລ້ຽງຊ້າງນອ້ຍ ຂາຍແລ້ວຂາດທືນ
-ອົດສາລ້ຽງ ຄວາຍບັກເລໄວ້ຖ້າຫ່າ
ຄັນວ່າຫ່າບໍ່ພໍ້ ຍັງຊີ່ໄດ້ແກ່ໄຖ
-ອົດສາເຍື້ອນ ນອນເຮືອນຝາກໄມ້ໃຜ່
ບາດໂຊກໃຫ່ຍມາແລ່ນເຂົ້າ ຊີ່ນອນແປ້ນແຜ່ນຂະຍູງ
-ອົດສາສູ້ ກີນປາທູຕ່າງປາແດກ
ອົດສາກີນນ້ຳຕົ້ມ ຊາມໄດ້ກີນນ້ຳນົມ
-ອົດສາເຍື້ອນ ກີນຂີງຕ່າງຄ່າ
ອົດສາມັກອ້າຍ ຊາມໄດ້ແຕ່ງດອງ
- ອົດສາເຍື້ອນ ກີນລີງຕ່າງກະຕ່າຍ
ອົດສາເວົ້າຜູ້ຮ້າຍ ຊາມພໍ້ຜູ້ດີ
-ອົດສາລ້ຽງຊ້າງເຖົ້າ ຂາຍງາຍັງມີຄ່າ
ດີກວ່າລ້ຽງຊ້າງນອ້ຍ ຂາຍແລ້ວຂາດທືນ
ຕອນ - ຢ່າຊີ່ມາ
-ຢ່າຊີ່ມາລວງລໍ້ ໃຫ້ຄິດຕໍ່ນຳຫຼາຍ
ຢ່າຊີ່ມາຕົ໋ວະຊາຍ ໃຫ້ຄີດນຳແລງເຊົ້າ
-ຢ່າຊີ່ມາເວົ້າ ອວດເກ່ງວ່າມີເງີນ
ຢ່າຊີ່ມາສຳຫາວ ວ່າເຈົ້າມີເງີນລ້ານ
ເພາະວ່າຄົນລວຍນີ້ ບໍ່ມີໃຜຊີ່ມາອວດ
ຄືດັ່ງຖັງໃສ່ນ້ຳ ຕີໄດ້ກໍ່ບໍ່ດັງ ທ່ານເອີຍ
-ຢ່າຊີ່ມາຕົ໋ວະຂອ້ຍ ກີນແກງບອນໃຫ້ຄັນປາກ
ຢ່າຊີ່ມາຝາກລົມປາກໄວ້ ແຕ່ໃຈເຈົ້າບໍ່ເອົານຳ
-ຢ່າຊີ່ມາທຽບຂອ້ຍ ໃສ່ຄົນອື່ນທັງຫຼາຍ
ເພາະວ່າໃຈຂອງນາງ ແມ່ນບໍ່ຄືໃຈເຈົ້າ
ເຈົ້າຫາກມີຫຼາຍຊູ້ ຫຼາຍຄົນຊອ້ນຢູ່
ເຈົ້າຊີ່ຄີດວ່າຂອ້ຍ ຄືເຈົ້າຢ່າຊີ່ຝັນ ອ້າຍເອີຍ
ຕອນ - ຢ່າຊີ່ໃລ
-ຢ່າຊີ່ໃລເສັຍຖີ້ມ ທາງເຮົາເຄີຍທອ່ງ
ຢ່າຊີ່ລະພີ່ນອ້ງ ຫນີໄປຍອ້ງຜູ້ອື່ນດີ
-ຢ່າຊີ່ໃລຂອ້ຍຖີ້ມ ຄືແຕງກາງໄຮ່
ເຈົ້າຫາກກີນຫນ່ວຍແລ້ວ ຊີ່ໃລຖີ້ມແຕ່ເຄືອ
-ຢ່າຊີ່ໃລເສັຍຖີ້ມ ພົງພັນເຊື້ອເກົ່າ
ຢ່າຊີ່ລະເຜົ່າເຊື້ອ ເມືອຍອ້ງວ່າເພີ່ນດີ
-ຢ່າຊີ່ໃລຂອ້ຍໄວ້ ໃນໄຮ່ແກມຫມູ່ກາ
ຢ່າຊີ່ປະໄວ້ໃນນາ ແກມຫມູ່ໃກ່
ຢ່າຊີ່ໃລຂອ້ຍຖີ້ມ ກາງບ້ານເພີ່ນຂີ່ຫຫຍັນ
-ຢ່າຊີ່ໃລອ້າຍຖີ້ມ ໄປຄວງແຟນຄົນໃຫ່ມ
ບາດເຂົາປະປອ່ຍນອ້ງ ຊີ່ນອນໃຫ້ໃສ່ຫມອນ ນອ້ງເອີຍ
ຕອນ - ອັດສະຈັນ
-ອັດສະຈັນໃຈເຈົ້າ ປາກວ່າບໍ່ຄືໃຈ
ບອກຮັກກັບຊາຍໃດ ກໍຊ່າງຫຼົງລືມໄດ້
ຕົ໋ວະໃຫ້ຫຼາຍຄົນເກີ້ ລະເມີເປັນບ້າປວ່ງ
ຫຼົງຄາລົມປາກເວົ້າ ແຕ່ໃຈເຈົ້າບໍ່ເອົາຈີງ
-ອັດສະຈັນໃຈເຈົ້າ ດວງດຽວບໍ່ຄືຫມູ່
ຫົວໃຈດຽວແທ້ໆ ເອົາຊາຍເຂົ້າໄດ້ຫມື່ນຄົນ
-ອັດສະຈັນໃຈເຈົ້າ ປາກວ່າບໍ່ຄືໃຈ
ບອກຮັກກັຍຄົນໃດ ກໍຊ່າງຫຼົງລືມໄດ້
-ອັດສະຈັນໃຈເຈົ້າ ຕົ໋ວະຊາຍມື້ຮອ້ຍເທື່ອ
ຍາມໃດຊີ່ເວົ້າຈີງແທ້ ສັງຕົ໋ວະໄດ້ຄູ່ສູ່ຍາມ
-ອັດສະຈັນໃຈແຂ້ ຫາງຍາວສັງບໍ່ໄວ້ຮອງນັ່ງ
ບາດກະຕ່າຍຫາງກອ້ມໆ ສັງມາໄດ້ນັ່ງຮອງ
-ອັດສະຈັນໃຈກຸ້ງ ຫຼັງງໍຢຽດບໍ່ອອກ
ສາກກະເບືອບໍ່ມາຢຽດໃຫ້ ຫຼັງກຸ້ງຢຽດບໍ່ເປັນ
-ອັດສະຈັນໃຈກຸ້ງ ຊີ່ກຸມກີນປາບຶກໃຫ່ຍ
ປາຊີວໃລ່ສວບແຂ້ ຫນີໄປຊົ້ນຢູ່ເຫີບຫີນ
ອ່ຽນເປີດນ້ຳ ຫນີຈາກບວດວັງຕົມ
ມັນໄປແປງຮວງຮັງ ຢູ່ເທີງປາຍໄມ້
ຕອນ - ເອົາຍາວໄວ້
-ເອົາຍາວໄວ້ ຄືສາຍໂທຣະເລກ
ບາດຫ່າເກີດເຫດຮອ້ນ ຍັງຊີ່ໄດ້ເພີ່ງສາຍ
-ເອົາຍາວໄວ້ ຄືສີນໃຊຟັນໄຮ່
ປີນີ້ປ້ຳ ປີຫນ້າຈີ່ງຄອ່ຍຮອນ
-ເອົາຍາວໄວ້ ຄືປາໃຫຼຍາວອ່ຽນ
ຕົ້ມໃສ່ຫມໍ້ ກີນແລ້ວຈັ່ງແມ່ນແນວ
ຕອນ - ຮຽມນີ້
-ຮຽມນີ້ຄົນຂີ້ຄ້ານ ປະສົງຫາແຕ່ນາເກົ່າ
ນາຊ່າວມີບໍ່ແພ້ ໃຈຂອ້ຍບໍ່ຢາກທຳ
-ຮຽມນີ້ຄືດັ່ງດວງດອກໄມ້ ບານຢູ່ກາງດົງ
ຝົນບໍ່ຕົກລົງໂຮຍ ຊີ່ຫຼົ່ນຂຸຄາຕົ້ນ
-ຮຽມນີ້ເປັນດັ່ງສາຂາໄມ້ ລຳດຽວບໍ່ມີຄູ່
ໄມ້ຫາກມີແຕ່ຕົ້ນ ເຄືອຊີ່ກ້ຽວຫາກບໍ່ມີ
-ຮຽມນີ້ບໍ່ໄດ້ຫວັງສຸກຍອ້ນ ບຸນໃຜມາເຫຼື່ອມ
ສຸກກໍ່ສຸກເພີ່ ນພຸ້ນ ບໍ່ມີກຸ້ມຮອດເຮົາດອກນ໋າ
-ຮຽມນີ້ຄືດັ່ງຫມາກຟັກນອ້ຍ ລີ້ຢູ່ໃນຫນາມ
ຄັນຊີ່ຕີງຄີງແຮງ ຢ້ານແຕ່ຫນາມເກາະເນື້ອ
-ຮຽມນີ້ເຫືມອນດັ່ງຫົງຄຳຝ້າຍ ຫນອງສະໂນບີນເວີ່ນ
ລົງກະລົງບໍ່ໄດ້ ສະໂນລົ້ມຂວ່າຍຂີນ
-ຮຽມນີ້ປຽບດັ່ງແນວນາມເຫມັ້ນ ເຫມັນກຸຍຮອດກະດູກ
ແມ່ນຊີ່ປູກຕົ້ນອົ້ມໄວ້ ທຽມຂ້າງກໍ່ບໍ່ຫອມ
ຕອນທີສີບສອງຍັງບໍ່ທັນແລ້ວເທື່ອ......Coming soon.....
