Saturday, January 10, 2015

ຜະຫຍາພາສິດບູຮານລາວ - ຕອນທີຫ້າ

ຕອນ - ຊ່າງມາ
-ສັງມາຫຼົກກ້າໄວ້              ເທີງໂພນໃຫ້ນ້ຳແຊ່
ສັງມາແຊ່ກ້າໄວ້                ໃນນ້ຳໃຫ້ປວກກີນ











-ຊ່າງມາປູກຜັກແປ້ນ         ແທນຫນານຜັກບົວ
ຂອງເກົ່າຍັງບໍ່ທັນໄດ້ກູ້        ສັງມາປູກໃຫ່ມແທນ

-ຊ່າງມາປູກຜັກແປ້ນ         ແທນຫນານຜັກອີເລີດ
ຂອ້ຍສັງມາເປີດເຈົ້າແທ້     ມີຊູ້ວ່າບໍ່ມີ

-ຊ່າງມາເວົ້າໃສ່ອ້າຍ           ໃຫ້ຈຳຈາກໃກຫນີ
ຊ່າງມາຫາຕິ                       ວ່າພີ່ຊາຍນັ້ນມີຊູ້
ໃຫ້ເຈົ້າດູສີຫນ້າ                  ຫູຕາອ້າຍມັນຫຼ່າ   ຊັ້ນບໍ
ຄັນມັນເຫຼືອງຫຼ່າແທ້         ມີຊູ້ຈັ່ງຊີ່ຄື  ນອ້ງເອີຍ

-ຊ່າງມາຫາເວົ້າ                 ວ່າກະຕ່າຍມີເຂົາ
ວ່າແມງເງົາມີມົນ              ບີນບົນຢູ່ຄືຮຸ້ງ
ຈິດໃຈມຸ້ງ                          ຂອງຊາຍຍັງຫມັ້ນທ່ຽງ
ວ່າແມ່ນທ່ຽງແທ້              ສະເມີດ້າມດັ່ງກົ້ນຫອຍ

ຕອນ - ຕົກກະເທີນ
-ຕົກກະເທີນ                      ໄດ້ກຳຂໍແຂ້
ບໍ່ມີວາງ                            ໃຫ້ຫາງຟາດ
ມີຕັ້ງແຕ່ຊີ່ເນັ້ນ                 ຄໍແຂ້ໃສ່ຂີ້ຕົມ   ນັ້ນແລ້ວ

-ຕົກກະເທີນວ່າ                ວ່າໄດ້ປ້ຳ
ຊີ່ນຳຮອນ                        ຫມົດທຸກງ່າ
ພ້າບໍ່ບ່ານ                         ຂວານບໍ່ເປ້
ບໍ່ຈຳປອ້ງ                         ຂອ້ຍບໍ່ເຊົາດອກນ໋າ

-ຕົກກະເທີນ                ວ່າໄດ້ຈ້ຳ
ຊີ່ເປັນແກງ                  ຫຼືປົ່ນກໍ່ຕາມທອ້ນ
ມີຕັ້ງແຕ່ຊີ່ຄຸ້ຍ             ຫມົດຖວ້ຍຈື່ງຊີ່ເຊົາ   ເຈົ້າເອີຍ

-ຕົກກະເທີນ                ວ່າໄດ້ເປັນເສືອແລ້ວ
ລາຍບໍ່ລາຍ                   ເຂົາກໍ່ຕູ່
ວ່າຊີ່ຫາຫມິ່ນຫມ້ໍ        ມາແຕ້ມຕື່ມລາຍ

-ຕົກກະເທີນ                     ວ່າໄດ້ກວນແລ້ວ
ຊີ່ກວນລົງ                          ໃຫ້ມັນຂຸ່ນ
ຄັນແມ່ນກວນຂຸ່ນແລ້ວ    ຊີວກຸ້ງຫາກຊີ່ງອມ  ຢູ່ຕີ໋

-ຕົກກະເທີນວ່າໄດ້ສູ້         ບໍ່ມີຖອຍໃຫ້ເຂົາດ່າ
ນັບແຕ່ມື້ຊີ່ເດີນຫນ້າ        ຊີ່ຖອຍກົ້ນນັ້ນຢ່າຫວັງ

-ຕົກກະເທີນວ່າໄດ້ກີນແລ້ວ    ຊີ່ກີນໄປໃຫ້ມັນອີ່ມ
ຢ້ານແຕ່ກ່ອງເຂົ້ານອ້ຍ           ບໍ່ມີເຂົ້າຊີ່ໃຫ້ກີນ   ນັ້ນແລ້ວ

