Monday, January 26, 2015

ຜະຫຍາພາສິດບູຮານລາວ - ຕອນທີຫົກ

ຕອນ - ຕາມໃຈ


-ຕາມໃຈນ້ຳ                       ໃຫຼໄປກໍ່ຕາມຊ່າງ
 ເຫັນແຕ່ນ້ຳລອ່ງໃຕ້          ຊີ່ໃຫຼຂື້ນແມ່ນບໍ່ມີ

-ຕາມໃຈເຜີ້ງ                    ຂາງໄຟຫາກຊີ່ເສື່ອມ
 ເອົາແຕ່ເຜີ້ງຊີ່ຍອ້ຍ          ໂຕຂອ້ຍຊີ່ຄອ່ຍສີ

- ຕາມໃຈນ້ຳ                      ໃຫຼເວີນກໍ່ມີຢູ່
 ບໍ່ແມ່ນຊີ່ລອ່ງໃຕ້              ເວີນຂື້ນກໍ່ຫາກມີ

-ຕາມໃຈນ້ຳ                       ຊີ່ໃຫຼລົງແຕ່ທາງລຸ່ມ
 ມີແຕ່ນ້ຳລອ່ງໃຕ້               ຊີ່ເວີນຂື້ນກໍ່ບໍ່ໃກ

-ຕາມໃຈແຮ້ງ                    ຊີ່ກຸມກີນແຕ່ຫມາເຫົ່ນາ
 ມີເຂົ້າຫນຽວເຂົ້າຈ້າວ       ເຕັມເລົ້າກໍ່ບໍ່ສົນ

-ຕາມໃຈກຸ້ງ                      ຊີ່ກຸມກີນປາບືກໃຫ່ຍ
  ຄັນແມ່ນກີນບໍ່ໄດ້           ຊີ່ເອົາພ້າຊວ່ຍຟັນ

-ຕາມໃຈແຂ້                     ຊີ່ກີນຫີນກໍ່ຕາມຊ່າງ
 ປາມີຢູ່ແທ້ໆ                     ຊີ່ກີນໄມ້ກໍ່ຊ່າງມັນ

-ຕາມໃຈເຈົ້າ                     ເອົາບໍ່ເອົາກໍ່ບໍ່ວ່າ
  ຄັນແມ່ນຄິດແມ່ນແລ້ວ  ຊີ່ເອົາອ້າຍບໍ່ວ່າຫຍັງ

-ຕາມໃຈເຈົ້າ                     ຊີ່ເອົາໃຜກໍ່ຕາມຊ່າງ
 ຄັນເຈົ້າເຊົາຝ່າຍພຸ້ນ        ມາພີ້ພີ່ຊີ່ເອົາ

-ຕາມໃຈຖວ້ຍ                   ໃຫ້ຕັກແກງລົງໃສ່
 ຄັນແມ່ນບວ່ງບໍ່ຊວ້ນ       ຊີ່ລົງທອ້ງໄດ້ຢ່າງໃດ

-ຕາມໃຈອ້າຍ                     ຫມົດກາຍຊີ່ຍໍມອບ
 ຄັນແມ່ນເຊື່ອອ້າຍໄດ້       ໃຈນອ້ງຊີ່ມອບນຳ

-ຕາມໃຈອ້າຍ                     ຊີ່ເປັນຕາຍກໍ່ບໍ່ວ່າ
 ວ່າແຕ່ທາງອ້າຍລ້ຽງ         ຕົວຂອ້ຍຊີ່ຄອ່ຍຕາມ

-ຕາມໃຈແລ້ວ                    ແຫຼວແດງຊີ່ກີນຮຸ້ງໃຫ່ຍ
 ຢ້ານແຕ່ໃຈບໍ່ກ້າ               ກາແຮ້ງຊີ່ໂຫ່ແຫຼວ   ນັ້ນແລ້ວ

ຕອນ - ຕິຖະແຫຼງ


-ຢ່າມາຕິຖະແຫຼງເວົ້າ        ເອົາເລົາມາປູກ
 ບໍ່ແມ່ນເຊື້ອຊາດອອ້ຍ      ກີນໄດ້ກໍ່ບໍ່ຫວານ