-ອົດສາລ້ຽງຊ້າງເຖົ້າ ຂາຍງາຍັງມີຄ່າ
ດີກວ່າລ້ຽງຊ້າງນອ້ຍ ຂາຍແລ້ວຂາດທືນ
ຄັນວ່າຫ່າບໍ່ພໍ້ ຍັງຊີ່ໄດ້ແກ່ໄຖ
-ອົດສາເຍື້ອນ ນອນເຮືອນຝາກໄມ້ໃຜ່
ບາດໂຊກໃຫ່ຍມາແລ່ນເຂົ້າ ຊີ່ນອນແປ້ນແຜ່ນຂະຍູງ
-ອົດສາສູ້ ກີນປາທູຕ່າງປາແດກ
ອົດສາກີນນ້ຳຕົ້ມ ຊາມໄດ້ກີນນ້ຳນົມ
-ອົດສາເຍື້ອນ ກີນຂີງຕ່າງຄ່າ
ອົດສາມັກອ້າຍ ຊາມໄດ້ແຕ່ງດອງ
- ອົດສາເຍື້ອນ ກີນລີງຕ່າງກະຕ່າຍ
ອົດສາເວົ້າຜູ້ຮ້າຍ ຊາມພໍ້ຜູ້ດີ
-ອົດສາລ້ຽງຊ້າງເຖົ້າ ຂາຍງາຍັງມີຄ່າ
ດີກວ່າລ້ຽງຊ້າງນອ້ຍ ຂາຍແລ້ວຂາດທືນ
ຕອນ - ຢ່າຊີ່ມາ
-ຢ່າຊີ່ມາລວງລໍ້ ໃຫ້ຄິດຕໍ່ນຳຫຼາຍ
ຢ່າຊີ່ມາຕົ໋ວະຊາຍ ໃຫ້ຄີດນຳແລງເຊົ້າ
-ຢ່າຊີ່ມາເວົ້າ ອວດເກ່ງວ່າມີເງີນ
ຢ່າຊີ່ມາສຳຫາວ ວ່າເຈົ້າມີເງີນລ້ານ
ເພາະວ່າຄົນລວຍນີ້ ບໍ່ມີໃຜຊີ່ມາອວດ
ຄືດັ່ງຖັງໃສ່ນ້ຳ ຕີໄດ້ກໍ່ບໍ່ດັງ ທ່ານເອີຍ
-ຢ່າຊີ່ມາຕົ໋ວະຂອ້ຍ ກີນແກງບອນໃຫ້ຄັນປາກ
ຢ່າຊີ່ມາຝາກລົມປາກໄວ້ ແຕ່ໃຈເຈົ້າບໍ່ເອົານຳ
-ຢ່າຊີ່ມາທຽບຂອ້ຍ ໃສ່ຄົນອື່ນທັງຫຼາຍ
ເພາະວ່າໃຈຂອງນາງ ແມ່ນບໍ່ຄືໃຈເຈົ້າ
ເຈົ້າຫາກມີຫຼາຍຊູ້ ຫຼາຍຄົນຊອ້ນຢູ່
ເຈົ້າຊີ່ຄີດວ່າຂອ້ຍ ຄືເຈົ້າຢ່າຊີ່ຝັນ ອ້າຍເອີຍ
ຕອນ - ຢ່າຊີ່ໃລ
-ຢ່າຊີ່ໃລເສັຍຖີ້ມ ທາງເຮົາເຄີຍທອ່ງ
ຢ່າຊີ່ລະພີ່ນອ້ງ ຫນີໄປຍອ້ງຜູ້ອື່ນດີ
-ຢ່າຊີ່ໃລຂອ້ຍຖີ້ມ ຄືແຕງກາງໄຮ່
ເຈົ້າຫາກກີນຫນ່ວຍແລ້ວ ຊີ່ໃລຖີ້ມແຕ່ເຄືອ
-ຢ່າຊີ່ໃລເສັຍຖີ້ມ ພົງພັນເຊື້ອເກົ່າ
ຢ່າຊີ່ລະເຜົ່າເຊື້ອ ເມືອຍອ້ງວ່າເພີ່ນດີ
-ຢ່າຊີ່ໃລຂອ້ຍໄວ້ ໃນໄຮ່ແກມຫມູ່ກາ
ຢ່າຊີ່ປະໄວ້ໃນນາ ແກມຫມູ່ໃກ່
ຢ່າຊີ່ໃລຂອ້ຍຖີ້ມ ກາງບ້ານເພີ່ນຂີ່ຫຫຍັນ
-ຢ່າຊີ່ໃລອ້າຍຖີ້ມ ໄປຄວງແຟນຄົນໃຫ່ມ
ບາດເຂົາປະປອ່ຍນອ້ງ ຊີ່ນອນໃຫ້ໃສ່ຫມອນ ນອ້ງເອີຍ
ຕອນ - ອັດສະຈັນ
-ອັດສະຈັນໃຈເຈົ້າ ປາກວ່າບໍ່ຄືໃຈ
ບອກຮັກກັບຊາຍໃດ ກໍຊ່າງຫຼົງລືມໄດ້
ຕົ໋ວະໃຫ້ຫຼາຍຄົນເກີ້ ລະເມີເປັນບ້າປວ່ງ
ຫຼົງຄາລົມປາກເວົ້າ ແຕ່ໃຈເຈົ້າບໍ່ເອົາຈີງ
-ອັດສະຈັນໃຈເຈົ້າ ດວງດຽວບໍ່ຄືຫມູ່
ຫົວໃຈດຽວແທ້ໆ ເອົາຊາຍເຂົ້າໄດ້ຫມື່ນຄົນ
-ອັດສະຈັນໃຈເຈົ້າ ປາກວ່າບໍ່ຄືໃຈ
ບອກຮັກກັຍຄົນໃດ ກໍຊ່າງຫຼົງລືມໄດ້
-ອັດສະຈັນໃຈເຈົ້າ ຕົ໋ວະຊາຍມື້ຮອ້ຍເທື່ອ
ຍາມໃດຊີ່ເວົ້າຈີງແທ້ ສັງຕົ໋ວະໄດ້ຄູ່ສູ່ຍາມ
-ອັດສະຈັນໃຈແຂ້ ຫາງຍາວສັງບໍ່ໄວ້ຮອງນັ່ງ
ບາດກະຕ່າຍຫາງກອ້ມໆ ສັງມາໄດ້ນັ່ງຮອງ
-ອັດສະຈັນໃຈກຸ້ງ ຫຼັງງໍຢຽດບໍ່ອອກ
ສາກກະເບືອບໍ່ມາຢຽດໃຫ້ ຫຼັງກຸ້ງຢຽດບໍ່ເປັນ
-ອັດສະຈັນໃຈກຸ້ງ ຊີ່ກຸມກີນປາບຶກໃຫ່ຍ
ປາຊີວໃລ່ສວບແຂ້ ຫນີໄປຊົ້ນຢູ່ເຫີບຫີນ
ອ່ຽນເປີດນ້ຳ ຫນີຈາກບວດວັງຕົມ
ມັນໄປແປງຮວງຮັງ ຢູ່ເທີງປາຍໄມ້
ຕອນ - ເອົາຍາວໄວ້
-ເອົາຍາວໄວ້ ຄືສາຍໂທຣະເລກ
ບາດຫ່າເກີດເຫດຮອ້ນ ຍັງຊີ່ໄດ້ເພີ່ງສາຍ
-ເອົາຍາວໄວ້ ຄືສີນໃຊຟັນໄຮ່
ປີນີ້ປ້ຳ ປີຫນ້າຈີ່ງຄອ່ຍຮອນ
-ເອົາຍາວໄວ້ ຄືປາໃຫຼຍາວອ່ຽນ
ຕົ້ມໃສ່ຫມໍ້ ກີນແລ້ວຈັ່ງແມ່ນແນວ
ຕອນ - ຮຽມນີ້
-ຮຽມນີ້ຄົນຂີ້ຄ້ານ ປະສົງຫາແຕ່ນາເກົ່າ
ນາຊ່າວມີບໍ່ແພ້ ໃຈຂອ້ຍບໍ່ຢາກທຳ
-ຮຽມນີ້ຄືດັ່ງດວງດອກໄມ້ ບານຢູ່ກາງດົງ
ຝົນບໍ່ຕົກລົງໂຮຍ ຊີ່ຫຼົ່ນຂຸຄາຕົ້ນ
-ຮຽມນີ້ເປັນດັ່ງສາຂາໄມ້ ລຳດຽວບໍ່ມີຄູ່
ໄມ້ຫາກມີແຕ່ຕົ້ນ ເຄືອຊີ່ກ້ຽວຫາກບໍ່ມີ
-ຮຽມນີ້ບໍ່ໄດ້ຫວັງສຸກຍອ້ນ ບຸນໃຜມາເຫຼື່ອມ
ສຸກກໍ່ສຸກເພີ່ ນພຸ້ນ ບໍ່ມີກຸ້ມຮອດເຮົາດອກນ໋າ
-ຮຽມນີ້ຄືດັ່ງຫມາກຟັກນອ້ຍ ລີ້ຢູ່ໃນຫນາມ
ຄັນຊີ່ຕີງຄີງແຮງ ຢ້ານແຕ່ຫນາມເກາະເນື້ອ
-ຮຽມນີ້ເຫືມອນດັ່ງຫົງຄຳຝ້າຍ ຫນອງສະໂນບີນເວີ່ນ
ລົງກະລົງບໍ່ໄດ້ ສະໂນລົ້ມຂວ່າຍຂີນ
-ຮຽມນີ້ປຽບດັ່ງແນວນາມເຫມັ້ນ ເຫມັນກຸຍຮອດກະດູກ
ແມ່ນຊີ່ປູກຕົ້ນອົ້ມໄວ້ ທຽມຂ້າງກໍ່ບໍ່ຫອມ
ຕອນທີສີບສອງຍັງບໍ່ທັນແລ້ວເທື່ອ......Coming soon.....
Tuesday, February 3, 2015
ພະຫຍາພາສິດບູຮານລາວ - ຕອນທີສີບ
ຕອນ - ສິບຊີ່ - ຊາວຊີ່
-ສິບຊີ່ຮ້າງ ຊາວຊີ່ຮ້າງ ໃຫ້ຮ້າງໄຮ່ນາສວນ
ສວ່ນວ່າສອງຄົນເຮົາ ຢ່າໄດ້ມີຍາມຮ້າງ
-ສິບຊີ່ຮ້າງ ຊາວຊີ່ຮ້າງ ຢ່າໄດ້ຫ່າງໃກກັນ
ຂໍໃຫ້ພໍຫຼຽວເຫັນ ໃຫ້ຊວ່ງໃຈແລງເຊົ້າ
-ສິບຊີ່ເວົ້າ ຊາວຊີ່ເວົ້າ ໃຫ້ເວົ້າແຕ່ຄວາມຊີ່ເອົາ
ຢ່າຊີ່ພາທີໃຂ ໃສ່ແຕ່ຄວາມບໍ່ດີໄວ້
-ສິບຊີ່ຖີ້ມ ຊາວຊີ່ຖີ້ມ ຢ່າໂຍນໃສ່ຫມາມຫວາຍ
ສິບຊີ່ຕາຍ ຊາວຊີ່ຕາຍ ຊາດຊີ່ມາໃຫ້ເຫັນເຈົ້າ
-ສິບຊີ່ຍອ້ງ ຊາວຊີ່ຍອ້ງ ກໍ່ໃຫ້ວ່າແຕ່ຄວາມຈີງ
ແນວວ່າຍີງຄືລີງ ຊີ່ວ່າຫົງມັນເກີນຍອ້ງ
-ສິບຊີ່ຂ້າ ຊາວຊີ່ຂ້າ ໃຫ້ເອົາໄມ້ຄະຍູງຕີ
ຢ່າເອົາຫົວໃຈຕີ ຊີ່ເນົ່ານູມໃນເນື້ອ
-ສິບຊີ່ໄດ້ ຊາວຊີ່ໄດ້ ໃຫ້ໄດ້ເພີ່ນຫມົດໃຈ
ຄັນບໍ່ໄດ້ຫມົດໃຈ ສ່ຳໄດ້ຜີມານອນຊອ້ນ
ຕອນ - ໂສ
-ໂສເສັຍແລ້ວ ໂສຕາຍຊ້ຳຕື່ມ
ໂສທຸກຍາກໄຮ້ ຊີ່ລົງມວ້ນບອ່ນດຽວ
-ໂສໄດ້ແລ້ວ ບໍ່ວາງນາງໃຫ້ຊາຍອື່ນ
ແມ່ນຊີ່ມີຫມື່ນຊູ້ ຊີ່ໂສແຍ້ງຍາດເອົາ
-ໂສທຸກແລ້ວ ໂສຍາກບໍ່ກົວຫຍັງ
ວາສນາຍັງມີ ຊີ່ຄອຍດີເມືອຫນ້າ
-ໂສວາງແລ້ວ ບໍ່ເອົາຄືນໃຫ້ເຂົາວ່າ
ໂສຢ່າແລ້ວ ບໍ່ເອົາໄວ້ໃຫ້ເພີ່ນຫຍັນ
-ໂສສູ້ແລ້ວ ຊີ່ນຳຮອດເຮືອນຊານ
ຢ້ານແຕ່ໂສພານາງ ຊີ່ບໍ່ຈີງກັບອ້າຍ
-ໂສເດີນແລ້ວ ໂສໄປໃຫ້ມັນຮອດ
ວ່າຊີ່ຂໍຍອດແກ້ວ ມາເປັນໃພ້ພໍ່ແມ່ເຮົາ