-ຕົກກະເທີນວ່າໄດ້ກີນກອ້ຍ     ບໍ່ມີອາຍຄັນບໍ່ອີ່ມ
ມີຕັ້ງແຕ່ຊີ່ຄຸ້ຍ                         ໃຫ້ຄຳເຂົ້າສວດກາງ   ພຸ້ນແລ້ວ

-ຕົກກະເທີນເຮັດນາແລ້ວ       ຊີ່ທັງໄຖທັງຄາດ
ຄັນແມ່ນໄຖຄາດແລ້ວ            ນາງນອ້ງໃຫ້ຄ່ອຍດຳ

-ຕົກກະເທີນມາເຖີງແລ້ວ       ບໍ່ຄືນເມືອມືເປົ່າ
ວ່າຊີ່ເອົາແຈ່ມເຈົ້າ                  ເມືອບ້ານໃຫ້ແມ່ຊົມ

-ຕົກກະເທີນວ່າໄດ້ກ້ຽວ          ຊີ່ຂໍເອົາເປັນຄູ່
ແມ່ນເຈົ້າມີຫມື່ນຊູ້                 ຕົວຂອ້ຍຊີ່ຍາດເອົາ

-ຕົກກະເທີນວ່າໄດ້ກຳແຂນແລ້ວ    ບໍ່ມີວາງໃຫ້ຄົນອື່ນ
ມີຕັ້ງແຕ່ຊີ່ທື້ນ                       ດືງເຈົ້າເຂົ້າໃສ່ຄີງ

-ຕົກກະເທີນໄດ້ຕຳແຈ່ວແລ້ວ    ຊີ່ຕຳໄປໃຫ້ມັນແຫຼກ
ຄັນແມ່ນສາກບໍ່ຫ້ຽນ               ສຸດດ້າມແມ່ນບໍ່ເຊົາ

-ຕົກກະເທີນໄດ້ມານຳແລ້ວ       ບໍ່ຄືນເມືອໃຫ້ແມ່ດ່າ
ຄັນເຈົ້າປະປອ່ຍຖີ້ມ                  ຕົວຂອ້ຍສ່ວນຊີ່ຕາຍ

-ຕົກກະເທີນໄດ້ເດີນແລ້ວ        ຊີ່ເດີນໄປໃຫ້ມັນຮອດ
ຄັນແມ່ນໄປຮອດແລ້ວ            ແນວຢາກໄດ້ຫາກຊີ່ເຫັນ

-ຕົກກະເທີນໄດ້ງົມແລ້ວ          ຊີ່ຄວາຫາປາຄໍ່ໃຫ່ຍ
ຄັນບໍ່ໄດ້ແທ້ໆ                           ປາຫຼົດນອ້ຍກໍ່ຊີ່ເອົາ

-ຕົກກະເທີນໄດ້ມາຮອດແລ້ວ    ຊີ່ຂໍຝານພະໃມຈິດ
ພັນທະນັງຕິດ                          ຫມື່ນປີບໍ່ໃລເຈົ້າ
ວ່າຊີ່ເອົາໃຈເຂົ້າ                        ຫມາຍຕາຍເກີດຮ່ວມ
ບໍ່ໄດ້ລະຄາດແຄ້ວ                    ຊີ່ຫມາຍຫມັ້ນຮ່ວມຫມອນ

-ຕົກກະເທີນໄດ້ລົງເຮືອແລ້ວ     ຊີ່ພາຍໄປໃຫ້ເຖີງຝັ່ງ
ຄັນແມ່ນຝັ່ງນ້ຳກວ້າງ             ຕົວເຈົ້າໃຫ້ຊ່ອຍພາຍ  ແນ່ເດີ

-ຕົກກະເທີນໄດ້ແຕ້ມ              ຊີ່ຂຽນລາຍໃຫ້ເຈົ້າເບີ່ງ
ທັງລາຍລຸ່ມລາຍເທີງ                ໃຫ້ມັນງາມຍີ່ງແຍ້ມ
ຄືລາຍແຕ້ມ                             ຈື່ງຊີ່ເຊົາເຈົ້າເອີຍ

ກົດທີ່ນີ້ຖ້າຢາກອ່ານຜະຫຍາຕອນທີຫົກ


No comments:

Post a Comment