-ຢ່າມາຕິຖະແຫຼງລົ້ມ         ຕົມບໍ່ມີພະລາດມື່ນ
 ຢ່າມາຕິພະລາດລື້ນ         ເດືອນຫ້າກອ່ນຝົນ

-ຢ່າມາຕິຖະແຫຼງລົ້ມ         ຕົມບໍ່ມີພະລາດມື່ນ
 ຢ່າມາຕິວາດເວົ້າ              ລວງຂອ້ຍແລ້ວບໍ່ເອົາ

-ຢ່າມາຕິຖະແຫຼງແປ້ງ      ແປງເປັນຫຼາຍວາດ
 ຢ່າມາຕົ໋ວະອີນອ້ງ             ໃຫ້ນອນແລ້ງຢູ່ຜູ້ດຽວ

-ຢ່າມາຕິຖະແຫຼງຫຼີ້ນ         ເຫັນເຮົາເປັນຄົນໂງ່
 ຢ່າມາເຮັດອວດໂອ້            ວ່າໂຕນັ້ນເກ່ງຫຼາຍ

-ຢ່າມາຕິຖະແຫຼງຣວ້ມ      ຄວາມບໍ່ມີຢ່າຫາວ່າ
 ຢ່າມາຕິອີນອ້ງ                 ວ່າມີຊູ້ຈາກພີ່ຊາຍ

-ບໍ່ໄດ້ຕິຖະແຫຼງຣວ້ມ        ຄວາມບໍ່ມີບໍ່ຫາວ່າ
ຮັບຟ້າຜ່າກໍ່ໄດ້                  ໄຟໄຫມ້ກໍ່ຮັບເອົາ

-ບໍ່ໄດ້ຕິຖະແຫຼງເວົ້າ          ຖ້າບໍ່ເອົາອ້າຍບໍ່ວ່າ
 ຮັບຫ່າກີນກໍ່ໄດ້                ໃຈອ້າຍຫມັ້ນຕໍ່ນາງ

-ຢ່າມາຕິຖະແຫຼງວ່າ         ເຫັນປາວ່າແມ່ນນາກ
 ເຫັນຄັນຄາກແທ້ໆ          ຊີ່ໄປເອີ້ນວ່າກົບ   ໄດ້ຢ່າງໃດ

-ຢາ່ມາຕິຖະແຫຼງເອີ້ນ      ເຊີນໆເຂົ້າໄປນັ່ງ
 ບາດວ່າອ້າຍນັ່ງແລ້ວ      ນ້ຳຈັກຈອກຊີ່ໄດ້ກີນບໍ່ນໍ

-ຢ່າມາຕິຖະແຫຼງຍູ້          ເຫັນງູວ່າແມ່ນອ່ຽນ
 ບາດມັນຂົບຕອດເຈົ້າ     ຍັງຊີ່ຮູ້ວ່າແມ່ນງູ ດອກນາ

-ຢ່າມາຕິຖະແຫຼງເຫຼັ້ນ      ນອນເວັນກໍ່ວ່າຫມັ່ນ
 ເຮັດກໍ່ຈື່ງແລ້ວ                ບໍ່ເຮັດກໍ່ບໍ່ແລ້ວ
 ຊີ່ຕົ໋ວະຂອ້ຍ                      ເຮັດອີຫຍັງ

-ຢ່າມາຕິຖະແຫຼງລົ້ມ        ກີນຫມາກຍົມ ຫມົດມື້ລະກະຕ່າ
 ກີນຫມາກຂາມ               ຫມົດມື້ລະຕົ້ນ
 ຄວາມສົ້ມ                        ແມ່ນບໍ່ມີ

-ບໍ່ໄດ້ຕິຖະແຫຼງເວົ້າ          ເມົານ້ຳລາຍເວົ້າລ່າຍ
 ບໍ່ໄດ້ຫມາຍຫຼອກຫຼໍ້          ລວງຫຼີ້ນໃຫ້ເພີ່ນຫຍັນ  ດອກນາ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີເຈັດ

No comments:

Post a Comment