-ໂສຕາຍແລ້ວ ຊີ່ຈັບປືນຂື້ນມາລັ່ນ
ຄັນບໍ່ແມ່ນຂອ້ຍກໍ່ເຈົ້າ ຊີ່ຫາມເຂົ້າສູ່ກອງພອນ
ຕອນ - ເຫັນວ່າ
-ເຫັນວ່າຂອ້ຍຜູ້ຮ້າຍ ຢ່າຟ້າວນ່າຍແຫ່ນງຊັງ
ບາດຫ່າບຸນຍັງມີ ຊີ່ຮູ່ງເຮືອງເມືອຫນ້າ
-ເຫັນວ່າດຳຂີ້ຫຼີ້ ຢ່າຟ້າວຂີ່ເຮືອກາຍ
ເຫັນວ່າດຳພອຍລອຍ ຢ່າຟ້າວພາຍເຮືອເວັ້ນ
ບາດວ່າເຮືອຄາແກ້ງ ພອຍລອຍຊີ່ໄດ້ຍູ້ຊອ່ຍ
ຄັນບໍ່ເອີ້ນໃສ່ຂອ້ຍ ຊີ່ໄປເອີ້ນໃສ່ຜູ້ໃດ
-ເຫັນວ່າຜັກຫົມຫ້ຽນ ກາງທາງຢ່າຊີ່ຟ້າວຢຽບຢ່ຳ
ບາດຫ່າຖອດຍອດຂື້ນ ຍັງຊີ່ໄດ້ກ່າຍເກີນ
-ເຫັນວ່າຂອ້ຍຜູ້ຮ້າຍ ຄອງວັດຍັງວ່າງາມ
ເຫັນວ່າຂອ້ຍຮູບຊາມ ຮີດຄອງກໍ່ຍັງຮູ້
- ເຫັນວ່າພູລາມຄ້າງ ປາຍຊານຕາກແດດ
ເຈົ້າບໍ່ຕັກນ້ຳພົມ ເຈົ້າບໍ່ອົມນ້ຳພູດ
ພູຊີ່ແຫ້ງ ຫ່ຽວຕາຍ ເຈົ້າເອີຍ
-ເຫັນວ່າທຸກຍາກຮ້າຍ ເຂີນຂາດເງີນທອງ
ຂອ້ຍກໍ່ມີໃຈດຽວ ຮັກນາງຈີງແທ້
ດີກວ່າເສດຖີເຖົ້າ ເງີນທອງເຕັມກະຕ່າ
ເອົາເງີນມາຫຼອກເຈົ້າ ກີນແລ້ວກໍ່ເຫຼົ່າຫນີ
-ສິບຊີ່ຮ້າງ ຊາວຊີ່ຮ້າງ ໃຫ້ຮ້າງໄຮ່ນາສວນ
ສວ່ນວ່າສອງຄົນເຮົາ ຢ່າໄດ້ມີຍາມຮ້າງ
-ສິບຊີ່ຮ້າງ ຊາວຊີ່ຮ້າງ ຢ່າໄດ້ຫ່າງໃກກັນ
ຂໍໃຫ້ພໍຫຼຽວເຫັນ ໃຫ້ຊວ່ງໃຈແລງເຊົ້າ
-ສິບຊີ່ເວົ້າ ຊາວຊີ່ເວົ້າ ໃຫ້ເວົ້າແຕ່ຄວາມຊີ່ເອົາ
ຢ່າຊີ່ພາທີໃຂ ໃສ່ແຕ່ຄວາມບໍ່ດີໄວ້
-ສິບຊີ່ຖີ້ມ ຊາວຊີ່ຖີ້ມ ຢ່າໂຍນໃສ່ຫມາມຫວາຍ
ສິບຊີ່ຕາຍ ຊາວຊີ່ຕາຍ ຊາດຊີ່ມາໃຫ້ເຫັນເຈົ້າ
-ສິບຊີ່ຍອ້ງ ຊາວຊີ່ຍອ້ງ ກໍ່ໃຫ້ວ່າແຕ່ຄວາມຈີງ
ແນວວ່າຍີງຄືລີງ ຊີ່ວ່າຫົງມັນເກີນຍອ້ງ
-ສິບຊີ່ຂ້າ ຊາວຊີ່ຂ້າ ໃຫ້ເອົາໄມ້ຄະຍູງຕີ
ຢ່າເອົາຫົວໃຈຕີ ຊີ່ເນົ່ານູມໃນເນື້ອ
-ສິບຊີ່ໄດ້ ຊາວຊີ່ໄດ້ ໃຫ້ໄດ້ເພີ່ນຫມົດໃຈ
ຄັນບໍ່ໄດ້ຫມົດໃຈ ສ່ຳໄດ້ຜີມານອນຊອ້ນ
ຕອນ - ໂສ
-ໂສເສັຍແລ້ວ ໂສຕາຍຊ້ຳຕື່ມ
ໂສທຸກຍາກໄຮ້ ຊີ່ລົງມວ້ນບອ່ນດຽວ
-ໂສໄດ້ແລ້ວ ບໍ່ວາງນາງໃຫ້ຊາຍອື່ນ
ແມ່ນຊີ່ມີຫມື່ນຊູ້ ຊີ່ໂສແຍ້ງຍາດເອົາ
-ໂສທຸກແລ້ວ ໂສຍາກບໍ່ກົວຫຍັງ
ວາສນາຍັງມີ ຊີ່ຄອຍດີເມືອຫນ້າ
-ໂສວາງແລ້ວ ບໍ່ເອົາຄືນໃຫ້ເຂົາວ່າ
ໂສຢ່າແລ້ວ ບໍ່ເອົາໄວ້ໃຫ້ເພີ່ນຫຍັນ
-ໂສສູ້ແລ້ວ ຊີ່ນຳຮອດເຮືອນຊານ
ຢ້ານແຕ່ໂສພານາງ ຊີ່ບໍ່ຈີງກັບອ້າຍ
-ໂສເດີນແລ້ວ ໂສໄປໃຫ້ມັນຮອດ
ວ່າຊີ່ຂໍຍອດແກ້ວ ມາເປັນໃພ້ພໍ່ແມ່ເຮົາ
-ໂສຕາຍແລ້ວ ຊີ່ຈັບປືນຂື້ນມາລັ່ນ
ຄັນບໍ່ແມ່ນຂອ້ຍກໍ່ເຈົ້າ ຊີ່ຫາມເຂົ້າສູ່ກອງພອນ
ຕອນ - ເຫັນວ່າ
-ເຫັນວ່າຂອ້ຍຜູ້ຮ້າຍ ຢ່າຟ້າວນ່າຍແຫ່ນງຊັງ
ບາດຫ່າບຸນຍັງມີ ຊີ່ຮູ່ງເຮືອງເມືອຫນ້າ
-ເຫັນວ່າດຳຂີ້ຫຼີ້ ຢ່າຟ້າວຂີ່ເຮືອກາຍ
ເຫັນວ່າດຳພອຍລອຍ ຢ່າຟ້າວພາຍເຮືອເວັ້ນ
ບາດວ່າເຮືອຄາແກ້ງ ພອຍລອຍຊີ່ໄດ້ຍູ້ຊອ່ຍ
ຄັນບໍ່ເອີ້ນໃສ່ຂອ້ຍ ຊີ່ໄປເອີ້ນໃສ່ຜູ້ໃດ
-ເຫັນວ່າຜັກຫົມຫ້ຽນ ກາງທາງຢ່າຊີ່ຟ້າວຢຽບຢ່ຳ
ບາດຫ່າຖອດຍອດຂື້ນ ຍັງຊີ່ໄດ້ກ່າຍເກີນ
-ເຫັນວ່າຂອ້ຍຜູ້ຮ້າຍ ຄອງວັດຍັງວ່າງາມ
ເຫັນວ່າຂອ້ຍຮູບຊາມ ຮີດຄອງກໍ່ຍັງຮູ້
- ເຫັນວ່າພູລາມຄ້າງ ປາຍຊານຕາກແດດ
ເຈົ້າບໍ່ຕັກນ້ຳພົມ ເຈົ້າບໍ່ອົມນ້ຳພູດ
ພູຊີ່ແຫ້ງ ຫ່ຽວຕາຍ ເຈົ້າເອີຍ
-ເຫັນວ່າທຸກຍາກຮ້າຍ ເຂີນຂາດເງີນທອງ
ຂອ້ຍກໍ່ມີໃຈດຽວ ຮັກນາງຈີງແທ້
ດີກວ່າເສດຖີເຖົ້າ ເງີນທອງເຕັມກະຕ່າ
ເອົາເງີນມາຫຼອກເຈົ້າ ກີນແລ້ວກໍ່ເຫຼົ່າຫນີ
![]() |
ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສິບເອັດ |
ພະຫຍາພາສິດບູຮານລາວ - ຕອນທີເກົ້າ
ຕອນ - ວ່າແຕ່
-ວ່າແຕ່ເຈົ້ານັ້ນຮູ້ ທຸກບອ່ນທາງໄປ
ບາດວ່າໃຈຂອງໂຕ ທໍ່ພູບໍ່ມີຮູ້
-ວ່າແຕ່ຫົວໃຈເຈົ້າ ບໍ່ໄດ້ແບ່ງເປັນສອງ
ຂອ້ຍຊີ່ມີຈິດດຽວ ຝາກໃຈໄວ້ນຳເຈົ້າ
-ວ່າແຕ່ທາງເຈົ້າຮອ້ງ ຊີ່ຂານຮັບວາຈາ
ວ່າແຕ່ເຈົ້າຕົກລົງ ຊີ່ແຕ່ງຂັນມາຫມັ້ນ
-ວ່າແຕ່ເຈົ້າ ຍັງຢູ່ເປັນສາວ
ບວດໄດ້ຊາວພັນສາ ສິກອອກມາເອົາເຈົ້າ
-ວ່າແຕ່ທາງຂອ້ຍຮ້າຍ ເຈົ້າແຫ່ງໂຫດຫນັກຫນາ
ຂອ້ຍຕົກລົງຊີ່ມາຂໍ ເຈົ້າພັດມາຂໍເລື່ອນ
-ວ່າແຕ່ໄຟນັ້ນຮອ້ນ ໃຈຂອ້ຍແຫ່ງກວ່າໄຟ
ວ່າຢາກເດັດດວງໃຈ ຜູ້ເຈົ້າພາໃຫ້ມັນຮອ້ນ
-ວ່າແຕ່ຄືດຮອດຂອ້ຍ ຈົດຫມາຍຕອບບໍ່ມີເຫັນ
ວ່າແຕ່ມີໃຈຮັກ ແຕ່ບໍ່ຫວ່ງໃຍພໍນອ້ຍ
-ວ່າແຕ່ໃຊຫຼັງຫຼ້າ ບໍ່ຫມານປາຖືກແຕ່ເຕົາ
ບາດວ່າໃຊຕົ້ນເຄົ້າ ສັງມາເຂົ້າຕັ້ງແຕ່ງູ
-ວ່າແຕ່ເຈົ້ານັ້ນຮູ້ ທຸກບອ່ນທາງໄປ
ບາດວ່າໃຈຂອງໂຕ ທໍ່ພູບໍ່ມີຮູ້
-ວ່າແຕ່ເຈົ້າ ມີຜົວແລ້ວຫຼືບໍ
ຫຼືວ່າມີແຕ່ຊູ້ ຜົວຊີ່ຊອ້ນຫາກບໍ່ມີ
ຕອນ - ເວົ້າຊູ້ຕ່າງບ້ານ
-ເວົ້າຊູ້ຕ່າງບ້ານ ມັນລຳບາກເຫຼືອຊະນັດ
ມັນບໍ່ຄືບ້ານດຽວ ຄ່ຳມາກໍ່ເຫັນຫນ້າ
-ເວົ້າຊູ້ຕ່າງບ້ານ ຄືຝາກໃຂ່ໄວ້ນຳກາ
ຝາກປາໄວ້ນຳແມວ ບໍ່ແມ່ນແນວຊີ່ເຫຼືອຄ້າງ
ມີແຕ່ມັນຊີ່ຫຍ້ຳ ກີນລົງໃນຂີ້ໂຜ່ນ
ກີນໃຫ້ທອ້ງແຕກໂປ້ງ ເສັຍແລ້ວຈື່ງຄອຍເຊົາ ພຸ້ນແລ້ວ
-ເວົ້າຊູ້ຕ່າງບ້ານ ຢາ້ນແຕ່ເພີ່ນບໍ່ເປັນໃຈ
ບໍ່ຈັກໃຜຊີ່ມາຊົມ ຍາດເອົາໄປຊອ້ນ
-ເວົ້າຊູ້ຕ່າງບ້ານ ປານເອົາຄ່າງໄວ້ນຳລີງ
ປານເອົາຍີງຝາກຊາຍ ບໍ່ຫອ່ນເຫຼືອມາໄດ້
-ເວົ້າຊູ້ຕ່າງບ້ານ ຄັນແມ່ນເພີ່ນບໍ່ຫຼາຍໃຈ
ຄັນແມ່ນນາງບໍ່ຫຼາຍຊາຍ ກໍ່ບໍ່ມີແນວຢ້ານ ດອກນ໋າ
-ເວົ້າຊູ້ຕ່າງບ້ານ ຢ້ານແຕ່ຖືກຂອງເຂົາ
ວ່າຊີ່ເອົາແຕ່ວາຈາ ແຕ່ສວນໃຈບໍ່ມີເຕື້ອງ
-ເວົ້າຊູ້ຕ່າງບ້ານ ຢ້ານແຕ່ເພີ່ນຫຼາຍໃຈ
ຍາມເມື່ອເຮົາຫນີເມືອ ເພີ່ນກໍ່ມີຊາຍຊອ້ນ
ຕອນ - ວ່າບໍ່ມີ
- ວ່າບໍ່ມີຄວາມເວົ້າ ເຈົ້າເອົາຫຍັງມາວ່າ
ວ່າບໍ່ມີຜູ້ຖ້າ ແມ່ນໃຜແທ້ນັ່ງຢູ່ນຳ
- ວ່າບໍ່ມີຊາຍຊອ້ນ ເຊີງແພສັງມາກ່ານ
ຫຼືວ່າລູກເຈົ້າຊົນ ຫຼືວ່າຫຼານເຈົ້າດື້
ແພຂອງເຈົ້າ ຈື່ງກ່ານເຊີງ
- ວ່າບໍ່ມີເຄືອກ້ຽວ ສັງມາເປັນຍາມຍ່າມ
ວ່ານ້ຳແກ່ງບໍ່ຂື້ນ ສັງມາໄດ້ຊວ່ງເຮືອ
- ວ່າບໍ່ມີເຄືອກ້ຽວ ສັງມາເປັນຍາມຍ່າມ
ວ່າໃຕ້ລ່າງບໍ່ກວ້າງ ສັງມາໄດ້ຜູກຄວາຍ
-ວ່າບໍ່ມີຊາຍຊູ້ ຫົວຂັ້ນໃດ ສັງມາກ້ຽງມືນລື່ນ
ຊາຍຍ່າງເຂົ້າມື້ຮອ້ຍ ຊູ້ຍ່າງອອກມື້ຮອ້ຍ ຕົ໋ວະໄດ້ວ່າບໍ່ມີ
ຕອນ - ວ່າຊີ່
-ວ່າຊີ່ນຳເງີນພອ້ມ ນຳຄຳມາແຕ່ງ
ວ່າແຕ່ເຈົ້າເປີດປອ່ງໃຫ້ ຊີ່ເອົາເຖົ້າສູ່ຂໍ
-ວ່າຊີ່ແປງຂົວຂ້າມ ສະພານທອງທຽວໃຕ່
ຕ່າງໃຫ້ມີພີ່ນອ້ງ ທຽວຢື້ຢອ່ງຢາມ
-ວ່າຊີ່ສູບປີກເປື້ອງ ບີນເວີ່ນຫານາງ
ຊີ່ໄປຫາເມຄາ ເສີ່ນຫາພະອວນນອ້ງ
-ວ່າຊີ່ປູກດອກຊອ້ນ ຊອນດອກກະດັນງາ
ແມ່ນວ່າມີຫຼາຍຊາຍ ຊີ່ຍາດເອົາຈົນໄດ້
-ວ່າຊີ່ໄປບວດສ້າງ ກໍ່ຢ້ານຫ່າງນາງຫນີ
ວ່າຊີ່ໄປເປັນຊີ ກໍ່ຢ້ານນາງມີຊູ້
-ວ່າຊີ່ທົດນ້ຳຂື້ນ ໃຫ້ໃຫຼທັ່ງຫົວໃຈ
ປ້ານຄັນແທກໍ່ພໍໃຫວ ແຕ່ປ້ານຫົວໃຈບໍ່ມີໄດ້
ຕອນ - ສັດຈະ
-ສັດຈະເວົ້າ ຄຳໃດບໍ່ມີປ່ຽນ
ຄວາມຈີງບອກເຈົ້າແລ້ວ ບໍ່ມີປີ້ນປ່ຽນໄປ
-ສັດຈະຂອ້ຍໃຫ້ເຈົ້າ ຄືຈິດໃຈຂອ້ຍທຸກຢ່າງ
ສັດຈະຂອ້ຍວ່າແລ້ວ ຊີ່ມາມ້າງບໍ່ເປັນ ແທ້ໃດ
-ສັດຈະຫມັ້ນ ອະທິຖານຕັ້ງທ່ຽງ
ບໍ່ຫາຄວາມຫຼອກຫຼໍ້ ມາເວົ້າໃຫ້ນ່າຍກັນ
-ສັດຈະເຈົ້າ ຄືກວຍກະຕ່າຫ່າງ
ຖີ້ມໃສ່ນ້ຳ ຈົມແລ້ວກໍ່ຫາກຟູ
ສັດຈະຂອ້ຍ ຄືຫີນຫນັກຫຼາຍຫມື່ນ
ຖີ້ມໃສ່ນ້ຳ ຈົມແລ້ວບໍ່ຟູ
-ສັດຈະເຈົ້າ ຄືກວຍກະຕ່າຫ່າງ
ຖີ້ມໃສ່ນ້ຳ ໃຫຼເຂົ້າສູ່ທາງ
ສັດຈະຂອ້ຍ ຄືຫີນກອ້ນໃຫ່ຍ
ຖີ້ມໃສ່ນ້ຳ ຊີ່ໃຫຼເຂົ້າບໍ່ມີ
-ວ່າແຕ່ເຈົ້ານັ້ນຮູ້ ທຸກບອ່ນທາງໄປ
ບາດວ່າໃຈຂອງໂຕ ທໍ່ພູບໍ່ມີຮູ້
-ວ່າແຕ່ຫົວໃຈເຈົ້າ ບໍ່ໄດ້ແບ່ງເປັນສອງ
ຂອ້ຍຊີ່ມີຈິດດຽວ ຝາກໃຈໄວ້ນຳເຈົ້າ
-ວ່າແຕ່ທາງເຈົ້າຮອ້ງ ຊີ່ຂານຮັບວາຈາ
ວ່າແຕ່ເຈົ້າຕົກລົງ ຊີ່ແຕ່ງຂັນມາຫມັ້ນ
-ວ່າແຕ່ເຈົ້າ ຍັງຢູ່ເປັນສາວ
ບວດໄດ້ຊາວພັນສາ ສິກອອກມາເອົາເຈົ້າ
-ວ່າແຕ່ທາງຂອ້ຍຮ້າຍ ເຈົ້າແຫ່ງໂຫດຫນັກຫນາ
ຂອ້ຍຕົກລົງຊີ່ມາຂໍ ເຈົ້າພັດມາຂໍເລື່ອນ
-ວ່າແຕ່ໄຟນັ້ນຮອ້ນ ໃຈຂອ້ຍແຫ່ງກວ່າໄຟ
ວ່າຢາກເດັດດວງໃຈ ຜູ້ເຈົ້າພາໃຫ້ມັນຮອ້ນ
-ວ່າແຕ່ຄືດຮອດຂອ້ຍ ຈົດຫມາຍຕອບບໍ່ມີເຫັນ
ວ່າແຕ່ມີໃຈຮັກ ແຕ່ບໍ່ຫວ່ງໃຍພໍນອ້ຍ
-ວ່າແຕ່ໃຊຫຼັງຫຼ້າ ບໍ່ຫມານປາຖືກແຕ່ເຕົາ
ບາດວ່າໃຊຕົ້ນເຄົ້າ ສັງມາເຂົ້າຕັ້ງແຕ່ງູ
-ວ່າແຕ່ເຈົ້ານັ້ນຮູ້ ທຸກບອ່ນທາງໄປ
ບາດວ່າໃຈຂອງໂຕ ທໍ່ພູບໍ່ມີຮູ້
-ວ່າແຕ່ເຈົ້າ ມີຜົວແລ້ວຫຼືບໍ
ຫຼືວ່າມີແຕ່ຊູ້ ຜົວຊີ່ຊອ້ນຫາກບໍ່ມີ
ຕອນ - ເວົ້າຊູ້ຕ່າງບ້ານ
-ເວົ້າຊູ້ຕ່າງບ້ານ ມັນລຳບາກເຫຼືອຊະນັດ
ມັນບໍ່ຄືບ້ານດຽວ ຄ່ຳມາກໍ່ເຫັນຫນ້າ
-ເວົ້າຊູ້ຕ່າງບ້ານ ຄືຝາກໃຂ່ໄວ້ນຳກາ
ຝາກປາໄວ້ນຳແມວ ບໍ່ແມ່ນແນວຊີ່ເຫຼືອຄ້າງ
ມີແຕ່ມັນຊີ່ຫຍ້ຳ ກີນລົງໃນຂີ້ໂຜ່ນ
ກີນໃຫ້ທອ້ງແຕກໂປ້ງ ເສັຍແລ້ວຈື່ງຄອຍເຊົາ ພຸ້ນແລ້ວ
-ເວົ້າຊູ້ຕ່າງບ້ານ ຢາ້ນແຕ່ເພີ່ນບໍ່ເປັນໃຈ
ບໍ່ຈັກໃຜຊີ່ມາຊົມ ຍາດເອົາໄປຊອ້ນ
-ເວົ້າຊູ້ຕ່າງບ້ານ ປານເອົາຄ່າງໄວ້ນຳລີງ
ປານເອົາຍີງຝາກຊາຍ ບໍ່ຫອ່ນເຫຼືອມາໄດ້
-ເວົ້າຊູ້ຕ່າງບ້ານ ຄັນແມ່ນເພີ່ນບໍ່ຫຼາຍໃຈ
ຄັນແມ່ນນາງບໍ່ຫຼາຍຊາຍ ກໍ່ບໍ່ມີແນວຢ້ານ ດອກນ໋າ
-ເວົ້າຊູ້ຕ່າງບ້ານ ຢ້ານແຕ່ຖືກຂອງເຂົາ
ວ່າຊີ່ເອົາແຕ່ວາຈາ ແຕ່ສວນໃຈບໍ່ມີເຕື້ອງ
-ເວົ້າຊູ້ຕ່າງບ້ານ ຢ້ານແຕ່ເພີ່ນຫຼາຍໃຈ
ຍາມເມື່ອເຮົາຫນີເມືອ ເພີ່ນກໍ່ມີຊາຍຊອ້ນ
ຕອນ - ວ່າບໍ່ມີ
- ວ່າບໍ່ມີຄວາມເວົ້າ ເຈົ້າເອົາຫຍັງມາວ່າ
ວ່າບໍ່ມີຜູ້ຖ້າ ແມ່ນໃຜແທ້ນັ່ງຢູ່ນຳ
- ວ່າບໍ່ມີຊາຍຊອ້ນ ເຊີງແພສັງມາກ່ານ
ຫຼືວ່າລູກເຈົ້າຊົນ ຫຼືວ່າຫຼານເຈົ້າດື້
ແພຂອງເຈົ້າ ຈື່ງກ່ານເຊີງ
- ວ່າບໍ່ມີເຄືອກ້ຽວ ສັງມາເປັນຍາມຍ່າມ
ວ່ານ້ຳແກ່ງບໍ່ຂື້ນ ສັງມາໄດ້ຊວ່ງເຮືອ
- ວ່າບໍ່ມີເຄືອກ້ຽວ ສັງມາເປັນຍາມຍ່າມ
ວ່າໃຕ້ລ່າງບໍ່ກວ້າງ ສັງມາໄດ້ຜູກຄວາຍ
-ວ່າບໍ່ມີຊາຍຊູ້ ຫົວຂັ້ນໃດ ສັງມາກ້ຽງມືນລື່ນ
ຊາຍຍ່າງເຂົ້າມື້ຮອ້ຍ ຊູ້ຍ່າງອອກມື້ຮອ້ຍ ຕົ໋ວະໄດ້ວ່າບໍ່ມີ
ຕອນ - ວ່າຊີ່
-ວ່າຊີ່ນຳເງີນພອ້ມ ນຳຄຳມາແຕ່ງ
ວ່າແຕ່ເຈົ້າເປີດປອ່ງໃຫ້ ຊີ່ເອົາເຖົ້າສູ່ຂໍ
-ວ່າຊີ່ແປງຂົວຂ້າມ ສະພານທອງທຽວໃຕ່
ຕ່າງໃຫ້ມີພີ່ນອ້ງ ທຽວຢື້ຢອ່ງຢາມ
-ວ່າຊີ່ສູບປີກເປື້ອງ ບີນເວີ່ນຫານາງ
ຊີ່ໄປຫາເມຄາ ເສີ່ນຫາພະອວນນອ້ງ
-ວ່າຊີ່ປູກດອກຊອ້ນ ຊອນດອກກະດັນງາ
ແມ່ນວ່າມີຫຼາຍຊາຍ ຊີ່ຍາດເອົາຈົນໄດ້
-ວ່າຊີ່ໄປບວດສ້າງ ກໍ່ຢ້ານຫ່າງນາງຫນີ
ວ່າຊີ່ໄປເປັນຊີ ກໍ່ຢ້ານນາງມີຊູ້
-ວ່າຊີ່ທົດນ້ຳຂື້ນ ໃຫ້ໃຫຼທັ່ງຫົວໃຈ
ປ້ານຄັນແທກໍ່ພໍໃຫວ ແຕ່ປ້ານຫົວໃຈບໍ່ມີໄດ້
ຕອນ - ສັດຈະ
-ສັດຈະເວົ້າ ຄຳໃດບໍ່ມີປ່ຽນ
ຄວາມຈີງບອກເຈົ້າແລ້ວ ບໍ່ມີປີ້ນປ່ຽນໄປ
-ສັດຈະຂອ້ຍໃຫ້ເຈົ້າ ຄືຈິດໃຈຂອ້ຍທຸກຢ່າງ
ສັດຈະຂອ້ຍວ່າແລ້ວ ຊີ່ມາມ້າງບໍ່ເປັນ ແທ້ໃດ
-ສັດຈະຫມັ້ນ ອະທິຖານຕັ້ງທ່ຽງ
ບໍ່ຫາຄວາມຫຼອກຫຼໍ້ ມາເວົ້າໃຫ້ນ່າຍກັນ
-ສັດຈະເຈົ້າ ຄືກວຍກະຕ່າຫ່າງ
ຖີ້ມໃສ່ນ້ຳ ຈົມແລ້ວກໍ່ຫາກຟູ
ສັດຈະຂອ້ຍ ຄືຫີນຫນັກຫຼາຍຫມື່ນ
ຖີ້ມໃສ່ນ້ຳ ຈົມແລ້ວບໍ່ຟູ
-ສັດຈະເຈົ້າ ຄືກວຍກະຕ່າຫ່າງ
ຖີ້ມໃສ່ນ້ຳ ໃຫຼເຂົ້າສູ່ທາງ
ສັດຈະຂອ້ຍ ຄືຫີນກອ້ນໃຫ່ຍ
ຖີ້ມໃສ່ນ້ຳ ຊີ່ໃຫຼເຂົ້າບໍ່ມີ
![]() |
ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີສິບ |
Monday, February 2, 2015
ຜະຫຍາພາສິດບູຮານລາວ - ຕອນທີແປດ
ຕອນ - ບໍ່ຢາກພັດພາກ
-ບໍ່ຢາກພັດພາກນອ້ງ ອ້າຍຈຳຈອ່ງໃຈໄປ
ພໍ່ເມື່ອຕາເວັນສາຍ ອ້າຍຊີ່ໃກໃລເຈົ້າ
ຄັນແມ່ນບຸນເຄີຍສ້າງ ຜະຫຼາເຮົາເຄີຍໄດ່ຮວ່ມ
ຄັນແມ່ນຄາດໄດ້ຮວ່ມ ໄປແລ້ວກໍ່ຕ່າວຄືນ ນອ້ງເອີຍ
-ບໍ່ຢາກພັດພາກເວັ້ນ ເວນຫາກຈອ່ງຈຳຫນີ
ບໍ່ຢາກໃກສາຍຄໍ ແຕ່ແມ່ເວນຫາກພາເວັ້ນ
ຢາກເຫັນໂຕເວນເດ ຊີ່ເປັນໂຕຈັງໃດນໍ
ຄັນເປັນໂຕຈັງຫອຍ ຄັນມີຮອຍຈັງມ້າ
ຊີ່ນຳຂ້າ ບໍ່ໃຫ້ຍັງ
-ບໍ່ຢາກພັດພາກເຈົ້າ ພໍ່ແມ່ຫາກຈຳຫນີ
ບໍ່ຢາກໃກຄົນດີ ພໍ່ແມ່ຈຳໃກເວັ້ນ
-ບໍ່ຢາກພັດພາກເຈົ້າ ເວນຫາກຈອ່ງຈຳຄີງ
ໃຫ້ຄະນີງນຳຊາຍ ຜູ້ຫ່າງໃກໄປຫນ້າ
ຕັ້ງແຕ່ນົກເຂົາຕູ້ ພາກຫມູ່ມັນຍັງວອນ
ຕັ້ງແຕ່ນົກເຂົາວອນ ພາກຄອນມັນຍັງຮອ້ງ
ບາດວ່າເຈົ້າພາກຂອ້ຍ ຄວາມດຽວບໍ່ເອີ້ນສັ່ງ
ຄັນບໍ່ເອີ້ນສັ່ງໃກ້ ຂໍໃຫ້ເອີ້ນສັ່ງໃກ ແນ່ເດີ
-ບໍ່ຢາກພັດພາກນອ້ງ ອ້າຍຈຳຈອ່ງໃຈໄປ
ພໍ່ເມື່ອຕາເວັນສາຍ ອ້າຍຊີ່ໃກໃລເຈົ້າ
ຄັນແມ່ນບຸນເຄີຍສ້າງ ຜະຫຼາເຮົາເຄີຍໄດ່ຮວ່ມ
ຄັນແມ່ນຄາດໄດ້ຮວ່ມ ໄປແລ້ວກໍ່ຕ່າວຄືນ ດອກນ໋າ
-ບໍ່ຢາກພັດພາກຂ້າງ ໃຫ້ໃກຫ່າງນາງຫນີ
ຢ້ານແຕ່ມີຊາຍຊົມ ຈາກພີ່ຊາຍຜູ້ໃກບ້ານ
ຮອດມື້ອື່ນ ຊີ່ໃກເຈົ້າທໍ່ນີ້ວມື
ຮອດມື້ຮື ຊີ່ໃກເຈົ້າທໍ່ນີ້ວກອ້ຍ
ໃກມື້ເລັກມື້ນອ້ຍ ກະເລີຍຊ້ຳລ່ຳບໍ່ເຫັນ ນອ້ງເອີຍ
ຕອນ - ບໍ່ຢາກເວົ້າ
-ບໍ່ຢາກເວົ້າພື້ນຮ້າຍ ຢ້ານເພີ່ນຢາກອາຍໂຕ
ຢ້ານຫມາກໂມ ອາຍຫມາກແຕງ
ຊີ່ແລນຕຳ ຫມາກອຶນອ້ຍ
-ບໍ່ຢາກເວົ້າ ຫາງແມງເງົາພັດມາແຍ່
ບໍ່ຢາກເວົ້າແທ້ໆ ຫາງແຍ້ພັດແຍ່ມາ
-ບໍ່ຢາກເວົ້າ ວ່າກະຕ່າຍມີເຂົາ
ວ່າຊີ່ສົນເຄົາເອົາ ວ່າມົດແດງມີລີ້ນ
-ບໍ່ຢາກເວົ້າ ອົກຊີ່ເນົ່ານູມໃນ
ບໍ່ຢາກໃຂວາຈາ ຊີ່ເນົ່າໃນນູມເນື້ອ
-ບໍ່ຢາກເວົ້າ ຢ້ານແຕ່ເພີ່ນບໍ່ເອົາໂຕ
ເຫັນເພີ່ນໂຮແຊວໆ ວ່າແຕ່ໂຕຊີ່ໄດ້
ຕອນ - ປາງ - ທີ - ຄັນ
-ປາງພະຍາໄດ້ ໃຫ້ເອົາໄປສາກອ່ນ
ຄັນແມ່ນປາງໃຜ່ນອ້ຍ ເຂົາໄດ້ຢ່າວ່າເຂົາ
-ປາງໂຕໄດ້ ປາງເຮົາບໍ່ໃຫ້ວ່າ ກັນເດີ
ຄັນແມ່ນປາງຂອ້ຍຂື້ນ ປາງເຈົ້າໃຫ້ຄອ່ຍຕາມ
-ທີຟ້າໄດ້ ດີໃຈຮອ້ງຄື່ນໆ
ຄັນແມ່ນທີດີນໄດ້ ຟ້າຊີ່ແຫ້ງຂາດຝົນ ກໍ່ບໍ່ຮູ້
-ທີຫມາໄດ້ ທີແມວກໍ່ໄຫ້ເບີ່ງ
ຄັນແມ່ນແມວຫມັ່ນໄດ້ ຫມາຮ້າຍຢ່າໃລ່ແມວ ເຖາະເນີ
-ທີຜົວໄດ້ ໃຫ້ເຫັນເມຍຜູ້ທຽມຄູ່ແດ່ເດີ
ຄັນແມ່ນເມຍຮຸ່ງຂື້ນ ຜົວຊີ່ໄດ້ເພີ່ງພາ ບໍ່ຮູ້
-ທີເມຍຂື້ນ ຢ່າລືມຜົວຜູ້ເປັນພໍ່ເຮືອນເດີ
ຄັນແມ່ນໂຈນເຂົ້າບ້ານ ຍັງຊີ່ໄດ້ເພີ່ງຜົວ ຢູ່ໃດ
-ທີເມື່ອກຽນໄປໄດ້ ຢ່າຕິເຮືອບໍ່ເຂົ້າທ່າ
ບາດຫ່າໄປຮອດນ້ຳ ເຮືອຊີ່ໄດ້ແກ່ກຽນດອກນ໋າ
-ທີຢູ່ນ້ຳ ຝູງເຮືອກະຢ່າອົງຫຼາຍເດີ
ບາດວ່າຮອດໂຄກແລ້ວ ກຽນຊີ່ໄດ້ແກ່ເຮືອ
-ທີໄຟຂື້ນ ຢ່າລືມໂຕເອີ້ນດ່າ ຟືນເດີ
ຄັນແມ່ນຟືນບໍ່ຢູ່ກອ້ງ ໄຟຊີ່ຮູ້ເມື່ອຄີງ ດອກນ໋າ
-ທີຣົດຂື້ນ ຢ່າລືມທາງທຽວທອ່ງ
ຄັນຖະນົນຂາດແລ້ວ ຊີ່ໄປໄດ້ຮອ່ມໃດ
ຕອນ - ຜັດແຕ່
-ຜັດແຕ່ເປັນຍີງຂື້ນ ບໍ່ມີຊາຍມາຖາມໃຖ່
ຜັດແຕ່ເປັນຕົ້ນໄມ້ ເຄືອຊີ່ກ້ຽວກໍ່ບໍ່ມີ
-ຜັດແຕ່ເປັນຫນອງຂື້ນ ບໍ່ມີປາຊີ່ມາໃຂ່
ຜັດແຕ່ເປັນແມ່ນ້ຳ ປາຊີ່ບອ້ນກໍບໍ່ມີ
ຄັນແມ່ນປາຄໍ່ ຂອ້ຍຊີ່ກີນທັງຄາວ
ຄັນແມ່ນປາຂາວ ຂອ້ຍຊີ່ກີນທັງກ້າງ
ແມ່ນຊີ່ດີ້ນຄ້າງໆ ໃນທອ້ງກໍ່ຊ່າງມັນ
-ຜັດແຕ່ຟັງເຈົ້າເວົ້າ ຜັດຢູ່ບໍ່ມີເຊົາ
ຄວາມກົກເຈົ້າເວົ້າຫມັ້ນ ຄວາມປາຍເຈົ້າເວົ້າຫຼ່າຍ
ແນເດືອນໃດກໍບໍ່ໄດ້ ຊີ່ໃລຖີ້ມປອ່ຍປາ
-ຜັດແຕ່ຟັງຄວາມເຈົ້າ ຄວາມເກົ່າເອົາມາຈາ
ມີແຕ່ພາທີຮັກ ແມ່ນບອ່ນໃດຈີງແທ້
-ຜັດແຕ່ແວວໆເວົ້າ ໄວໆຮີບເຮ່ງ
ປາກວ່າຮັກເຮ່ງຮອ້ນ ໃຈເຈົ້າຜັດບໍ່ນຳ
-ຜັດແຕ່ເຫັນກັບເຈົ້າ ມີແຕ່ເຮົາເວົ້ານ່ຳໆ
ຕົ໋ວະໃຫ້ຄີດອຳລ້ຳ ນຳເຈົ້າຢູ່ສູ່ວັນ ແທ້ນ໋ໍ
ຕອນ - ໃຜຊີ່ຫຼີງເຫັນ
-ໃຜຊີ່ຫຼີງເຫັນໃສ້ ຫົວໃຈນົກຂີ້ຖີ່
ທາງປາກຮອ້ງພືດພື້ງ ໃຈລ້ຽວໃສ່ກະປູ
-ໃຜຊີ່ຫຼີງເຫັນຮູ້ ຊາຕາຕັ້ງແຕ່ກອ່ນ
ໃຜຊີ່ຄອນອອ້ນຕອ້ນ ມາໃຫ້ສອ່ງເຫັນ
-ໃຜຊີ່ຫຼີງເຫັນໄດ້ ທາງໃນປອ້ງໄມ້ໃຜ່
ລາງເທື່ອດວ້ງຢູ່ຫັ້ນ ຊີ່ໄປຮູ້ຮອ່ມໃດ
-ໃຜຊີ່ຫຼີງເຫັນໃສ້ ຕໍຫມາມແມ່ນ້ຳໃຫ່ຍ
ຄັນແມ່ນຕີນບໍ່ໄປຖືກຕອ້ງ ບໍ່ມີຮູ້ວ່າຕໍ ດອກນ໋າ
-ໃຜຊີ່ເປັນອົງເຈົ້າ ອໍຣະຫັນຕັດສອ່ງ
ໃຜຊີ່ຫຼຽວສອດຮູ້ ໃຈເຈົ້າວ່າບໍ່ຈີງ
-ໃຜຊີ່ໄປຫຍໍ້ ແນວໃດບໍ່ໃຫວຫວັ່ນ
ໃຜຊີ່ຫຍໍ້ເປືອກທັນ ໃຜຊີ່ຫຍັນເປືອກແຕ້
ບໍ່ມີແພ້ ເປືອກກະໂດນ ດອກນ໋າ
-ໃຜຊີ່ໄປຫຍໍ້ ຊາຕາເຈົ້າລົງຕ່ຳ
ມີແຕ່ຊີ່ຕັດໄມ້ຄ້ຳ ປ້ຳໄມ້ຍູ້ ຊູຂື້ນສູ່ພະຈັນ
ຕອນ - ມາດູຕົນ
-ມາດູຕົນໂຕເດ້ ຮັກເພີ່ນທາງດຽວ
ແສນຊີ່ທຽວມາຈາ ເພີ່ນບໍ່ຫຼຽວພໍນອ້ຍ
ມາດູຄົນໂຕຂອ້ຍ ເຫັນເຂົາມີຄົນອື່ນ
ໄດ້ແຕ່ຢືນສະອື້ນ ຊີມເສົ້າຢູ່ຜູ້ດຽວ
-ມາດູຕົນໂຕເດ໋ ຮັກເພີ່ນບໍ່ຫານຈາ
ຄີດຮອດມາຍາມໃດ ວ່າແມ່ນໃຈຊີ່ເພມ້າງ
-ມາດູຕົນເປັດເດ໋ ຢາກນອນຄອນຄືໃກ່
ຕີນຫາກຈັບບໍ່ໄດ້ ບີນຂື້ນກໍ່ຫມື່ນລົງ
-ມາດູຕົນກາເດ໋ ຢາກທຽມຫົງຕະກຸນໃຫ່ຍ
ແຕ່ວ່າກາຈັງຂອ້ຍ ມັນແສນຕອ້ຍຕ່ຳສະກຸນ
-ມາດູຕົນໂຕຂອ້ຍ ຫັກໃຈຫ້າມບໍ່ຢູ່
ປາກຂອ້ຍວ່າບໍ່ຮັກເຈົ້າ ແຕ່ໃຈຂອ້ຍບໍ່ວ່ານຳ
ຕອນ - ຢ້ານແຕ່
-ຢ້ານແຕ່ທາງເພີ່ນພຸ້ນ ບໍ່ເປີດປາກໃຂວາຈາ
ຄັນເຈົ້າໃຂພາທີ ພີ່ຊີ່ຂໍເອົານອ້ງ
-ຢ້ານແຕ່ທາງຄົນໃຂ້ ບໍ່ກີນຢາໃຫ້ຫາຍສວ່ງ
ແສນພັນຄົນຊີ່ທວ້ງ ຂໍຮອ້ງກໍ່ບໍ່ກີນ
-ຢ້ານແຕ່ນາຂອງເຈົ້າ ບໍ່ສົນໃຈກ້າແກ່
ພັນເຂົ້າດີຢ່າງອ້າຍ ກີນແລ້ວອີ່ມດົນ ນອ້ງເອີຍ
-ຢ້ານແຕ່ທາງພຸ້ນໂຄ້ງ ກັບຫຼີກຫຼົບຫນີ
ເວົ້າກັນມາຫມົດປີ ຍັງຫຼີກຫນີໄປໄດ້
-ຢ້ານແຕ່ຕົ໋ວະໃຫ້ນົກເຂົ້າແຮ້ວ ແຮ້ວບໍ່ລັ່ນສູຍຂາ
ບາດຫົງບໍ່ໂສດານຳ ແຮ້ວພັດຕາມສູບນີ້ວ
-ບໍ່ຢາກພັດພາກນອ້ງ ອ້າຍຈຳຈອ່ງໃຈໄປ
ພໍ່ເມື່ອຕາເວັນສາຍ ອ້າຍຊີ່ໃກໃລເຈົ້າ
ຄັນແມ່ນບຸນເຄີຍສ້າງ ຜະຫຼາເຮົາເຄີຍໄດ່ຮວ່ມ
ຄັນແມ່ນຄາດໄດ້ຮວ່ມ ໄປແລ້ວກໍ່ຕ່າວຄືນ ນອ້ງເອີຍ
-ບໍ່ຢາກພັດພາກເວັ້ນ ເວນຫາກຈອ່ງຈຳຫນີ
ບໍ່ຢາກໃກສາຍຄໍ ແຕ່ແມ່ເວນຫາກພາເວັ້ນ
ຢາກເຫັນໂຕເວນເດ ຊີ່ເປັນໂຕຈັງໃດນໍ
ຄັນເປັນໂຕຈັງຫອຍ ຄັນມີຮອຍຈັງມ້າ
ຊີ່ນຳຂ້າ ບໍ່ໃຫ້ຍັງ
-ບໍ່ຢາກພັດພາກເຈົ້າ ພໍ່ແມ່ຫາກຈຳຫນີ
ບໍ່ຢາກໃກຄົນດີ ພໍ່ແມ່ຈຳໃກເວັ້ນ
-ບໍ່ຢາກພັດພາກເຈົ້າ ເວນຫາກຈອ່ງຈຳຄີງ
ໃຫ້ຄະນີງນຳຊາຍ ຜູ້ຫ່າງໃກໄປຫນ້າ
ຕັ້ງແຕ່ນົກເຂົາຕູ້ ພາກຫມູ່ມັນຍັງວອນ
ຕັ້ງແຕ່ນົກເຂົາວອນ ພາກຄອນມັນຍັງຮອ້ງ
ບາດວ່າເຈົ້າພາກຂອ້ຍ ຄວາມດຽວບໍ່ເອີ້ນສັ່ງ
ຄັນບໍ່ເອີ້ນສັ່ງໃກ້ ຂໍໃຫ້ເອີ້ນສັ່ງໃກ ແນ່ເດີ
-ບໍ່ຢາກພັດພາກນອ້ງ ອ້າຍຈຳຈອ່ງໃຈໄປ
ພໍ່ເມື່ອຕາເວັນສາຍ ອ້າຍຊີ່ໃກໃລເຈົ້າ
ຄັນແມ່ນບຸນເຄີຍສ້າງ ຜະຫຼາເຮົາເຄີຍໄດ່ຮວ່ມ
ຄັນແມ່ນຄາດໄດ້ຮວ່ມ ໄປແລ້ວກໍ່ຕ່າວຄືນ ດອກນ໋າ
-ບໍ່ຢາກພັດພາກຂ້າງ ໃຫ້ໃກຫ່າງນາງຫນີ
ຢ້ານແຕ່ມີຊາຍຊົມ ຈາກພີ່ຊາຍຜູ້ໃກບ້ານ
ຮອດມື້ອື່ນ ຊີ່ໃກເຈົ້າທໍ່ນີ້ວມື
ຮອດມື້ຮື ຊີ່ໃກເຈົ້າທໍ່ນີ້ວກອ້ຍ
ໃກມື້ເລັກມື້ນອ້ຍ ກະເລີຍຊ້ຳລ່ຳບໍ່ເຫັນ ນອ້ງເອີຍ
ຕອນ - ບໍ່ຢາກເວົ້າ
-ບໍ່ຢາກເວົ້າພື້ນຮ້າຍ ຢ້ານເພີ່ນຢາກອາຍໂຕ
ຢ້ານຫມາກໂມ ອາຍຫມາກແຕງ
ຊີ່ແລນຕຳ ຫມາກອຶນອ້ຍ
-ບໍ່ຢາກເວົ້າ ຫາງແມງເງົາພັດມາແຍ່
ບໍ່ຢາກເວົ້າແທ້ໆ ຫາງແຍ້ພັດແຍ່ມາ
-ບໍ່ຢາກເວົ້າ ວ່າກະຕ່າຍມີເຂົາ
ວ່າຊີ່ສົນເຄົາເອົາ ວ່າມົດແດງມີລີ້ນ
-ບໍ່ຢາກເວົ້າ ອົກຊີ່ເນົ່ານູມໃນ
ບໍ່ຢາກໃຂວາຈາ ຊີ່ເນົ່າໃນນູມເນື້ອ
-ບໍ່ຢາກເວົ້າ ຢ້ານແຕ່ເພີ່ນບໍ່ເອົາໂຕ
ເຫັນເພີ່ນໂຮແຊວໆ ວ່າແຕ່ໂຕຊີ່ໄດ້
ຕອນ - ປາງ - ທີ - ຄັນ
-ປາງພະຍາໄດ້ ໃຫ້ເອົາໄປສາກອ່ນ
ຄັນແມ່ນປາງໃຜ່ນອ້ຍ ເຂົາໄດ້ຢ່າວ່າເຂົາ
-ປາງໂຕໄດ້ ປາງເຮົາບໍ່ໃຫ້ວ່າ ກັນເດີ
ຄັນແມ່ນປາງຂອ້ຍຂື້ນ ປາງເຈົ້າໃຫ້ຄອ່ຍຕາມ
-ທີຟ້າໄດ້ ດີໃຈຮອ້ງຄື່ນໆ
ຄັນແມ່ນທີດີນໄດ້ ຟ້າຊີ່ແຫ້ງຂາດຝົນ ກໍ່ບໍ່ຮູ້
-ທີຫມາໄດ້ ທີແມວກໍ່ໄຫ້ເບີ່ງ
ຄັນແມ່ນແມວຫມັ່ນໄດ້ ຫມາຮ້າຍຢ່າໃລ່ແມວ ເຖາະເນີ
-ທີຜົວໄດ້ ໃຫ້ເຫັນເມຍຜູ້ທຽມຄູ່ແດ່ເດີ
ຄັນແມ່ນເມຍຮຸ່ງຂື້ນ ຜົວຊີ່ໄດ້ເພີ່ງພາ ບໍ່ຮູ້
-ທີເມຍຂື້ນ ຢ່າລືມຜົວຜູ້ເປັນພໍ່ເຮືອນເດີ
ຄັນແມ່ນໂຈນເຂົ້າບ້ານ ຍັງຊີ່ໄດ້ເພີ່ງຜົວ ຢູ່ໃດ
-ທີເມື່ອກຽນໄປໄດ້ ຢ່າຕິເຮືອບໍ່ເຂົ້າທ່າ
ບາດຫ່າໄປຮອດນ້ຳ ເຮືອຊີ່ໄດ້ແກ່ກຽນດອກນ໋າ
-ທີຢູ່ນ້ຳ ຝູງເຮືອກະຢ່າອົງຫຼາຍເດີ
ບາດວ່າຮອດໂຄກແລ້ວ ກຽນຊີ່ໄດ້ແກ່ເຮືອ
-ທີໄຟຂື້ນ ຢ່າລືມໂຕເອີ້ນດ່າ ຟືນເດີ
ຄັນແມ່ນຟືນບໍ່ຢູ່ກອ້ງ ໄຟຊີ່ຮູ້ເມື່ອຄີງ ດອກນ໋າ
-ທີຣົດຂື້ນ ຢ່າລືມທາງທຽວທອ່ງ
ຄັນຖະນົນຂາດແລ້ວ ຊີ່ໄປໄດ້ຮອ່ມໃດ
ຕອນ - ຜັດແຕ່
-ຜັດແຕ່ເປັນຍີງຂື້ນ ບໍ່ມີຊາຍມາຖາມໃຖ່
ຜັດແຕ່ເປັນຕົ້ນໄມ້ ເຄືອຊີ່ກ້ຽວກໍ່ບໍ່ມີ
-ຜັດແຕ່ເປັນຫນອງຂື້ນ ບໍ່ມີປາຊີ່ມາໃຂ່
ຜັດແຕ່ເປັນແມ່ນ້ຳ ປາຊີ່ບອ້ນກໍບໍ່ມີ
ຄັນແມ່ນປາຄໍ່ ຂອ້ຍຊີ່ກີນທັງຄາວ
ຄັນແມ່ນປາຂາວ ຂອ້ຍຊີ່ກີນທັງກ້າງ
ແມ່ນຊີ່ດີ້ນຄ້າງໆ ໃນທອ້ງກໍ່ຊ່າງມັນ
-ຜັດແຕ່ຟັງເຈົ້າເວົ້າ ຜັດຢູ່ບໍ່ມີເຊົາ
ຄວາມກົກເຈົ້າເວົ້າຫມັ້ນ ຄວາມປາຍເຈົ້າເວົ້າຫຼ່າຍ
ແນເດືອນໃດກໍບໍ່ໄດ້ ຊີ່ໃລຖີ້ມປອ່ຍປາ
-ຜັດແຕ່ຟັງຄວາມເຈົ້າ ຄວາມເກົ່າເອົາມາຈາ
ມີແຕ່ພາທີຮັກ ແມ່ນບອ່ນໃດຈີງແທ້
-ຜັດແຕ່ແວວໆເວົ້າ ໄວໆຮີບເຮ່ງ
ປາກວ່າຮັກເຮ່ງຮອ້ນ ໃຈເຈົ້າຜັດບໍ່ນຳ
-ຜັດແຕ່ເຫັນກັບເຈົ້າ ມີແຕ່ເຮົາເວົ້ານ່ຳໆ
ຕົ໋ວະໃຫ້ຄີດອຳລ້ຳ ນຳເຈົ້າຢູ່ສູ່ວັນ ແທ້ນ໋ໍ
ຕອນ - ໃຜຊີ່ຫຼີງເຫັນ
-ໃຜຊີ່ຫຼີງເຫັນໃສ້ ຫົວໃຈນົກຂີ້ຖີ່
ທາງປາກຮອ້ງພືດພື້ງ ໃຈລ້ຽວໃສ່ກະປູ
-ໃຜຊີ່ຫຼີງເຫັນຮູ້ ຊາຕາຕັ້ງແຕ່ກອ່ນ
ໃຜຊີ່ຄອນອອ້ນຕອ້ນ ມາໃຫ້ສອ່ງເຫັນ
-ໃຜຊີ່ຫຼີງເຫັນໄດ້ ທາງໃນປອ້ງໄມ້ໃຜ່
ລາງເທື່ອດວ້ງຢູ່ຫັ້ນ ຊີ່ໄປຮູ້ຮອ່ມໃດ
-ໃຜຊີ່ຫຼີງເຫັນໃສ້ ຕໍຫມາມແມ່ນ້ຳໃຫ່ຍ
ຄັນແມ່ນຕີນບໍ່ໄປຖືກຕອ້ງ ບໍ່ມີຮູ້ວ່າຕໍ ດອກນ໋າ
-ໃຜຊີ່ເປັນອົງເຈົ້າ ອໍຣະຫັນຕັດສອ່ງ
ໃຜຊີ່ຫຼຽວສອດຮູ້ ໃຈເຈົ້າວ່າບໍ່ຈີງ
-ໃຜຊີ່ໄປຫຍໍ້ ແນວໃດບໍ່ໃຫວຫວັ່ນ
ໃຜຊີ່ຫຍໍ້ເປືອກທັນ ໃຜຊີ່ຫຍັນເປືອກແຕ້
ບໍ່ມີແພ້ ເປືອກກະໂດນ ດອກນ໋າ
-ໃຜຊີ່ໄປຫຍໍ້ ຊາຕາເຈົ້າລົງຕ່ຳ
ມີແຕ່ຊີ່ຕັດໄມ້ຄ້ຳ ປ້ຳໄມ້ຍູ້ ຊູຂື້ນສູ່ພະຈັນ
ຕອນ - ມາດູຕົນ
-ມາດູຕົນໂຕເດ້ ຮັກເພີ່ນທາງດຽວ
ແສນຊີ່ທຽວມາຈາ ເພີ່ນບໍ່ຫຼຽວພໍນອ້ຍ
ມາດູຄົນໂຕຂອ້ຍ ເຫັນເຂົາມີຄົນອື່ນ
ໄດ້ແຕ່ຢືນສະອື້ນ ຊີມເສົ້າຢູ່ຜູ້ດຽວ
-ມາດູຕົນໂຕເດ໋ ຮັກເພີ່ນບໍ່ຫານຈາ
ຄີດຮອດມາຍາມໃດ ວ່າແມ່ນໃຈຊີ່ເພມ້າງ
-ມາດູຕົນເປັດເດ໋ ຢາກນອນຄອນຄືໃກ່
ຕີນຫາກຈັບບໍ່ໄດ້ ບີນຂື້ນກໍ່ຫມື່ນລົງ
-ມາດູຕົນກາເດ໋ ຢາກທຽມຫົງຕະກຸນໃຫ່ຍ
ແຕ່ວ່າກາຈັງຂອ້ຍ ມັນແສນຕອ້ຍຕ່ຳສະກຸນ
-ມາດູຕົນໂຕຂອ້ຍ ຫັກໃຈຫ້າມບໍ່ຢູ່
ປາກຂອ້ຍວ່າບໍ່ຮັກເຈົ້າ ແຕ່ໃຈຂອ້ຍບໍ່ວ່ານຳ
ຕອນ - ຢ້ານແຕ່
-ຢ້ານແຕ່ທາງເພີ່ນພຸ້ນ ບໍ່ເປີດປາກໃຂວາຈາ
ຄັນເຈົ້າໃຂພາທີ ພີ່ຊີ່ຂໍເອົານອ້ງ
-ຢ້ານແຕ່ທາງຄົນໃຂ້ ບໍ່ກີນຢາໃຫ້ຫາຍສວ່ງ
ແສນພັນຄົນຊີ່ທວ້ງ ຂໍຮອ້ງກໍ່ບໍ່ກີນ
-ຢ້ານແຕ່ນາຂອງເຈົ້າ ບໍ່ສົນໃຈກ້າແກ່
ພັນເຂົ້າດີຢ່າງອ້າຍ ກີນແລ້ວອີ່ມດົນ ນອ້ງເອີຍ
-ຢ້ານແຕ່ທາງພຸ້ນໂຄ້ງ ກັບຫຼີກຫຼົບຫນີ
ເວົ້າກັນມາຫມົດປີ ຍັງຫຼີກຫນີໄປໄດ້
-ຢ້ານແຕ່ຕົ໋ວະໃຫ້ນົກເຂົ້າແຮ້ວ ແຮ້ວບໍ່ລັ່ນສູຍຂາ
ບາດຫົງບໍ່ໂສດານຳ ແຮ້ວພັດຕາມສູບນີ້ວ
![]() |
ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີເກົ້າ |
Wednesday, January 28, 2015
ຜະຫຍາພາສິດບູຮານລາວ - ຕອນທີເຈັດ
ຕອນ - ທຸກຍາກ
-ທຸກຍາກໄຮ້ ເຂີນຂາດແລງງາຍ
ພິກຢູ່ເຮືອນເຫນືອ ເກືອຢູ່ເຮືອນໃຕ້
ຫົວສີງໃຄ ຢູ່ເຮືອນທົ່ງ
ມີເຂົ້າແລ້ວ ເກືອຊີ່ຈ້ຳກໍ່ບໍ່ມີ
-ທຸກຍາກລ້ຳ ປາກກ່ຳກີນມັນມົກ
ຄັນບໍ່ກີນມັນມົກ ປາກບໍ່ກ່ຳປານນີ້
-ທຸກຍາກຮ້າຍ ກາຍກ່ຳຜອມໂຊ
ຍາກເພາະໂຕບໍ່ມີເງີນ ເພີ່ນບໍ່ຖາມເຖີງຊ້ຳ
-ທຸກຍາກຮ້າຍ ອາຍຫມູ່ຫມູຫມາ
ຄັນເຫັນກາບີນມາ ວ່າແຕ່ມັນຊີ່ມາທວ້ງ
-ທຸກຍາກງອ່ມງໍ້ ຂໍທານກີນກົ້ມກໍ່ສໍ່
ໃຈດີເພີ່ນກໍ່ໃຫ້ ໃຈຮ້າຍວ່າບໍ່ມີ
ຕອນ - ທັງຫຼາຍ
-ທັງຫຼາຍເພີ່ນກີນເຫຼົ້າ ເມົາສຸຣາກໍ່ຍັງສວ່ງ
ບາດວ່າຂອ້ຍມັກເຈົ້າ ບໍ່ມີມື້ຊີ່ສວ່ງເປັນ
-ທັງຫຼາຍເພີ່ນເມົາເຫຼົ້າ ໂຕພັດເມົານ້ຳທ່າ
ເມົາແມ່ຮ້າງແມ່ຫມ້າຍ ປານເອົ້າອູດກະແຕ
-ທັງຫຼາຍເພີ່ນກີນເຫຼົ້າ ກີນຢາຈຶ່ງວຽນວີ່ງ
ບາດຫ່າຟັງເຈົ້າເວົ້າ ຕົວຂອ້ຍກໍ່ຊ່າງເມົາ
-ທັງຫຼາຍເພີ່ນນັ້ນລ້ຽງ ງົວຄວຍໄວ້ໃຖຄາດ
ບາດວ່າເຈົ້າ ສັງມາລ້ຽງແຕ່ຜູ້ຊາຍ
-ທັງຫຼາຍເພີ່ນນັ້ນເວົ້າ ຊາຍດຽວແລ້ວເຕື້ອງຕໍ່
ບາດຫ່າເຈົ້ານັ້ນນາ ມີຫມື່ນຊູ້ ຊີ່ໄປເຕື້ອງຕໍ່ໃຜ
ຕອນ - ແນວວ່າ
-ແນວວ່າເປັນເສືອແລ້ວ ລາຍບໍ່ລາຍເພີ່ນກໍ່ຕູ່
ແຫນງສູ້ຫາຫມີ່ນຫມ້ໍ ມາແຕ້ມຕື່ມລາຍ
-ແນວວ່າກົກຕານເນີ້້ງ ໂງເງຢູ່ກາງທົ່ງ
ເຄືອເຂືອງກໍ່ບໍ່ກ້ຽວ ໂທນໂທ້ຢູ່ຜູ້ດຽວ
-ແນວວ່າກາເຫັນກວ້ຍ ໃນສວນສຸກເຮັ່ຍ
ກາຫາກີນອີ່ມທອ້ງ ສາແລ້ວຈື່ງບີນຫນີ
-ແນວວ່າຄົນຈົນໄຮ້ ອານາຖາທຸກຍາກ
ແສນຊີ່ມາຫນ່ຽວນອ້ມ ຫມົດມື້ກໍ່ເປົ່າດາຍ
-ແນວວ່າກາດຳປີ້ ຊີ່ທຽມຫົງມັນຜີດຊາດ
ກາກໍ່ຕອ້ງໄປຮວ່ມຊອ້ນ ກາພຸ້ນຈັ່ງແມ່ນແນວ
-ແນວວ່າຂອ້ຍ ບັກຫອຍນາຫນ້າຕ່ຳ
ມັນບໍ່ສົມສ່ຳເຊື້ອ ເຄືອເຄົ້າບ່າວພີ່ຊາຍ
-ແນວວ່າກວ້ຍຕີບນອ້ຍ ບໍ່ໃຫ້ປູກຮວ່ມສວນ
ແນວກວ້ຍຍວນ ບໍ່ໃຫ້ປູກຮວ່ມບ້ານ
ແນວຂີ້ຄ້ານ ລູງປ້າເພີ່ນບໍ່ເອົາ
ຕອນ - ແນວນາມ -ແນວປານ - ແນວຄວາມ
-ແນວນາມຂອ້ຍ ບັກຫອຍນາຫນ້າຕ່ຳ
ມັນບໍ່ສົມສ່ຳເຊື້ອ ເຄືອເຈົ້າຊາດຫົງ ດອກນາ
-ແນວນາມເຊື້ອ ເສືອໃພພະນອມປ່າ
ບໍ່ຫອ່ນອົດຢາກເນື້ອ ໃນດົງກວ້າງໃຫ່ຍຫຼວງ
-ແນວນາມເຊື້ອ ກວາງຟານໃຜກໍ່ຢາກ
ບາດວ່າກີນອີ່ມແລ້ວ ໂຄງເນື້ອກໍ່ບໍ່ຝັງ
-ແນວນາມເຊື້ອ ຄົນງາມໃຜກໍ່ຊ່າ
ໃຈຄືດວ່າແມ່ນແລ້ວ ຕົວຂອ້ຍກໍ່ຈື່ງມາ
-ແນວນາມເຊື້ອ ຊາຍແຂ່ງຄົນເກ່ງ
ຄັນແມ່ນເລ່ງໃສ່ນອ້ງ ໃຫ້ມາພອ້ມພ່ຳໃຈ
ຕອນ - ບໍ່ໄດ້ໃລ
-ບໍ່ໄດ້ໃລນາງນອ້ງ ໄປມີສອງຊອ້ນອື່ນ
ແມ່ນຊີ່ມີຫມື່ນສາວ ແມ່ນຊີ່ງາມຢາດຟ້າ
ອາສາລ້ຽງ ອ້າຍບໍ່ເອົາ ນອ້ງເອີຍ
-ບໍ່ໄດ້ໃລເສັຍຖີ້ມ ພົງພັນພີ່ນອ້ງເກົ່າ
ບໍ່ໄດ້ລະເຜົ່າເຊື້ອ ທາງພີ້ໃຫ້ຫງ່ວມເຫົງາ ດອກນາ
-ບໍ່ໄດ້ໃລວາງຖີ້ມ ໃຫ້ປາຕາຍແຫ້ງເປົ່າ
ບໍ່ໄດ້ລະປອ່ຍຖີ້ມ ໃຫ້ປາຢ້າງເຫົ່ນາເຫັມນ ດອກນາ
-ບໍ່ໄດ້ໃລລາຊີ້ນ ຫນີໄປກີນປາແດກອື່ງ
ບໍ່ໄດ້ລະຕອ່ນຊີ້ນ ໄປກີນກອ້ຍອອ່ມກະແຕ
-ບໍ່ໄດ້ໃລແຜຝ້າຍ ຫນີໄປຊົມແຜປ່ານ
ບໍ່ໄດ້ລະມ່ານກັ້ງ ຫນີໄປຊົ້ນຮົ່ມມອງ
-ທຸກຍາກໄຮ້ ເຂີນຂາດແລງງາຍ
ພິກຢູ່ເຮືອນເຫນືອ ເກືອຢູ່ເຮືອນໃຕ້
ຫົວສີງໃຄ ຢູ່ເຮືອນທົ່ງ
ມີເຂົ້າແລ້ວ ເກືອຊີ່ຈ້ຳກໍ່ບໍ່ມີ
-ທຸກຍາກລ້ຳ ປາກກ່ຳກີນມັນມົກ
ຄັນບໍ່ກີນມັນມົກ ປາກບໍ່ກ່ຳປານນີ້
-ທຸກຍາກຮ້າຍ ກາຍກ່ຳຜອມໂຊ
ຍາກເພາະໂຕບໍ່ມີເງີນ ເພີ່ນບໍ່ຖາມເຖີງຊ້ຳ
-ທຸກຍາກຮ້າຍ ອາຍຫມູ່ຫມູຫມາ
ຄັນເຫັນກາບີນມາ ວ່າແຕ່ມັນຊີ່ມາທວ້ງ
-ທຸກຍາກງອ່ມງໍ້ ຂໍທານກີນກົ້ມກໍ່ສໍ່
ໃຈດີເພີ່ນກໍ່ໃຫ້ ໃຈຮ້າຍວ່າບໍ່ມີ
ຕອນ - ທັງຫຼາຍ
-ທັງຫຼາຍເພີ່ນກີນເຫຼົ້າ ເມົາສຸຣາກໍ່ຍັງສວ່ງ
ບາດວ່າຂອ້ຍມັກເຈົ້າ ບໍ່ມີມື້ຊີ່ສວ່ງເປັນ
-ທັງຫຼາຍເພີ່ນເມົາເຫຼົ້າ ໂຕພັດເມົານ້ຳທ່າ
ເມົາແມ່ຮ້າງແມ່ຫມ້າຍ ປານເອົ້າອູດກະແຕ
-ທັງຫຼາຍເພີ່ນກີນເຫຼົ້າ ກີນຢາຈຶ່ງວຽນວີ່ງ
ບາດຫ່າຟັງເຈົ້າເວົ້າ ຕົວຂອ້ຍກໍ່ຊ່າງເມົາ
-ທັງຫຼາຍເພີ່ນນັ້ນລ້ຽງ ງົວຄວຍໄວ້ໃຖຄາດ
ບາດວ່າເຈົ້າ ສັງມາລ້ຽງແຕ່ຜູ້ຊາຍ
-ທັງຫຼາຍເພີ່ນນັ້ນເວົ້າ ຊາຍດຽວແລ້ວເຕື້ອງຕໍ່
ບາດຫ່າເຈົ້ານັ້ນນາ ມີຫມື່ນຊູ້ ຊີ່ໄປເຕື້ອງຕໍ່ໃຜ
ຕອນ - ແນວວ່າ
-ແນວວ່າເປັນເສືອແລ້ວ ລາຍບໍ່ລາຍເພີ່ນກໍ່ຕູ່
ແຫນງສູ້ຫາຫມີ່ນຫມ້ໍ ມາແຕ້ມຕື່ມລາຍ
ເຄືອເຂືອງກໍ່ບໍ່ກ້ຽວ ໂທນໂທ້ຢູ່ຜູ້ດຽວ
-ແນວວ່າກາເຫັນກວ້ຍ ໃນສວນສຸກເຮັ່ຍ
ກາຫາກີນອີ່ມທອ້ງ ສາແລ້ວຈື່ງບີນຫນີ
-ແນວວ່າຄົນຈົນໄຮ້ ອານາຖາທຸກຍາກ
ແສນຊີ່ມາຫນ່ຽວນອ້ມ ຫມົດມື້ກໍ່ເປົ່າດາຍ
-ແນວວ່າກາດຳປີ້ ຊີ່ທຽມຫົງມັນຜີດຊາດ
ກາກໍ່ຕອ້ງໄປຮວ່ມຊອ້ນ ກາພຸ້ນຈັ່ງແມ່ນແນວ
-ແນວວ່າຂອ້ຍ ບັກຫອຍນາຫນ້າຕ່ຳ
ມັນບໍ່ສົມສ່ຳເຊື້ອ ເຄືອເຄົ້າບ່າວພີ່ຊາຍ
-ແນວວ່າກວ້ຍຕີບນອ້ຍ ບໍ່ໃຫ້ປູກຮວ່ມສວນ
ແນວກວ້ຍຍວນ ບໍ່ໃຫ້ປູກຮວ່ມບ້ານ
ແນວຂີ້ຄ້ານ ລູງປ້າເພີ່ນບໍ່ເອົາ
ຕອນ - ແນວນາມ -ແນວປານ - ແນວຄວາມ
-ແນວນາມຂອ້ຍ ບັກຫອຍນາຫນ້າຕ່ຳ
ມັນບໍ່ສົມສ່ຳເຊື້ອ ເຄືອເຈົ້າຊາດຫົງ ດອກນາ
-ແນວນາມເຊື້ອ ເສືອໃພພະນອມປ່າ
ບໍ່ຫອ່ນອົດຢາກເນື້ອ ໃນດົງກວ້າງໃຫ່ຍຫຼວງ
-ແນວນາມເຊື້ອ ກວາງຟານໃຜກໍ່ຢາກ
ບາດວ່າກີນອີ່ມແລ້ວ ໂຄງເນື້ອກໍ່ບໍ່ຝັງ
-ແນວນາມເຊື້ອ ຄົນງາມໃຜກໍ່ຊ່າ
ໃຈຄືດວ່າແມ່ນແລ້ວ ຕົວຂອ້ຍກໍ່ຈື່ງມາ
-ແນວນາມເຊື້ອ ຊາຍແຂ່ງຄົນເກ່ງ
ຄັນແມ່ນເລ່ງໃສ່ນອ້ງ ໃຫ້ມາພອ້ມພ່ຳໃຈ
ຕອນ - ບໍ່ໄດ້ໃລ
-ບໍ່ໄດ້ໃລນາງນອ້ງ ໄປມີສອງຊອ້ນອື່ນ
ແມ່ນຊີ່ມີຫມື່ນສາວ ແມ່ນຊີ່ງາມຢາດຟ້າ
ອາສາລ້ຽງ ອ້າຍບໍ່ເອົາ ນອ້ງເອີຍ
-ບໍ່ໄດ້ໃລເສັຍຖີ້ມ ພົງພັນພີ່ນອ້ງເກົ່າ
ບໍ່ໄດ້ລະເຜົ່າເຊື້ອ ທາງພີ້ໃຫ້ຫງ່ວມເຫົງາ ດອກນາ
-ບໍ່ໄດ້ໃລວາງຖີ້ມ ໃຫ້ປາຕາຍແຫ້ງເປົ່າ
ບໍ່ໄດ້ລະປອ່ຍຖີ້ມ ໃຫ້ປາຢ້າງເຫົ່ນາເຫັມນ ດອກນາ
-ບໍ່ໄດ້ໃລລາຊີ້ນ ຫນີໄປກີນປາແດກອື່ງ
ບໍ່ໄດ້ລະຕອ່ນຊີ້ນ ໄປກີນກອ້ຍອອ່ມກະແຕ
-ບໍ່ໄດ້ໃລແຜຝ້າຍ ຫນີໄປຊົມແຜປ່ານ
ບໍ່ໄດ້ລະມ່ານກັ້ງ ຫນີໄປຊົ້ນຮົ່ມມອງ
![]() |
ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີແປດ |
Monday, January 26, 2015
ຜະຫຍາພາສິດບູຮານລາວ - ຕອນທີຫົກ
ຕອນ - ຕາມໃຈ
-ຕາມໃຈນ້ຳ ໃຫຼໄປກໍ່ຕາມຊ່າງ
ເຫັນແຕ່ນ້ຳລອ່ງໃຕ້ ຊີ່ໃຫຼຂື້ນແມ່ນບໍ່ມີ
-ຕາມໃຈເຜີ້ງ ຂາງໄຟຫາກຊີ່ເສື່ອມ
ເອົາແຕ່ເຜີ້ງຊີ່ຍອ້ຍ ໂຕຂອ້ຍຊີ່ຄອ່ຍສີ
- ຕາມໃຈນ້ຳ ໃຫຼເວີນກໍ່ມີຢູ່
ບໍ່ແມ່ນຊີ່ລອ່ງໃຕ້ ເວີນຂື້ນກໍ່ຫາກມີ
-ຕາມໃຈນ້ຳ ຊີ່ໃຫຼລົງແຕ່ທາງລຸ່ມ
ມີແຕ່ນ້ຳລອ່ງໃຕ້ ຊີ່ເວີນຂື້ນກໍ່ບໍ່ໃກ
-ຕາມໃຈແຮ້ງ ຊີ່ກຸມກີນແຕ່ຫມາເຫົ່ນາ
ມີເຂົ້າຫນຽວເຂົ້າຈ້າວ ເຕັມເລົ້າກໍ່ບໍ່ສົນ
-ຕາມໃຈກຸ້ງ ຊີ່ກຸມກີນປາບືກໃຫ່ຍ
ຄັນແມ່ນກີນບໍ່ໄດ້ ຊີ່ເອົາພ້າຊວ່ຍຟັນ
-ຕາມໃຈແຂ້ ຊີ່ກີນຫີນກໍ່ຕາມຊ່າງ
ປາມີຢູ່ແທ້ໆ ຊີ່ກີນໄມ້ກໍ່ຊ່າງມັນ
-ຕາມໃຈເຈົ້າ ເອົາບໍ່ເອົາກໍ່ບໍ່ວ່າ
ຄັນແມ່ນຄິດແມ່ນແລ້ວ ຊີ່ເອົາອ້າຍບໍ່ວ່າຫຍັງ
-ຕາມໃຈເຈົ້າ ຊີ່ເອົາໃຜກໍ່ຕາມຊ່າງ
ຄັນເຈົ້າເຊົາຝ່າຍພຸ້ນ ມາພີ້ພີ່ຊີ່ເອົາ
-ຕາມໃຈຖວ້ຍ ໃຫ້ຕັກແກງລົງໃສ່
ຄັນແມ່ນບວ່ງບໍ່ຊວ້ນ ຊີ່ລົງທອ້ງໄດ້ຢ່າງໃດ
-ຕາມໃຈອ້າຍ ຫມົດກາຍຊີ່ຍໍມອບ
ຄັນແມ່ນເຊື່ອອ້າຍໄດ້ ໃຈນອ້ງຊີ່ມອບນຳ
-ຕາມໃຈອ້າຍ ຊີ່ເປັນຕາຍກໍ່ບໍ່ວ່າ
ວ່າແຕ່ທາງອ້າຍລ້ຽງ ຕົວຂອ້ຍຊີ່ຄອ່ຍຕາມ
-ຕາມໃຈແລ້ວ ແຫຼວແດງຊີ່ກີນຮຸ້ງໃຫ່ຍ
ຢ້ານແຕ່ໃຈບໍ່ກ້າ ກາແຮ້ງຊີ່ໂຫ່ແຫຼວ ນັ້ນແລ້ວ
ຕອນ - ຕິຖະແຫຼງ
-ຢ່າມາຕິຖະແຫຼງເວົ້າ ເອົາເລົາມາປູກ
ບໍ່ແມ່ນເຊື້ອຊາດອອ້ຍ ກີນໄດ້ກໍ່ບໍ່ຫວານ
-ຢ່າມາຕິຖະແຫຼງລົ້ມ ຕົມບໍ່ມີພະລາດມື່ນ
ຢ່າມາຕິພະລາດລື້ນ ເດືອນຫ້າກອ່ນຝົນ
-ຢ່າມາຕິຖະແຫຼງລົ້ມ ຕົມບໍ່ມີພະລາດມື່ນ
ຢ່າມາຕິວາດເວົ້າ ລວງຂອ້ຍແລ້ວບໍ່ເອົາ
-ຢ່າມາຕິຖະແຫຼງແປ້ງ ແປງເປັນຫຼາຍວາດ
ຢ່າມາຕົ໋ວະອີນອ້ງ ໃຫ້ນອນແລ້ງຢູ່ຜູ້ດຽວ
-ຢ່າມາຕິຖະແຫຼງຫຼີ້ນ ເຫັນເຮົາເປັນຄົນໂງ່
ຢ່າມາເຮັດອວດໂອ້ ວ່າໂຕນັ້ນເກ່ງຫຼາຍ
-ຢ່າມາຕິຖະແຫຼງຣວ້ມ ຄວາມບໍ່ມີຢ່າຫາວ່າ
ຢ່າມາຕິອີນອ້ງ ວ່າມີຊູ້ຈາກພີ່ຊາຍ
-ບໍ່ໄດ້ຕິຖະແຫຼງຣວ້ມ ຄວາມບໍ່ມີບໍ່ຫາວ່າ
ຮັບຟ້າຜ່າກໍ່ໄດ້ ໄຟໄຫມ້ກໍ່ຮັບເອົາ
-ບໍ່ໄດ້ຕິຖະແຫຼງເວົ້າ ຖ້າບໍ່ເອົາອ້າຍບໍ່ວ່າ
ຮັບຫ່າກີນກໍ່ໄດ້ ໃຈອ້າຍຫມັ້ນຕໍ່ນາງ
-ຢ່າມາຕິຖະແຫຼງວ່າ ເຫັນປາວ່າແມ່ນນາກ
ເຫັນຄັນຄາກແທ້ໆ ຊີ່ໄປເອີ້ນວ່າກົບ ໄດ້ຢ່າງໃດ
-ຢາ່ມາຕິຖະແຫຼງເອີ້ນ ເຊີນໆເຂົ້າໄປນັ່ງ
ບາດວ່າອ້າຍນັ່ງແລ້ວ ນ້ຳຈັກຈອກຊີ່ໄດ້ກີນບໍ່ນໍ
-ຢ່າມາຕິຖະແຫຼງຍູ້ ເຫັນງູວ່າແມ່ນອ່ຽນ
ບາດມັນຂົບຕອດເຈົ້າ ຍັງຊີ່ຮູ້ວ່າແມ່ນງູ ດອກນາ
-ຢ່າມາຕິຖະແຫຼງເຫຼັ້ນ ນອນເວັນກໍ່ວ່າຫມັ່ນ
ເຮັດກໍ່ຈື່ງແລ້ວ ບໍ່ເຮັດກໍ່ບໍ່ແລ້ວ
ຊີ່ຕົ໋ວະຂອ້ຍ ເຮັດອີຫຍັງ
-ຢ່າມາຕິຖະແຫຼງລົ້ມ ກີນຫມາກຍົມ ຫມົດມື້ລະກະຕ່າ
ກີນຫມາກຂາມ ຫມົດມື້ລະຕົ້ນ
ຄວາມສົ້ມ ແມ່ນບໍ່ມີ
-ບໍ່ໄດ້ຕິຖະແຫຼງເວົ້າ ເມົານ້ຳລາຍເວົ້າລ່າຍ
ບໍ່ໄດ້ຫມາຍຫຼອກຫຼໍ້ ລວງຫຼີ້ນໃຫ້ເພີ່ນຫຍັນ ດອກນາ
![]() |
ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີເຈັດ |
Subscribe to:
Posts (Atom)